Breaking News

ງານປະກວດນາງງາມດອກງິ້ວ ແຂວງບໍ່ແກ້ວ

ແບ່ງປັນ

 

ງານ​ເທດສະການ​ດອກ​ງີ້ວ​ບານ ຄັ້ງທີ 17 ​ ໄດ້ຈັດງານມາຮອດມື້ສຸດທ້າຍ ໃນມື້ວານນີ້ ທີ 12 ກຸມພາ 2017  ຢູ່ດອນຊາວ, ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ  ພາຍໃນງານພິເສດທີ່ສຸດ ແລະ ມວນຊົນໃຫ້ຄວາມສົນໃຈ ກໍແມ່ນການປະກວດນາງງາມ ດອກງິ້ວ ປະຈຳປີ 2017 ​ໂດຍ​ໄດ້ຄັດ​ເລືອກ​ເອົານາງ​ສາວງາມ​ ຈໍານວນ 20 ນ້ອງ ຈາກບັນດາເມືອງ, ບັນດາບ້ານ ທີ່ເປັນຕົວແທນຂອງແຕ່ລະເຜົ່າ ເຊິ່ງງານແມ່ນມີບັນຍາກາດຄຶ້ກຄື້ນມ່ວນຊື່ນຫຼາຍ  ສະນັ້ນ ຂວັນໃຈ ເຮົາຈຶ່ງບໍ່ພາດທີ່ຈະເອົາບັນຍາກາດ ຂອງງານ ແລະ ສາວງາມຜູ້ທີ່ໄດ້ຕໍາແໜງນີ້ມາໃຫ້ ສາວໆຂວັນໃຈ ເຮົາໄດ້ຮູ້ກັນ.
ອັນດັບທີ 1  ນາງສາວ ຈັນທະລາ ວົງຂັນທອງ ໝາຍເລກ 12 ຈາກ ເມືອງ ຕົ້ນເຜິ້ງ ໄດ້ຮັບເງິນລາງວັນ 9,200,000ກີບ ພ້ອມມຸງກຸດ


ອັນດັບທີ 2 ນາງສາວ ກິແກ້ວ ໄຊຈະເລີນ ໝາຍເລກ 4 ເມືອງ ຜາອຸດົມ


ອັນດັບທີ 3 ນາງສາວ ສຸວິນາ ໄຊວົງ ໝາຍເລກ 13 ຈາກ ເມືອງ ຫ້ວຍຊາຍ


ອັນດັບທີ 4 ນາງສາວ ອາລີ ທຳມະວົງ ໝາຍເລກ 5  ຈາກ ບ້ານ ນໍ້າເກິ່ງ


ພາບ ແລະ ຂໍ້ມູນໂດຍ: All About Bokeo-ຄົນບໍ່ແກ້ວ ແຂວງບໍ່ແກ້ວ @Liza Thidaluck

ງານ​ເທສະການ​ດອກ​ງີ້ວ​ບານ ​ຊຶ່ງ​ຈະ​ໄດ້​ຈັດ​ຂຶ້ນ​ໃນ​ລະ​ຫວ່າງວັນ​ທີ 4-12 ກຸມພາ 2017 ຜ່ານມາ ຢູ່ດອນຊາວ, ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ພາຍໃນງານຈະມີກິດຈະກຳຫຼາຍຢ່າງເຊັ່ນ: ​​ມີ​ບັນດາ​ບໍລິສັດ​ຫ້າງ​ຮ້ານ, ຫົວໜ່ວຍ​ການ​ຜະລິດ, ທຸລະ​ກິດ ​ແລະ ບັນດາ​ເມືອງ ນຳ​ເອົາສິນ​ຄ້າ​ຜະລິດ​ຕະພັນ​ກະສິກຳ, ອຸດສາຫະກຳ, ສິນຄ້າ​ໂອດ​ອບ, ພືດ​ຜັກ​ປອດ​ສານພິດ ຫຼາຍ​ປະ​ເພດມາ​ວາງຂາຍ. ຊຶ່ງ​ຈະ​ປະກອບ​ໄປ​ດ້ວຍ​ອາຫານ​ການ​ກິນທີ່​ເປັນ​ເອກ​ະລັກ​ຂອງ​ບັນດາ​ເຜົ່າ. ເຊິ່ງມີຫ້ອງ​ວາງສະ​ແດງ​ສິນຄ້າ ປະມານ 100 ກວ່າຫ້ອງ ນອກນີ້ໃນແຕ່ລະມື້ຍັງໄດ້ມີຊົມ​ການ​ແຂ່ງຂັນກິລາ​ພື້ນ​ເມືອງ ງົວຊົນງົວ; ມ້າຊົນມ້າ; ມວຍລາຍຈີນ, ມີການ​ສະ​ແດງ​ສິລະ​ປະ​ວັນນະຄະດີຂອງຊົນເຜົ່າຕ່າງໆໃນແຂວງບໍ່ແກ້ວ ແລະ ມີນັກ​ສິລະ​ປິນທັງພາຍ​ໃນ​ແຂວງ, ຈາກສູນກາງ ແລະ 3 ປະເທດໃກ້ຄຽງ ຄື: ສປ ຈີນ, ສສ ມຽນມາ ແລະ ​ລາຊາອານາຈັກໄທ ມາຮ່ວມສະແດງນຳ.

 

 

ແບ່ງປັນ