Breaking News

ສາວລາວຄົນທີສອງໄປເລືອກຄູ່ໃນລາຍການ “Take me out Thailand” (ມີຄຣິບ)

ແບ່ງປັນ

ຮືຮາຂ້າມປະເທດອີກແລ້ວໆໆ!!! ເມື່ອມີສາວລາວຄົນທີສອງໄປເລືອກຄູ່ໃນລາຍການ “Take me out Thailand”

ວັນທີ 14 ກຸມພາ   ທີ່ຜ່ານມາເຊິ່ງກົງກັບວັນແຫ່ງຄວາມຮັກຂອງຄົນທົ່ວໂລກ ລາຍການດັງໃນປະເທດເພື່ອນບ້ານ “ເລື່ອງເລົ່າເຊົ້ານີ້” ໄດ້ເຊີນ ສາວໂສດ-ໝຸ່ມໂສດ ຈາກລາຍການ “Take me out Thailand” ໄປເປັນແຂກຮັບເຊີນ  ແລະ ໜຶ່ງໃນນັ້ນກໍມີສາວລາວໜຸ່ມລາວທີ່ໄປເລືອກຄູ່ແລ້ວກ່ອນໜ້ານີ້ ກິຕ້າ ພັດທະສອນ ມະນີດາລັດ,​ຈ່ອນນີ່ ສິຣິວັນ ໄຊຍະສານ ແລະ ທີ່ Surprise ທີ່ສຸດກໍຄືຍັງມີສາວລາວອີກໜຶ່ງຄົນທີ່ສາມາດໄປຮ່ວມກັບລາຍການເລືອກຄູ່ດັງລາຍການນີ້ ເຊິ່ງສາວຄົນນີ້ເທົ່າທີ່ ຊະນີIndy ໄປສືບມານັ້ນມີນາມວ່າ ນູ່ນີ່ ແຕ່ສາວຄົນນີ້ຍັງບໍ່ໄດ້ອອກອາກ່າດໃນລາຍການ “Take me out Thailand” ເທື່ອເດີ້ ຄາດວ່າໜ້າຈະໄວໆນີ້, ແຕ່ນາງໄດ້ມີສ່ວນຮ່ວມໄປເປັນແຂກຮັບເຊີນຮ່ວມກັບ ສາວໂສດ-ໜຸ່ມໂສດ ເທົ່ານັ້ນ, ແຕ່ເທົ່າທີ່ເບິ່ງໃນຄຣິບທີ່ພິທີກອນດັງຈາກຝັ່ງໄທໄດ້ສຳພາດ ນູ່ນີ່ ນັ້ນນາງກໍເວົ້າຈາດີ ເວົ້າທັກທາຍໃນສຳນຽງແບບລາວ ແຖມຍັງນຸ່ງສິ້ນໄໝ ເບິ່ງແລ້ວງາມຫຼາຍ.

ສ່ວນວ່າມື້ໃດທີ່ສາວ ນູ່ນີ່ ສາວງາມຈາກລາວເຮົາໄດ້ອອກອາກາດນັ້ນ ຊະນີIndy ສັນຍາວ່າຈະນຳມາໃຫ້ແຟນໆໄດ້ຮັບຊົມກັນແນ່ນອນ, ແຕ່ສຳລັບມື້ນີ້ເບິ່ງຄຣິບທີ່ນາງໄປເປັນແຂກຮັບເຊີນໃນ “ເລື່ອງເລົ່າເຊົ້ານີ້” ໄປກ່ອນ!!!

 

 

 

อยากรู้อะไร ถามมาตอบไป

โพสต์โดย Take Me Out Thailand บน 13 กุมภาพันธ์ 2017

 

 

ຂໍຂອບໃຈຄຣິບຈາກ: Take Me Out Thailand ແລະ เรื่องเล่าเช้านี้ บีอีซี-เทโร

ແບ່ງປັນ