Breaking News

ສາວລາວລຸ່ມ, ລາວສູງ, ລາວເທິງ ໃຜຈະງາມກວ່າກັນ!!

ແບ່ງປັນ

ສະບາຍດີສາວໆຂັວນໃຈທີ່ໜ້າຮັກທັງຫຼາຍ ມື້ນີ້ BeautyGuru ມາພ້ອມກັບຄວາມງາມບໍ່ແພ້ຊາດໃດຂອງແມ່ຍິງລາວທັງສາມຊົນເຜົ່າ ອັນນີ້ຄົງບໍ່ຕ້ອງບອກເນາະວ່າມີຊົນເຜົ່າຫັຍງແດ່ນັ້ນສາວໆຄົງຈະຮູ້ກັນຢູ່ແລ້ວ ເພາະວ່າໃນປະເທດລາວເຮົານັ້ນປະກອບດ້ວຍຫຼາຍຊົນຊາດຊົນເຜົ່າແຕ່ສະເພາະຊົນເຜົ່າໃຫຍ່ໆໃນລາວນັ້ນກໍມີພຽງສາມຊົນເຜົ່າເທົ່ານັ້ນຄື: ຊົນເຜົ່າທີໜຶ່ງກໍແມ່ນຊົນເຜົ່າລາວລຸ່ມ, ທີສອງຄືຊົນເຜົ່າລາວສູງ (ເຜົ່າມົ້ງ) ແລະ ທີສາມກໍແມ່ນຊົນເຜົ່າລາວເທິງນັ້ນເອງ (ວ່າຊິບໍ່ບອກແຕ່ກະເຜີບອກໄປແລ້ວ) ທັງສາມຊົນເຜົ່ານີ້ມີເອກະລັກວັດທະນະທໍາ, ວາດການດໍາລົງຊີວິດທີ່ແຕກຕ່າງກັນໃນເມຶ່ອກ່ອນ ແຕ່ມາຮອດປັດຈຸບັນນີ້ກໍເກຶອບວ່າແຍກບໍ່ອອກເລີຍ ເພາະຫຼາຍຊົນເຜົ່າໄດ້ມາດໍາລົງຊີວິດຢູ່ຮ່ວມກັນ, ມີຄວາມສາມັກຄີ, ຮັກແພງກັນຄືດັ່ງເປັນອ້າຍ, ເອຶ້ອຍ, ນ້ອງກັນແທ້ໆ ແຕ່ກໍຍັງມີເອກະລັກບາງຢ່າງທີ່ແຕກຕ່າງກັນກໍຄືການນຸ່ງຖືທີ່ເປັນເອກະລັກໃນຍາມບຸນປະເພນີຂອງໃຜມັນນັ້ນເອງ ແລະ ມື້ນີ້ BeautyGuru ກໍໄດ້ຮວບຮວມເອົາຊຸດທີ່ເປັນເອກະລັກຂອງແຕ່ລະຊົນເຜົ່ານັ້ນມາໃຫ້ສາວໆໄດ້ເຫັນກັນ ແລະ ສ່ວນວ່າຊຸດຂອງແຕ່ລະຊົນເຜົ່ານັ້ນຈະງາມຂະໜາດໃດເຮົາໄປເບິ່ງພ້ອມກັນເລີຍ.

  • ງາມສາວລາວລຸ່ມ

  • ງາມສາວລາວສູງ (ສາວມົ້ງ)

  • ງາມສາວລາວເທິງ

  • ສາວລາວທັງສາມເຜົ່າງາມທີ່ສຸດເລີຍ

  • ສະໄໝກ່ອນຍັງງາມ

By: BeuatyGuru

ເຄຼດິດຮູບຈາກ: ສາວໂພສ LaosPost ແລະ Google.com

ແບ່ງປັນ