Breaking News

ສັງຄົມສ່ວນຫຼາຍ ສະໜັບສະໜູນ ແນວທາງຂອງລັດຖະບານ

ແບ່ງປັນ

ຖ້າພວກເຮົາຕິດຕາມຫາງສຽງໃນສື່ອອນລາຍເຫັນວ່າ ສັງຄົມ ສ່ວນຫຼາຍໄດ້ ສະໜັບສະໜູນແນວທາງນະໂຍບາຍຂອງພັກ-ລັດຖະບານໃນການສ້າງຄວາມເປັນແບບຢ່າງນຳໜ້າໃຫ້ແກ່ສັງຄົມໃນການຕ້ານການຟຸມເຟືອຍ ຊຶ່ງເປັນການສ້າງລາຍຮັບໃຫ້ແກ່ງົບປະມານຂອງຊາດເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມໝັ້ນຄົງກ້າວໜ້າຢ່າງຕໍ່ເນື່ອງ.

ປັດຈຸບັນ, ແນວທາງຂອງພັກ-ລັດຖະບານໃນການຕ້າການຟຸມເຟືອຍປາກົດວ່າ ສັງຄົມສ່ວນຫຼາຍ ຕ່າງພາກັນຊື່ນຊົມ, ຍ້ອງຍໍ, ຍິນດີທີ່ລັດຖະບານເອົາໃຈໃສ່ແກ້ໄຂບັນຫາເສດຖະກິດຂອງຊາດເຮົາໃຫ້ດີຂຶ້ນ ໂດຍສະເພາະ ເລື່ອງທີ່ທ່ານນາຍົກ ທ່ານ ທອງລຸນ ໄດ້ອອກດຳລັດເລກທີ 15 ວ່າດ້ວຍການປະກອບ ແລະ ຄຸ້ມຄອງລົດປະຕໍາແໜງຂອງພະນັກງານຂອງພະນັກງານການນໍາຂັ້ນສູງໃນວັນທີ 5 ມັງກອນ 2017  ນີ້ກໍແມ່ນ ວຽກງານໜຶ່ງທີ່ສຳຄັນກ່ຽວກັບການຈັດຕັ້ງປະຕິບັດນະໂຍບາການປະຢັດ ແລະ ຕ້ານການຟຸມເຟືອຍຂອງພັກ ແລະ ລັດ. ແນ່ໃສ່ປະກອບລົດປະຈຳຕໍາແໜງພະນັກງານການນຳຂັ້ນສູງປະເພດຕ່າງໃຫ້ສອດຄ່ອງ ກັບສະພາບຕົວຈິງທາງດ້ານເສດຖະກິດ-ສັງຄົມຂອງປະເທດເຮົາ, ສະກັດກັ້ນ ແລະ ຕ້ານການຟຸມເຟືອຍໃນການນຳໃຊ້ງົບປະມານຂອງລັດສ້າງຄວາມເປັນແບບຢ່າງນຳໜ້າໃຫ້ສັງຄົມ.

ດັ່ງນັ້ນ, ຈຶ່ງຢາກຮຽກຮ້ອງໃຫ້ພາກສ່ວນຕ່າງໆທັງອົງການລັດ, ເອກະຊົນ ລວມເຖິງພໍ່ແມ່ປະຊາຊົນ ກໍຕ້ອງມີມາດຕະການໃດໜຶ່ງຂອງຕົນເອງທີ່ຈະອອກມາຕ້ານການຟຸມເຟືອຍເພາະດຽວນີ້ ການນຳເພິນກໍໄດ້ເປັນແບບຢ່າງໃຫ້ພວກເຮົາແລ້ວ ສະນັ້ນ, ພວກເຮົາທຸກຄົນກໍຕ້ອງມີການປະຕິບັດພ້ອມໆກັນ.

ແບ່ງປັນ