Breaking News

ເມນູ ສຸດພິເສດຕ້ອງຮັບວັນແຫ່ງຄວາມຮັກ

ແບ່ງປັນ

ເມນູ ສຸດພິເສດຕ້ອງຮັບວັນແຫ່ງຄວາມຮັກ ມາຮູ້ຈັກກັບເມນູສຸດພິເສດ ແລະ ສຸດແປກຕ້ອນຮັບ “Valentine’s day” ບາແຫ່ງໜຶ່ງໃນໃຈກາງເມືອງໂຕກຽວ ຈັດກິດຈະກໍາແບບພິເສດໆ ສະຫຼອງວັນແຫ່ງຄວາມຮັກດ້ວຍເມນູຂອງຫວານ ຄີມເຄັກ ແລະ cocktail ທີ່ເສີບມາພ້ອມກັບແມງໄມ້ ໂດຍຜູ້ຈັດກິດຈະກໍາບອກວ່າ: ເມນູດັ່ງກ່າວດຶງດູດລູກຄ້າເຂົ້າຮ້ານໄດ້ເກືອບຮ້ອຍຄົນ ແລະ ລູກຄ້າຍັງບອກອີກວ່າ: ກິດຈະກໍານີ້ຊ່ວຍໃຫ້ຜູ້ທີ່ຍ້ານແມງໄມ້ ບໍ່ຍ້ານອີກຕໍ່ໄປ.

 

ສ່ວນເມນູທີ່ໄດ້ຮັບຄວາມນິຍົມຄື: Cocktail Cranberry ທີ່ປະສົມແມງດາ ແລະ ເພີ່ມລົດຊາດຄ້າຍຄືກັບ ຄາຣາເມວດ້ວຍດ້ວງກັບ Walnuts ຊຶ່ງມີລາຄາ 800-1.000 ເຍນ ຫຼື ປະມານ 75.000 ກີບຕໍ່ແກ້ວ .

ແບ່ງປັນ