Breaking News

ປະເທດ ເປຣູ ຈັດງານ “ຈູບຕ້ານຄົນລັງກຽດເພດທີ່ສາມ”

ແບ່ງປັນ
ກຸ່ມຫຼາກຫຼາຍທາງເພດໃນເປຣູຈັດງານ “ຈູບຕ້ານຄົນລັງກຽດເພດທີ່ສາມ” ເພື່ອສົ່ງເສີມການຮັບຮູ້ຂອງຄົນໃນປະເທດ.
ງານຈູບກາງແຈ້ງດັ່ງກ່າວຈັດຂຶ້ນໃນບໍລິເວນກາງເມືອງເກົ່າຂອງນະຄອນຫຼວງລີມາ ແລະ ມີການເດີນຂະບວນຜ່ານສະຖານທີ່ສໍາຄັນຫຼາຍບ່ອນ ໂດຍຫວັງວ່າ: ການຈູບເປັນສັນຍາລັກຕໍ່ຕ້ານຄວາມຮຸນແຮງຕໍ່ກຸ່ມຫຼາກຫຼາຍທາງເພດ. ທ່ານ ມາໂຍ ຟໍເຣສ ໂຄສົກຂອງງານຈູບຕ້ານຄົນລັງກຽດເກ ກ່າວວ່າ: ຄູ່ຮັກເພດດຽວກັນສະແດງຄວາມຮັກໃນທ້ອງຖະໜົນໄດ້ ໂດຍບໍ່ຖືກທໍາຮ້າຍ ແຕ່ຜ່ານມາທຸກຄົນຖືກຂັດຂວາງ, ດູຖືກ ແລະ ທໍາຮ້າຍ. ແນວໃດກໍຕາມ ໃນງານກໍມີຜູ້ຊາຍຄົນໜຶ່ງທີ່ບໍ່ເຫັນດີກັບຄົນກຸ່ມນີ້ ເຂົ້າມາຕີຜູ້ຍິງທີ່ຮ່ວມງານ ຊຶ່ງຜູ້ເສຍຫາຍຄື ນາງ ຟຣາລເຊສກາ ເລອອນ ບອກວ່າ: ມີຄົນກຸ່ມໜຶ່ງຮ້ອງໃສ່ວ່າ: ຈໍາພວກເກອອກໄປສາ! ລາວຈຶ່ງຢຸດແລ້ວຢືນຕໍ່ໜ້າຜູ້ຊາຍຄົນໜຶ່ງ ພ້ອມກັບນໍາທຸງສີອອກມາ ແຕ່ຜູ້ຊາຍຄົນດັ່ງກ່າວຍາດເອົາທຸງໄປ ແລະ ນາງໄດ້ຍາດທຸງຄືນ ຈົນຊາຍຜູ້ນັ້ນຕີໜ້າທ້ອງຂອງລາວ. ການແຕ່ງງານເພດດຽວກັນໃນປະເທດເປຣູຍັງປະຕິບັດບໍ່ໄດ້ ແຕ່ຄໍາພິພາກສາໃນເດືອນຜ່ານມາໄດ້ອະນຸຍາດ ໄດ້ຍອມຮັບການແຕ່ງດອງລະຫວ່າງຜູ້ຊາຍເປຣູ ແລະ ແມັກຊິໂກ ແຕ່ສາສະໜາຄາໂທລິກ (Catholic Church) ຍັງບໍ່ເຫັນດີຕໍ່ການແຕ່ງດອງເພດດຽວກັນ ແລະ ນໍາເລື່ອງມາເວົ້າໃນບ່ອນສາທາລະນະຍັງເປັນສິ່ງຕ້ອງຫ້າມ.
ແບ່ງປັນ