Breaking News

ຖະແຫລງ ການຈັບກຸມ ແລະ ມ້າງກຸ່ມຄ້າຂາຍຢາເສບຕິດ-ອາວຸດເສິກລາຍໃຫຍ່

ແບ່ງປັນ

ກົມຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ, ກົມໃຫຍ່ຕຳຫລວດ, ກະຊວງປ້ອງກັນຄວາມສະຫງົບ ໄດ້ເປັນເຈົ້າການດຳເນີນວຽກງານວິຊາສະເພາະຂອງຕົນ ເພື່ອເກັບກຳຂໍ້ມູນຢ່າງເປັນລະບົບ, ຈາກນັ້ນ ໄດ້ປະສານສົມທົບລະຫວ່າງ ເຈົ້າໜ້າທີ່ຕຳຫລວດຢູ່ສູນກາງ ກັບທ້ອງຖິ່ນບັນດາແຂວງ ໃນທົ່ວປະເທດ, ພ້ອມກັບອົງການທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງທຸກຂັ້ນ ຈຶ່ງໄດ້ດຳເນີນການແກ້ໄຂ ເຄື່ອຂ່າຍກຸ່ມເປົ້າໝາຍຊື້-ຂາຍ ຢາເສບຕິດ ແລະ ຕິດພັນກັບອາວຸດເສີກ, ແຕ່ພາກເໜືອ ລົງຮອດ ພາກໃຕ້ ແລະ ສາມາດຈັບຕົວຜູ້ຖືກຫາທັງໝົດ ໄດ້ 33 ຄົນ, ຍິງ 11 ຄົນ.
ທ່ານ ທອງເຫລັກ ມັງໜໍ່ເມກ ຫົວໜ້າກົມໃຫຍ່ຕຳຫລວດ, ກະຊວງປ້ອງກັນຄວາມສະຫງົບ ຖະແຫລງ ກ່ຽວກັບເຫດການດັ່ງກ່າວ ໃນວັນທີ 16 ກັນຍາ 2016 ເຖິງ ວັນທີ 24 ມັງກອນ 2017 ທີ່ຜ່ານມາວ່າ: ກຸ່ມທີ 1: ໃນວັນທີ 16/09/2016 ເຈົ້າໜ້າທີ່ຕຳຫລວດໄດ້ຈັບຕົວຄື: ທ້າວ ກິນ້ອຍ ຜາໄຊ ຫລື (ແອນ້ອຍ ຫລື ນ້ອຍອາກາດ), ອາຍຸ 34 ປີ ເຊື້ອຊາດ-ສັນຊາດລາວ, ຢູ່ບ້ານອາກາດ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ, ພ້ອມດ້ວຍພັກພວກຈຳນວນ 16 ຄົນ ຍິງ 04 ຄົນ; ກຸ່ມທີ 2: ໃນວັນທີ 11/12/2016 ເຈົ້າໜ້າທີ່ໄດ້ຈັບຕົວ (ຄູ່ຜົວ-ເມຍ)ຄື: ທ້າວ ຫວາດ ພິລາບັນ, ອາຍຸ 41 ປີ, ເຊື້ອຊາດ-ສັນຊາດ ລາວ ແລະ ນາງ ແກ້ວ ພິລາບັນ ຫລື (ກິ່ວ), ອາຍຸ 39 ປີ ເຊື້ອຊາດ-ສັນຊາດ ລາວ ຢູ່ແຂວງບໍ່ແກ້ວ; ກຸ່ມທີ 3: ໃນວັນທີ 10/01/2017 ເຈົ້າໜ້າທີ່ໄດ້ຈັບຕົວຄື: ທ້າວ ຄອນປະສົງ ສຸກກະເສີມ ຫລື (ຊຽງເທີ), ອາຍຸ 47 ປີ ເຊື້ອຊາດ-ສັນຊາດລາວ, ຢູ່ນະຄອນຫລວງວຽງຈັນ, ພ້ອມດ້ວຍພັກພວກ 3 ຄົນ; ເຊິ່ງເປັນຜູ້ຄ້າ-ຂາຍຢາເສບຕິດລາຍໃຫຍ່ ແລະ ເປັນລາຍໃຫຍ່ກວ່າ ທ້າວ ໄຊຊະນະ ແກ້ວພິມພາ ຫລື (ວັນລົບ); ກຸ່ມທີ 4: ທ້າວ ໄຊຊະນະ ແກ້ວພິມພາ ຫລື (ວັນລົບ), ອາຍຸ 41 ປີ ສັນຊາດລາວ, ຢູ່ແຂວງຄຳມ່ວນ, ເປົ້າໝາຍນຳຈັບ ໄດ້ເອົາຕົວຫລົບໜີ, ເຈົ້າໜ້າທີ່ຕໍາຫລວດ ໄດ້ປະສານງານກັບເຈົ້າໜ້າ ທີ່ຕຳຫລວດປະເທດໄທ, ຈັບຕົວໄດ້ໃນວັນທີ 19/01/2017 ຢູ່ສະໜາມບິນສຸວັນນະພູມ, ປະເທດໄທ ແລະ ເຈົ້າໜ້າທີ່ພວກເຮົາໄດ້ຮັບກຸ່ມພັກພວກຂອງ ທ້າວ ໄຊຊະນະ ແກ້ວພິມພາ ຢູ່ແຂວງຄຳມ່ວນ ແລະ ນະຄອນຫລວງວຽງ, ໃນວັນທີ 20/01/2017, ໄດ້ກັກຕົວເປົ້າໝາຍຈຳນວນ 5 ຄົນ, ຍິງ 1 ຄົນ
ກຸ່ມທີ 5 ຖືກຈັບຕົວ ໃນວັນທີ 24/01/2017ຄື: ທ້າວ ຄອນໄທ ໂຄດສົມບັດ ຫລື (ສິ້ວ), ບ້ານຫລັກເມືອງ, ເມືອງສອງຄອນ, ແຂວງສະຫວັນນະເຂດ, ພ້ອມດ້ວຍພັກພວກອີກ 2 ຄົນ
ຜ່ານການປະຕິບັດວຽກງານນັບແຕ່ວັນທີ 16/09/2016 ຮອດປັດຈຸບັນ, ສາມາດຢຶດຂອງກາງຄະດີໄດ້ຫລາຍລາຍການເຊັ່ນ: ຢາເສບຕິດ ຫລາຍຊະນິດ, ອາວຸດເສີກ(ປືນ)ຫລາຍກະບອກ, ເງິນສົດ ສະກຸນຕ່າງໆ, ວັດຖຸມີຄຳ ຈຳນວນໜຶ່ງ ແລະ ອື່ນໆ ເຈົ້າໜ້າທີ່ ຍັງໄດ້ອາຍັດເຮືອນ, ໂຮງແຮມ, ຕະຫລາດ, ຮ້ານອາຫານ, ໂຮງເຟີນິເຈີ, ໂຮງງານສັງກະສີ, ສາງ, ກາລາລົດ, ຫ້ອງແຖວ, ປ້ຳນ້ຳມັນ, ລົດໃຫຍ່, ເຮືອເຈັດສະກີ ແລະ ອື່ນໆ.
ຜ່ານການສືບສວນ-ສອບສວນຜູ້ຖືກຫາ ພວກກ່ຽວໄດ້ຮັບສາລະພາບວ່າ: ໄດ້ຮ່ວມກັນຊື້-ຂາຍ, ຂົນສົ່ງ ແລະ ມີຢາເສບຕິດໄວ້ໃນຄອບຄອງ, ດັ່ງກ່າວມາຂ້າງເທິງ ແລະ ເຄື່ອງຂອງກາງທີ່ເຈົ້າໜ້າທີ່ກວດພົບນັ້ນ ແມ່ນເປັນຂອງພວກກ່ຽວແທ້. ນອກຈາກນັ້ນ, ໃນວັນທີ 14 ກຸມພາ 2017 ເຈົ້າໜ້າທີ່ກຳລັງປ້ອງກັນຄວາມສະຫງົບ ຍັງໄດ້ຕິດຕາມ ແລະ ກັກຕົວກຸ່ມຄົນ ທີ່ແລ່ນຊື້ຈ້າງ ແລະ ໃຫ້ສິນບົນເຈົ້າໜ້າທີ່ ເພື່ອໃຫ້ປ່ອຍໂຕຜູ້ເປັນຫົວໂປ່ຕົວການດື້ດ້ານຊື້-ຂາຍຢາເສບຕິດລາຍໃຫຍ່ ເປັນເງິນຈຳນວນ 30.000.000 ບາດ ຕໍ່ໜຶ່ງຄົນ; ຈະຈ່າຍເງິນໃຫ້ກ່ອນ 10.000.000 ບາດ, ພາບຫລັງປ່ອຍຕົວແລ້ວ ຈຶ່ງຈະໃຫ້ຕື່ມອີກ 20.000.000 ບາດ. ຕໍ່ເຫດການດັ່ງກ່າວ ຄະນະຮັບຜິດຊອບດຳເນີນຄະດີ ຍັງສືບຕໍ່ເປີດກ້ວາງດຳເນີນການສືບສວນ-ສອບສວນ ເກັບກຳຂໍ້ມູນຫລັກຖານຂະຫຍາຍຜົນໄປຫາກຸ່ມແກ້ງເຄືອຄ່າຍທີ່ຍັງເຫລືອ ເພື່ອມາລົງໂທດຕາມລະບຽບກົດໝາຍຢ່າງເຂັ້ມງວດ.
ຕໍ່ຜົນສຳເລັດເບື້ອງຕົ້ນ, ໃນການແກ້ໄຂປະກົດການຫຍໍ້ທໍ້ຂອງສັງຄົມ ເວົ້າລວມ, ເວົ້າສະເພາະ ແມ່ນການແກ້ໄຂກຸ່ມຊື້-ຂາຍ, ຂົນສົ່ງ ແລະ ມີຢາເສບຕິດໄວ້ໃນຄອບຄອງ ແມ່ນການປະກອບສ່ວນຂອງຜົນລະເມືອງດີ, ອຳນາດການປົກຄອງທ້ອງຖິ່ນ, ຊາວນະຄອນຫລວງວຽງຈັນ ແລະ ບັນດາແຂວງໃນທົ່ວປະເທດ; ສະນັ້ນຂ້າພະເຈົ້າຕາງໜ້າໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບ ຂໍຊົມເຊີຍ ແລະ ຂໍຂອບໃຈ ຕໍ່ການປະກອບສ່ວນຂອງພວກທ່ານ ໃນການເຮັດວຽກປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນຢ່າງດີຕະຫລອດມາ. ເພື່ອສືບຕໍ່ເຮັດໃຫ້ນະຄອນຫລວງວຽງຈັນ ກໍຄືບັນດາແຂວງໃນທົ່ວປະເທດ ມີຄວາມສະຫງົບປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ສືບຕໍ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ດ້ານຕ່າງໆ ຢູ່ໃນສັງຄົມໃຫ້ໝົດໄປ, ຮຽກຮ້ອງມາຍັງພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນບັນດາເຜົ່າ, ຊາວຕ່າງດ້າວ, ຊາວຕ່າງປະເທດ ທີ່ດຳລົງຊີວິດ, ພັກເຊົາ, ດຳເນີນທຸລະກິດຢູ່ນະຄອນຫລວງວຽງຈັນ ແລະ ບັນດາແຂວງໃນທົ່ວປະເທດ ຈົ່ງພ້ອມກັນເຄົາລົບ ແລະ ປະຕິບັດກົດໝາຍ, ມີສະຕິລະວັງຕົວ ປ້ອງກັນຕົນເອງຈາກກົນອຸບາຍເລ່ຫລ່ຽມຂອງກຸ່ມຄົນບໍ່ດີ, ຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານຮັກສາຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ເພື່ອພ້ອມກັນເປັນເຈົ້າການສ້າງສາ, ພັດທະນາປະເທດເຮົາໃຫ້ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ຈະເລີນກ້າວໜ້າຕະຫລອດໄປ
ອີກເທື່ອໜຶ່ງ ຂ້າພະເຈົ້າຂໍຮຽກຮ້ອງມາຍັງານັກງານ, ອົງການ, ບັນດາກະຊວງ, ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ ຕະຫລອດຮອດພໍ່ແມ່ປະຊາຊົນບັນດາເຜົ່າໃນທົ່ວປະເທດ ຈົ່ງສະໜັບສະໜູນພາລະກິດປາບປາມ ແລະ ແກ້ໄຂບັນຫາຢາເສບຕິດຢ່າງເຕັມທີ່, ຈົ່ງເປັນຫູເປັນຕາຕິດຕາມ, ປະກົດເຫັນຜູ້ຊື້-ຂາຍ, ຂົນສົ່ງຢາເສບຕິດ ແລ້ວລາຍງານໃຫ້ເຈົ້າໜ້າທີ່ພວກເຮົາແກ້ໄຂຢ່າງທັນການ, ພວກເຮົາຈະຮັກສາເປັນຄວາມລັບ ແລະ ໃຫ້ຄວາມປອດໄພ ຜູ້ທີ່ລາຍງານຂໍ້ມູນກ່ຽວກັບບັນຫາຢາເສບຕິດເປັນຢ່າງດີທີ່ສຸດ.

ແຫລ່ງຂ່າວຈາກ: ສໍານັກຂ່າວສານປະເທດລາວ ຫລື ຂປລ ແລະ ຄຼິບ ຈາກ ໂທລະພາບແຫ່ງຊາດລາວ

ທ່ານ ທອງເຫລັກ ມັງໜໍ່ເມກ ຫົວໜ້າກົມໃຫຍ່ຕຳຫລວດ, ກະຊວງປ້ອງກັນຄວາມສະຫງົບ ຖະແຫລງ ກ່ຽວກັບເຫດການ
ແບ່ງປັນ