Breaking News

ຂ່າວດີ! ສຳລັບຜູ້ພິການ ແຕ່ກຳເນີດ

ແບ່ງປັນ

​ເລີ່​ມແຕ່ວັນທີ 07-20 ກຸມພາ 2017 ເປັນເວລາ 2 ອາທິດ. ຄະ​ນະ​ທີມ​ແພດອາສາສະໝັກຈາກອົງການ ການ​ແພດ Interplast ຈາກ​ປະ​ເທດ ອົດສະຕາລີ ແລະ ນິວຊີແລນ ໄດ້ເດີນທາງມາເຖິງໂຮງໝໍມະໂຫສົດ ນະຄອນຫຼວງວຽງຈັນ ເພື່ອດຳເນີນໂຄງການໃຫ້ຄຳປຶກສາ ແລະ ການຜ່າຕັດ ​ໂດຍ​ບໍ່​ເສຍ​ຄ່າ ໃຫ້​ແກ່ ຜູ້ທີ່ມີອາການ​ດ້ານ​ຄວາມພິການແຕ່ກຳເນີດ ແລະ ຈາກການຈະເລີນເຕີບໂຕ. ໂຄງການດັ່ງກ່າວ, ໄດ້ຮັບການສະໜັບສະໜູນ ບໍລິສັດ ພູເບັ້ຍ ມາຍນິງ (PBM) ແລະ ກຸ່ມແມ່ຍິງສາກົນ (WIG) ເຊິ່ງ​ເປັນ​ການສືບຕໍ່ ການຈັດຕັ້ງໂຄງການທີ່​ທາງ ບໍ​ລິ​ສັດ ໄດ້ຮ່ວມທຶນ​ຮອນ​ກັບ Interplast​ ນັບແຕ່ປີ 2012.

ທີມອາສາສະໝັກຂອງ Interplast ທີ່ປະກອບດ້ວຍແຜນຜ່າຕັດ​ໃສຍະກຳ ແລະ ຕົບແຕ່ງ, ແພດວາງຢາສະລົບ ແລະ ພະຍາບານ ໄດ້ດຳເນີນການປະເມີນກ່ອນຜ່າຕັດ ​ເຊິ່ງຈະປະຕິບັດວຽກຮ່ວມ ແລະ ຝຶກອົບຮົມ ​ໃຫ້ພະນັກງານແພດ ປະຈຳຢູ່ໂຮງໝໍໃນໄລຍະການ​ດຳ​ເນີນໂຄງການ ແລະ ​ອົງ​ການ WIG ຈະໃຫ້ການຊ່ວຍເຫຼືອ ຄົນເຈັບທັງໝົດກ່ອນ ແລະ ຫຼັງຜ່າຕັດ. ນັບແຕ່ມີໂຄງການຮ່ວມມືດ້ານການຊ່ວຍ ເຫຼືອ, ບໍລິສັດ ພູເບັ້ຍ ມາຍນິງ ໄດ້ປະກອບສ່ວນທຶນ 220.000 ໂດລາສະຫະລັດ ເຊິ່ງໄດ້ ຊ່ວຍໃຫ້ມີການຜ່າຕັດໂດຍບໍ່ເສຍຄ່າ ເພື່ອປ່ຽນແປງຊີວິດ ໃຫ້​ແກ່​ຄົນ​ໄຂ້ທີ່ເຂົ້າຮ່ວມໂຄງການ ຢູ່ລາວ ເຊິ່ງເປັນຜູ້ທີ່ບໍ່ສາມາດ ເຂົ້າເຖິງການບໍລິການດັ່ງກ່າວໄດ້.

ຈຸດສຸມສຳລັບ ໂຄງການ Interplast ປີ 2017 ແມ່ນການຜ່າຕັດສຳລັບ ຜູ້ທີ່ມີຄວາມພິການແຕ່ກຳເນີດ ແລະ ການຈະເລີນເຕີບໂຕ ຂອງຮ່າງກາຍ. ສະ​ເພາະປີນີ້ ຄາດ​ວ່າ​ປະ​ຊາ​ຊົນຢູ່ນະຄອນຫຼວງວຽງຈັນ​ ປະມານ 60 ຄົນຈະໄດ້ຮັບການຜ່າຕັດ ໂດຍບໍ່ເສຍຄ່າ ແລະ ຈະ​ຊ່ວຍປ່ຽນແປງຊີວິດເຂົາ​ເຈົ້າ​ໃຫ້ດີຂຶ້ນກວ່າ​ເກົ່າ.

ແບ່ງປັນ