Breaking News

ງານຖະແຫຼງຂ່າວງານວາງສະແດງສິນຄ້າໝຶ່ງຜະລິດຕະພັນແຫ່ງຊາດ ທົ່ວປະເທດຄັ້ງທີ 1

ແບ່ງປັນ

 

ໃນວັນທີ 14 ກຸມພາ 2017 ທີ່ຜ່ານມາ ທີ່ສະມາຄົມນັກຂ່າວແແຫ່ງ ສປປ ລາວ ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດພິທີຖະແຫຼງຂ່າວ ງານວາງສະແດງສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດທົ່ວປະເທດຄັ້ງທີ I. ເຂົ້າຮ່ວມໂດຍທ່ານ ສົມຫວັງ ນິນທະວົງ ຫົວໜ້າກົມສົ່ງເສີມການຄ້າ, ທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາຄົນນັກຂ່າວແຫ່ງ ສປປ ລາວ, ແຂກທີມີກຽດ ແລະ ສື່ມວນຊົນເຂົ້າຮ່ວມ. ງານດັ່ງກ່າວ ຈະຈັດຂຶ້ນໃນວັນທີ 22-26 ກຸມພາ 2017 ນີ້ ທີ່ສູນການຄ້າລາວໄອເຕັກ (ຕຶກເກົ່າ).

ເພື່ອຈັດຕັ້ງສົ່ງເສີມຜັນຂະຫຍາຍແນວທາງນະໂຍບາຍສົ່ງເສີມການຜະລິດເປັນສິນຄ້າ ຄະນະຮັບຜິດຊອບໄດ້ມີນະໂຍບາຍໃຫ້ຫົວໜ່ວຍທຸລະກິດທີ່ເຂົ້າຮ່ວມງານດັ່ງນີ້: ທຸລະກິດທີ່ໄດ້ຮັບກາໝາຍໂອດ໋ອບແຫ່ງຊາດ ຈະໄດ້ຮັບນະໂຍບາຍ ຫ້ອງວາງສະແດງສິນຄ້າ ຈໍານວນ 1 ຫ້ອງ ຕໍ່ 1 ບໍລິສັດ ໂດຍບໍ່ເສຍຄ່າ, ປະເພດອາຫານພື້ນເມືອງລາວ 1 ຫ້ອງ ຕໍ່ 1 ບໍລິສັດ ໂດຍບໍ່ເສຍຄ່າ. ນອກນີ້, ຜະລິດຕະພັນອຶ່ນໆທີ່ເຂົ້າຮ່ວມ ທາງກົມສົ່ງເສີມການຄ້າ ຈະໃຫ້ການຊ່ວຍເຫຼືອຄ່າຫ້ອງວາງສະແດງສິນຄ້າ ຈໍານວນ 25% ຕໍ່ຫ້ອງ ຂອງມູນຄ່າວາງສະແດງສິນຄ້າ. ປັດຈຸບັນ, ມີຜູ້ສະໝັກເຂົ້າຮ່ວມງານແລ້ວ ຫຼາຍກວ່າ 250 ຫ້ອງ ແລະ ຄາດວ່າຈໍານວນຜູ້ສະໝັກຈະເພີ່ມຂຶ້ນອີກ.

ການຈັດງານວາງສະແດງສິນຄ້າໜຶ່ງເມື່ອງໜຶ່ງຜະລິດຕະພັນຄັ້ງນີ້ ຈຸດປະສົງຫຼັກແມ່ນເພື່ອເປັນການນໍາສະເໜີສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດໃນຂອບເຂດທົ່ວປະເທດ ພ້ອມທັງເປັນການເປີດໂອກາດໃຫ້ແກ່ຫົວໜ່ວຍທຸລະກິດໂອດ໋ອບ ແລະ ຫົວໜ່ວຍທຸລະກິດທີ່ຍັງບໍ່ທັນໄດ້ຮັບກາໝາຍໂອດ໋ອບແຫ່ງຊາດໃນຂອບເຂດທົ່ວປະເທດ ໄດ້ນໍາຜະລິດຕະພັນ-ຜົນງານ ຂອງຕົນເອງມາວາງສະແດງ ແລະ ຈໍາໜ່າຍ, ພົບປະແລກປ່ຽນຖອນຖອດບົດຮຽນເຊິ່ງກັນ ແລະ ກັນ ແລະ ເຮັດການໂຄສະນາຜະລິດຕະພັນຂອງຕົນເອງໃຫ້ແກ່ແຂກທີ່ມາທ່ຽວຊົມງານໄດ້ຮັບຮູ້.  ເຊິ່ງງານຄັ້ງນີ້ປະກອບມີ: ການວາງສະແດງ ແລະ ຈໍາໜ່າຍຜະລິດຕະພັນສິນຄ້າທີ່ພົ້ນເດັ່ນຂອງຫົວໜ່ວຍທຸລະກິດ, ອາຫານພື້ນເມືອງລາວ ແລະ ຈັດກອງປະຊຸມທອດຖອນບົດຮຽນ.

ແບ່ງປັນ