Breaking News

ຄືບໜ້າ! ການພັດທະນາ ແລະ ທິດທາງຕໍ່ໜ້າການສ້າງລະບົບແຈ້ງພາສີປະຕູດຽວແຫ່ງຊາດ

ແບ່ງປັນ

ການພັດທະນາລະບົບແຈ້ງພາສີປະຕູດຽວຂອງ ສປປ ລາວ ມາຮອດປັດຈຸບັນແມ່ນໄດ້ສຳເລັດໂດຍພື້ນຖານສຳລັບການອອກໃບອະນຸຍາດແບບອີເລັກໂຕຣນິກຈາກ ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ແກ່ຜູ້ປະກອບການຈຳນວນໜຶ່ງ ສຳລັບການອອກໃບອະນຸຍາດນຳເຂົ້າພາຫະນະ ສຳເລັດເປັນທີ່ຮຽບຮ້ອຍແລ້ວ.​ຈາກນັ້ນ, ຈຶ່ງຜັນຂະຫຍາຍການນຳໃຊ້ໄປສູ່ຂະແໜງອື່ນໆທີ່ຕິດພັນກັບການຄຸ້ມຄອງການນໍາເຂົ້າ-ສົ່ງອອກສິນຄ້າຂອງແຕ່ລະຂະແໜງ ການໄປເທື່ອລະກ້າວ ໂດຍສະເພາະແມ່ນກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ ກ່ຽວກັບການອອກໃບອະນຸຍາດເຕັກນິກພາຫະນະ ເຊິ່ງໄລຍະທີ່ຜ່ານມາຕັ້ງແຕ່ມີການລົງນາມສັນຍາສຳປະທານເພື່ອພັດທະນາລະບົບແຕ່ປີ 2013 ເປັນຕົ້ນມາແມ່ນສາມາດສຳເລັດໜ້າທີ່ວຽກງານຕ່າງໆໄດ້ຫຼາຍດ້ານ ຈົນມາເຖິງ ຕົ້ນເດືອນ ກຸມພາ 2017 ກໍໄດ້ຈັດກອງປະຊຸມສະພາບໍລິຫານບໍລິສັດຮ່ວມພັດທະນາລະບົບແຈ້ງພາສີປະຕູດຽວ ໃນກອງປະຊຸມໄດ້ກຳນົດແຜນບໍລິຫານງານ-ການຄຸ້ມຄອງບໍລິສັດຮ່ວມພັດທະນາ ແລະ ການຈັດຕັ້ງປະຕິບັດລະບົບແຈ້ງພາສີປະຕູດຽວຢ່າງມີປະສິດທິພາບສູງຕາມເປົ້າໝາຍທີ່ກຳນົດໄວ້ ເພື່ອເຮັດໃຫ້ລະບົບພາສີຂອງ ສປປ ລາວ ຫັນເປັນຄວາມສະໄໝທຽບເທົ່າກັບສາກົນ.

ໃນເມື່ອພັດທະນາລະບົບ LNSW ສຳເລັດ ແມ່ນຈະສາມາດເຊື່ອມໂຍງຂໍ້ມູນກັບຂະແໜງການຕ່າງໆທັງພາຍໃນ ແລະ ຕ່າງປະເທດ ໂດຍສອດຄ່ອງຕາມຂໍ້ຕົກລົງຂອງປະເທດສະມາຊິກອາຊຽນໃນການຈັດຕັ້ງປະຕິບັດການແຈ້ງພາສີປະຕູດຽວອາຊຽນ. ເຊິ່ງປັດຈຸບັນ ປະເທດສະມາຊິກອາຊຽນໄດ້ພັດທະນາລະບົບແຈ້ງພາສີປະຕູດຽວ ສຳເລັດແລ້ວທັງໝົດ 7 ປະເທດຄື: ບຣູໄນ, ອິນໂດເນເຊຍ, ມາເລເຊຍ, ຟິລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ. ນອກນີ້, ເມືອສຳເລັດ ຈະເຮັດໃຫ້ການນຳເຂົ້າ-ສົ່ງອອກ ສະດວກວ່ອງໄວ, ສາມາດປະຫຍັດຄ່າໃຊ້ຈ່າຍຫຼາຍຂຶ້ນ ແລະ ພັດທະນາໄປສູ່ການບໍລິການແບບບໍ່ມີເອກະສານຄົບວົງຈອນກັບທຸກໜ່ວຍງານ ທີ່ກ່ຽວຂ້ອງກັບການຄ້າລະຫວ່າງປະເທດ; ຜູ້ປະກອບການສາມາດໃຊ້ຂໍ້ມູນພຽງຊຸດດຽວ ໂດຍການປ້ອນຂໍ້ມູນຢູ່ຈຸດດຽວກໍສາມາດຕິດຕໍ່ກັບຂະແໜງການລັດຜ່ານທາງລະບົບອີເລັກໂຕຣນິກ ເຮັດໃຫ້ຜູ້ປະກອບການຫຼຸດຄວາມຊໍ້າຊ້ອນໃນການຢືນເອກະສານ, ຕິດຕາມ ແລະ ຈັດເກັບເອກະສານທີ່ເປັນເຈ້ຍ; ຜູ້ປະກອບການສາມາດຫຼຸດຕົ້ນທຶນ ແລະ ຄ່າໃຊ້ຈ່າຍໃນການນຳເຂົ້າ-ສົ່ງອອກສິນຄ້າ, ເຮັດໃຫ້ໃຫ້ນຳເຂົ້າ-ສົ່ງອອກມີຄວາມວ່ອງໄວ ແລະ ເພີ່ມຂີດຄວາມສາມາດໃນການແຂ່ງຂັນທາງດ້ານການຄ້າລະຫວ່າງປະເທດ; ນອກນີ້, ຍັງມີຄວາມໂປ່ງໃສ, ປະຫຍັດເວລາ ແລະ ຄ່າໃຊ້ຈ່າຍໃນການເດີນທາງມາຕິດຕໍ່ພົວພັນເອກະສານກັບຂະແໜງການລັດ.

ສຳລັບແຜນຍຸດທະສາດການພັດທະນາລະບົບນີ້ໃຫ້ສຳເລັດຕໍ່ໄປ ມີ 3 ໄລຍະຄື:

ໄລຍະທີ 1: E-Permit, E-Logistic, E-Report ໃຫ້ໄດ້ຈັດຕັ້ງປະຕິບັດໃນເດືອນ ກໍລະກົດ 2017 ທີ່ດ່ານພາສີສາງທ່ານາແລ້ງ.

ໄລຍະທີ 2: E-Payment / ASYCUDA Interface_UNICTAD ໃຫ້ໄດ້ຈັດຕັ້ງປະຕິບັດໃນເດືອນ ກັນຍາ 2017 ທີ່ດ່ານພາສີສາງທ່ານາແລ້ງ.

ໄລຍະທີ 3: ແຂວງຕ່າງໆທີ່ມີດ່ານພາສີສາກົນ ໃຫ້ໄດ້ເລີ່ມຈັດຕັ້ງປະຕິບັດໃນ ເດືອນ ທັນວາ 2017.

ທ່ານ ຖະໜອມສິດ ຂາວພິບານ ຮອງຫົວໜ້າພະແນກນິຕິກຳ ກົມພາສີ ກະຊວງການເງິນ ໄດ້ລາຍງານ ຕໍ່ກອງປະຊຸມ ແລກປ່ຽນຄວາມຄິດເຫັນ ເນື່ອງໃນໂອກາດການເຂົ້າເປັນສະມາຊິກອົງການການຄ້າໂລກຂອງ ສປປ ລາວ ຄົບຮອບ 4 ປີ ໃນຫົວຂໍ້ “ການຄ້າລາວ ກ້າວສູ່ການຄ້າໂລກ” ໃນວັນທີ 10 ກຸມພາ 2017 ນີ້.

ແບ່ງປັນ