Breaking News

ຄຳພູວົງ ແຈກຄຳຫຼາຍລາງວັນ!

ແບ່ງປັນ

ໃນວັນທີ 14 ກຸມພາ 2017 ຜ່ານມາ ທີ່ຕະຫຼາດເຊົ້າມໍຊັ້ນ 1 ໄດ້ມີພິທີຖະແຫຼງຂ່າວເປີດ “ໂຄງການ ຄຳພູວົງ ລຸ້ນໂຊກຕະຫຼອດປີ 2017” ໃຫ້ກຽດເປີດພິທີໂດຍ ທ່ານ ພູວົງ ພະມີສິດ ແລະ ແຂກທີ່ມີກຽດ ພ້ອມກັບສື່ມວນຊົນເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ, ພາຍໃນງານນອກຈາກການຖະແຫຼງຂ່າວແລ້ວຍັງມີການຮ້ອງເພງຈາກສີລະປິນ ນວນ ນໍ້າເຕົ້າ ແລະ ການເຕັ້ນໂຊເພື່ອເປີດງານໃນເທື່ອນີ້ອີກດ້ວຍ.

ເພື່ອເປັນການຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງລູກຄ້າ ແລະ ທີ່ສະເຫຼີມສະຫຼອງ ຮ້ານຄໍາພູວົງ ຄົບຮອບ 33 ປີ, ບວກກັບຄວາມສໍາເລັດທີ່ຜ່ານມາ ຮ້ານ ຄໍາພູວົງ ຈຶ່ງໄດ້ສືບຕໍ່ຈັດກິດຈະກໍາ ຄໍາພູວົງລຸ້ນໂຊກປີ 2 ຂຶ້ນ ກັບກິດຈະກໍາທີ່ມີຊື່ວ່າ: “ຄໍາພູວົງ ລຸ້ນໂຊກຕະຫຼອດປີ 2017” ແລະ ຍັງເປັນປີທີ 34 ຂອງຮ້ານ ລາງວັນໃຫຍ່ປະຈໍາປີນີ້ ແມ່ນຊຸດຄໍາອອກງານຍິງ-ຊາຍ ນໍ້າໜັກ 34 ບາດ ຊຶ່ງຈະມອບໃຫ້ຜູ້ໂຊກດີໃນທ້າຍປີ 2017ນີ້ .
ນອກຈາກລາງວັນໃຫຍ່ແລ້ວ ຍັງສາມາດລຸ້ນຮັບລາງວັນປະຈໍາເດືອນນໍາອີກ ແລະ ລາງວັນຈະແຈກເພີ່ມຂຶ້ນໃນທຸກໆເດືອນຕະຫຼອດປີ 2017 ນີ້ ຊຶ່ງຈະເລີ່ມແຈກໃນເດືອນກຸມພາເປັນຕົ້ນໄປ.

ຊຶ່ງລາຍລະອຽດຂອງລາງວັນມີດັ່ງລຸ່ມນີ້: ລາງວັນທີ 1 ເປັນຄໍານໍ້າໜັກ 34 ບາດ ມີ 1 ລາງວັນ, ລາງວັນທີ 2 ຄໍານໍ້າໜັກ 2 ບາດ ມີ 2 ລາງວັນ, ລາງວັນທີ 3 ຄໍານໍ້າໜັກ 1 ສະຫຼຶງ ມີ 34 ລາງວັນ ແລະ ລາງວັນປະຈໍາເດືອນ ຄໍານໍ້າໜັກ 1 ສະຫຼຶງ ມີ 65 ລາງວັນ.
ປັດຈຸບັນ ຮ້ານຄໍາພູວົງສາມາດຕອບສະໜອງລູກຄ້າໄດ້ດ້ວຍຊ່າງທີ່ຊໍານິຊໍານານ ແລະ ເຄື່ອງມືທີ່ທັນສະໄໝສາມາດເຮັດໄດ້ຫຼາຍຮູບແບບເຊັ່ນ: ເຄື່ອງຄໍາ, ເພັດ, ພອຍ ແລະ ຄໍາຝລັ່ງເປັນຕົ້ນ, ຊຶ່ງປັດຈຸບັນນີ້ຮ້ານຄໍາພູວົງມີທັງໝົດ 4 ສາຂາຄື: ສາຂາຕະຫຼາດເຊົ້າຊ໋ອບປິ່ງມໍ, ສາຂາຕະຫຼາດວັງທອງ 450 ປີ, ສາຂາໄອເຕັກມໍ, ສາຂາວຽງຈັນເຊັນເຕີ ແລະ ສາຂາປາກເຊ.

 

 

ແບ່ງປັນ