Breaking News

ປາມມີ່! ນັກຮ້ອງດັງຈາກປະເທດເພື່ອນບ້ານມາລາວ

ແບ່ງປັນ

 

ກຣີດໆໆ…ຊະນີIndy ຢາກຈະຮ້ອງດັງໆ…ຈັກ 8 ຮອບ ເນື່ອງຈາກວ່ານັກຮ້ອງສາວສຸດເຊີ Idol ຂອງໃຜ ຫຼາຍໆຄົນ ປາມມີ່ ນັກຮ້ອງເພງດັງຈາກປະເທດເພື່ອນບ້ານ ເຊິ່ງຜົນງານຂອງເພິ່ນກໍມີໂດ່ງດັງມາແລ້ວຫຼາຍຕໍ່ຫຼາຍເພງເຊັ່ນ: ຢາກຈະຮ້ອງດັງໆ, ຄວາມເຈັບປວດ, ແປດໂມງເຊົ້າວັນອັງຄານ ແລະ ຍັງມີອີກຫຼາຍໆບົດເພງ…ເພາະເພິ່ນໄດ້ມາຢ້ຽມຢາມປະເທດລາວເຮົາ ແລະ ໄດ້ຖ່າຍຮູບກັບນັກດ່ຽວໄມໂຄໂຟນຊື່ດັງ ອ້າຍ ໂນດ ອຸດົມ ພ້ອມໄດ້ລົງຮູບໃນອິນສະຕາແກມສ່ວນຕົວ ທັງຂຽນຄຳອະທິບາຍທັກທາຍແຟນໆຊາວລາວວ່າ “ສະບາຍດີ ເຮັດໃຫ້ມີແຟນໆທັງຊາວລາວ ແລະ ຊາວໄທເຂົ້າໄປກົດໄລ້ ແລະ ຄອມເມັ້ນກັນຢ່າງຫຼວງຫຼາຍ ແລະ ຍັງມີການຄາດການຂອງແຟນຄຣັບໃນລາວວ່ານັກຮ້ອງດັງຄົນນີ້ ໜ້າຈະມາຮ່ວມພິທີໃສ່ບາດ ແລະ ຖວາຍສັງຄະທານແດ່ພະພິຂຸສົງ 1,500 ອົງ ເນື່ອງໃນວັນມາຄະບູຊາ ທີ່ພະທາດຫຼວງວຽງຈັນ ໃນວັນທີ 11 ກຸມພາ 2017 ນີ້ແນ່ນອນ.

#ແຊຣໄປໃຫ້ໂລກຮູ້ວ່າປະເທດລາວເຮົາມີດີໃຜໆກໍຢາກມາ

Pictures via: PALMY and palmy.ig

ແບ່ງປັນ