Breaking News

ວັນແຫ່ງຄວາມຮັກໄປທ່ຽວໃສດີ? ຖ້າຄິດບໍ່ອອກໄປທ່ຽວນີ້ເລີຍ…

ແບ່ງປັນ

ໃນວັນແຫ່ງຄວາມຮັກແບບນີ້ ແລະ ໃນໄລຍະລະດູໜາວແບບນີ້ ທາງທີມງານ ຂວັນໃຈ ຈະຂໍແນະນໍາສະຖານທີ່ທ່ອງທ່ຽວໃຫ້ທ່ານຜູ້ອ່ານທີ່ໜ້າຮັກໄດ້ໄປທ່ຽວຊົມ ຫຼື ໄປພັກຜ່ອນແບບຄອບຄົວ ແລະ ສະຖານທີ່ທີ່ເຮົາຈະມາແນະນໍາໃຫ້ທຸກທ່ານກໍຄື ສວນ “ສະຕໍເບີຣີ່” ພູຄູນ ນັ້ນເອງ

ເມື່ອເອີ່ຍເຖິງສວນ “ສະຕໍເບີຣີ່” ພູຄູນແລ້ວ ຫຼາຍໆທ່ານກໍຄົງຈະເຄີຍໄດ້ຍິນ ຫຼື ບາງທ່ານກໍອາດໄດ້ໄປທ່ຽວຊົມມາແລ້ວສາມແຍກພູຄູນ ຫຼື ເມືອງພູຄູນ ເປັນເມືອງໜຶ່ງທີ່ເປັນທາງສາມແຍກໄປວຽງຈັນ – ຫຼວງບາງ – ຊຽງຂວາງ ແລະ ເປັນເມືອງທີ່ມີສາມລະດູ ໃນມື້ໜຶ່ງໆຈະມີທັງລະດູຝົນ, ລະໜາວ ແລະ ລະດູຮ້ອນ ຈົນຫຼາຍຄົນທີ່ມາທ່ຽວຊົມໃນສະຖານທີ່ແຫ່ງນີ້ບໍ່ສາມາດປັບຕົວໄດ້ທັນເລີຍ

ສວນພູຄູນ ”ສະຕໍເບີຣີ່” ຕັ້ງຢູ່ບ້ານ ສາມແຍກພູຄູນ ທາງເຂົ້າຕິດກັບປໍ້ານໍ້າມັນພູຄູນ ຫ່າງຈາກເສັ້ນທາງ 13 ເໝືອ ພຽງ 300 m ເຊິ່ງຫ່າງຈາກນະຄອນຫຼວງວຽງຈັນ 250 km, ຈາກຫຼວງພະບາງ 135 km, ຈາກຊຽງຂວາງ 130 km ແລະ ຈາກວັງວຽງ 100 km ເທົ່ານັ້ນເອງ ການເດີນທາງໄປມາກໍສະດວກສະບາຍ

ໃນວັນແຫ່ງຄວາມຮັກແບບນີ້ ຖ້າໜຸ່ມໆສາວໆຄົນໃດທີ່ບໍ່ຮູ້ຈະພາແຟນໄປທ່ຽວໃສ ຫຼື ພາຄອບຄົວໄປທ່ຽວໃສກໍລອງໄປທ່ຽວສະຖານທີ່ແຫ່ງນີ້ລອງເບິ່ງເດີ້ທ່ານຜູ່ທ່ານທີ່ໜ້າຮັກ ຮັບຮອງວ່າທ່ານຈະໄດ້ຮັບຄວາມໂຣແມນຕິກຢ່າງແນ່ນອນ

ເຄຼດິດຮູບພາບ: ພູຄູນສະຕໍເບີຣີ່

ແບ່ງປັນ