Breaking News

ປະຫວັດປະຕູໄຊ ທີ່ຫຼາຍຄົນບໍ່ເຄີຍຮູ້

ແບ່ງປັນ

ທ່ານຜູ້ອ່ານທີ່ຮັກແພງໃນມື້ນີ້ ທີມງານ ຂວັນໃຈ ຂໍນໍາເອົາເລື່ອງຂອງປະຕູໄຊມາເລົ່າສູ່ຟັງ ມີຫຼາຍຄົນທີ່ອາໄສຢູ່ນະຄອນຫຼວງວຽງຈັນທີ່ໄດ້ຂີ່ລົດກາຍໄປ-ມາ ແລະ ໄດ້ເຂົ້າໄປທ່ຽວຊົມໃນປະຕູໄຊ ແຕ່ກໍ່ເຫັນວ່າມີຫຼາຍຄົນທີ່ຍັງບໍ່ໄດ້ມີໂອກາດທີ່ຈະເຂົ້າໄປເບິ່ງຢ່າງລະອຽດລະອໍ ແລະ ສຶກສາປະຫວັດວ່າປະຕູໄຊມີທີ່ມາຄືແນວໃດ  ເຊິ່ງມື້ນີ້ພວກເຮົາຈະມາເລົ່າໂດຍຫຍໍ້ສູ່ທ່ານຟັງ

 

ປະຕູໄຊ ເຊິ່ງຊື່ເດີມເອີ້ນວ່າ “ ອະນຸສາວະລີໄຊຊະນະ ”ເຊິ່ງນັກທ່ອງທ່ຽວມັກປຽບທຽບວ່າເປັນ “ ອາກເດີ ທຣີອົມ ” (ຢູ່ໃນນະຄອນປາຣີ ປະເທດຝຣັ່ງ) ອະນຸສາວະລີ ປະຕູໄຊມີລັກໂດດເດັ່ນທີ່ຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ ບໍລິເວນຕອນປາຍຂອງຖະໜົນລ້ານຊ້າງ (ຄົນສະໄໝກ່ອນມັກເອີ້ນກັນວ່າ “ຊ້ອງ ເອລິເຊ້” ເຊິ່ງເປັນຖະໜົນຢູ່ໃນປາຣີເຊັ່ນກັນ)

ປະຕູໄຊຖືກສ້າງຂຶ້ນນັບແຕ່ປີ ຄສ 1957 ແລະ ສໍາເລັດການກໍ່ສ້າງໃນປີ 1968 ອະນຸສາວະລີ ປະຕູໄຊ ຖືກສ້າງເພື່ອເປັນອະນຸສອນໃຫ້ແກ່ການປະກາດເອກະລາດຂອງ ສປປ ລາວ ອອກຈາກແອກປົກຄອງຂອງລ່າເມືອງຂຶ້ນຝຣັ່ງ ແລະ ເປັນອະນຸສອນແກ່ທະຫານທີ່ຕາຍໃນສົງຄາມໂລກຄັ້ງທີສອງ ແລະ ສົງຄາມກັບຈັກກະພັດຝຣັ່ງ ໃນປີ 1949 ໂດຍນຳໃຊ້ທຶນຈາກອາເມລິກາ ທີ່ເບື້ອງຕົ້ນຈະເອົາໄປສ້າງເດີ່ນບິນ ແຕ່ກໍ່ຖືກນຳມາເຮັດອະນຸສາວະລີ ລວມມູນຄ່າການກໍ່ສ້າງປະມານ 63 ລ້ານກີບໃນຕອນນັ້ນ ແລະ ການອອກແບບໂດຍ ທ່ານ ທຳ ໄຊຍະສິດເສນາ ແລະ ໂຄງສ້າງຕາມເລກຕໍາລາອັນສໍາຄັນຂອງຊາວພຸດຄື 3 – 7 – 9 ຮູບຊົງດ້ານເທິງຂອງປະຕູໄຊ ແມ່ນມີລັກສະນະຄ້າຍຄືກັບຜາສາດ “ທັດສ໌ມາຮານ” ທີ່ຢູ່ປະເທດອິນເດຍ ແລະ ທາງດ້ານໃນຖືກປະດັບປະດາດ້ວຍສິລະປະລວດລາຍອັນເປັນເອກະລັກຂອງລາວທີ່ມີສີສັນງົດງາມລວມທັງຮູບປັ້ນນາງກິນນາລີ. ປະຕູໄຊມີຄວາມສູງ 49 ແມັດ ດັ່ງນັ້ນນັກທ່ອງທ່ຽວທີ່ມາທ່ຽວຊົມຈຶ່ງສາມາດຂຶ້ນໄປສູ່ຊັ້ນສູງສຸດເພື່ອຊົມທິວທັດອັນສວຍງາມຂອງຕົວເມືອງໃນນະຄອນຫຼວງວຽງຈັນ ຢູ່ໃນບໍລິເວນດ້ານລຸ່ມກໍເປັນເດີ່ນກວ້າງປະກອບໄປດ້ວຍອ່າງນໍ້າພຸ, ດອກໄຟສີ ແລະ ດອກໄມ້ຫຼາກຫຼາຍຊະນິດຫຼາຍແນວພັນທີ່ສົ່ງກິ່ນອັນຫອມຫວນ ແລະ ສີສັນສົດໃສຕະການຕາ ແລະ ຍັງມີບໍລິການອາຫານເຄື່ອງດື່ມ ພ້ອມທັງຂາຍເຄື່ອງຫັດຖະກໍາ ຂອງທີ່ລະນຶກຕ່າງໆ

ດ້ວຍເຫດນີ້ປະຕູໄຊຈຶ່ງເປັນອີກສະຖານທີ່ຂຶ້ນຊື່ໃນນະຄອນຫຼວງວຽງຈັນກໍ່ຄືໃນປະເທດລາວເຮົາ ເຊິ່ງສາມາດດຶງດູດນັກທ່ອງທ່ຽວເປັນຈໍານວນຫຼວງຫຼາຍໃຫ້ເຂົ້າມາທ່ຽວຊົມບໍ່ຂາດແຕ່ລະມື້ ແລະ ແວະຖ່າຍຮູບເກັບໄວ້ເປັນທີ່ລະນຶກເພື່ອສະແດງໃຫ້ຮູ້ວ່າໄດ້ເດີນທາງມາຮອດນະຄອນຫຼວງວຽງຈັນແລ້ວ ດັ່ງມີຄໍາເວົ້າໜຶ່ງທີ່ຫຼາຍຄົນໄດ້ຍິນວ່າ: ຖ້າມາຮອດວຽງຈັນບໍ່ໄດ້ຖ່າຍຮູບຢູ່ປະຕູໄຊແມ່ນມາບໍ່ຮອດວຽງຈັນ

ນອກຈາກທ່ານຈະມາຍ່າງເລາະ ແລະ ຖ່າຍຮູບພາບເປັນທີ່ລະນຶກແລ້ວ ທ່ານຍັງສາມາດຂຶ້ນໄປຊົມດ້ານເທິງຂອງປະຕູໄຊ ແລະ ຊົມວິວທິວທັດຂອງຕົວເມືອງໃຈກາງນະຄອນຫຼວງໄດ້ທຸກມື້ໃນເວລາ 08:00 – 16:00 ໂມງ

 

 

 

ທີ່ມາຂອງຂໍ້ມູນ: ປື້ມທ່ຽວທົ່ວລາວ ກົມໂຄສະນາການທ່ອງທ່ຽວ ກະຊວງຖວທ.

ແບ່ງປັນ