Breaking News

ເຄບີ ໂຄລາວ ເຊົ່າສິນເຊື່ອ ເລີ່ມດຳເນີນທຸລະກິດຢູ່ໃນ ສປປ ລາວ

ແບ່ງປັນ

ງານເປີດໂຕ ບໍລິສັດ ເຄບີ ໂຄລາວ ເຊົ່າສິນເຊື່ອ ຈຳກັດ ຈັດຂຶ້ນ ໃນວັນທີ 13 ກຸມພາ 2017  ຢູທີ່ຕຶກອາລຸນໃໝ່ ຊັ້ນ 7 ບ້ານໜອງບອນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແລະ ໄດ້ຈັດງານລ້ຽງສະເຫຼີມສະຫຼອງ ການເປີດໂຕ ຢ່າງເປັນທາງການ ໃນຕອນຄໍ່າຂອງມື້ດຽວກັນ ຢູ່ທີ ໂຮງແຮມ ແລນມາກມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສິດພະໄຊ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ທ່ານ ຍູນກັງຮ່ອນ ທ່ານເອກອັກຄະລັດຖະທູດ ຂອງ ສ.ເກົາຫຼີ ປະຈຳ ສປປ ລາວ, ທ່ານ ໂອເຊຢອງ ປະທານກຸ່ມບໍລິສັດໂຄລາວ, ທ່ານ ຢູນຈົງກຽວ ປະທານກຸ່ມສະຖາບັນການເງິນເຄບີ, ທ່ານ ພັກຈິອູ ປະທານ ບໍລິສັດ ເຄບີ ແຄັບປີຕອນ, ທ່ານ ປອນຊອງຊູ ກຳມະການຜູ້ຈັດການ ແລະ ແຂກຜູ້ມີກຽດເຂົ້າຮ່ວມງານຢ່າງມ່ວນຊື່ນ.

ບໍລິສັດຕົວແທນຂອງຄົນເກົາຫຼີ ກຸ່ມບໍລິສັດໂຄລາວ ເປັນກຸ່ມບໍລິສັດທີ່ໃຫຍ່ໃນພາກພື້ນເສດຖະກິດທີ່ສຳຄັນຂອງ ສປປ ລາວ ມີ ການຊື້-ຂາຍ, ການກໍ່ສ້າງ, ການທະນາຄານ ແລະ ອື່ນໆ. ເຊິ່ງມີການປະກອບລົດໃຫຍ່ ແລະ ນຳເຂົ້າລົດໃຫຍ່, ການ ຊື້ – ຂາຍລົດມືສອງ ແລະ ຍັງກວມ 50% ຂອງຕະຫຼາດລົດໃຫຍ່ໃນ ສປປ ລາວ.

ທ່ານ ຢູນຈົງກຽວ ປະທານ ກຸ່ມສະຖາບັນການເງິນເຄບີ ໄດ້ເວົ້າວ່າ: “ບໍລິສັດ ເຄບີ ໂຄລາວ ເຊົ່າສິນເຊື່ອ ຈຳກັດ ເປັນ ບໍລິສັດທີ່ສ້າງຂຶ້ນພາຍໃຕ້ການຮ່ວມມືຂອງ 2 ກຸ່ມບໍລິສັດໃຫຍ່ຄື: ກຸ່ມສະຖາບັນການເງິນເຄບີ ແລະ ກຸ່ມບໍລິສັດໂຄລາວ ທີ່ມີອັດຕາການຊື້-ຂາຍລົດທີ່ເປັນອັນດັບທີ 1 ຂອງ ສປປ ລາວ, ຂ້າພະເຈົ້າຫວັງວ່າ ໃນການເລີ່ມຕົ້ນນີ້ ບໍລິສັດຈະນຳໃຊ້ເຄືອຂ່າຍທີ່ແຂງແກ່ນທີ່ມີຢູ່ ເພື່ອການຮັກສາຄວາມສະຖຽນລະພາບ ແລະ ຂ້າພະເຈົ້າຂໍອວຍພອນໃຫ້ບໍລິສັດເຄບີໂຄລາວເຊົ່າສິນເຊື່ອປະສົບຜົນສຳເລັດໃນຮູບແບບທຸລະກິດສາກົນ ເຊິ່ງແມ່ນໃນ ສປປ ລາວ ປະເທດທີ່ມີການເຕີບໂຕທາງດ້ານເສດຖະກິດສູງ ແລະ ມີສັກກະຍະພາບ”

 

ແບ່ງປັນ