Breaking News

ເອເອັຟຊີ ປະກາດລົງໂທດນັກເຕະບານລາວ ຈາກກໍລະນີລົ້ມບານ ຫ້າມແຂ່ງຕະຫຼອດຊີວິດ!

ແບ່ງປັນ

ສະຫະພັນເຕະບານອາຊຽນ ຫຼື (AFC)  ປະກາດລົງໂທດນັກເຕະບານຂອງລາວ ກໍລະນີລົ້ມບານ ໃນວັນທີ 15 ກຸມພາ 2017 ທີ່ກົວລາລໍາເປີ ປະເທດ ມາເລຍເຊຍ ຄະນະກໍາມະການສະຫະພັນເຕະບານອາຊຽນ AFC ໄດ້ແຈ້ງການລົງໂທດ ຫ້າມແຂ່ງຂັນຕະຫຼອດຊີວິດ ນັກເຕະບານ ແລະ ຄູເຝິກສອນຂອງ ສປປ ລາວ ແລະ ກໍາປູເຈຍ ຈໍານວນ 22 ຄົນ ໃນຂໍ້ຫາ ເຮັດຜິດການແຂ່ງຂັນ ຊຶ່ງນັກເຕະລາວຈາກສະໂມສອນ Lao Toyota FC ປະກອບດ້ວຍ: ທ້າວ ວັດທະນາ ແກ້ວດວງເດດ, ທ້າວ ໂອດຽນ ສີຫາລາດ, ທ້າວ ສິດທິເດດ ກັນທະວົງ, ທ້າວ ອະນຸໄຊ ນ້ອຍວົງ, ທ້າວ ເທນທອງ ພົນເສດຖາ, ທ້າວ ປະເສີດສັກ ສິລິຍະວົງ, ທ້າວ ໄຊສົົງຄາມ ຈໍາປາທອງ, ທ້າວ ຂວັນຕາ ສີວົງທອງ, ທ້າວ ໄມຕີ, ທ້າວ ດາວ ໂຄດໄຊຍະ, ທ້າວ ສຸບັນດິດ ທໍາມະວົງ, ທ້າວ ພຸດທະກອນ ແກ້ວວົງສາ, ທ້າວ ສຸລິໄຊ ອິນທະແສນ, ທ້າວ ເສນີ ແສງສຸວັນ, ທ້າວ ຮາງ ສຸກຄົນແທ, ທ້າວ ເພຍ ໂຊທີ, ທ້າວ ໄຊຍະກອນວົງ ພົມມະປັນຍາ (ຖືກສັ່ງຫ້າມໃນເດືອນ 11 ປີ 2016) ທ້າວ ຈິດຕະນະ ສຸກສະຫວັດ (ຖືກສັ່ງຫ້າມ ໃນເດືອນ 11 ປີ 2016) ທ້າວ ມຸກດາ ສຸກສະຫວັດ (ສັ່ງຫ້າມ ໃນເດືອນ 11 ປີ 2016) ແລະ ທ້າວ ພັດທະນາ ສີວິໄລ (ຖືກສັ່ງຫ້າ ໃນເດືອນ 11 ປີ 2016). ໃນຈໍານວນ 22 ຄົນທີ່ຖືກສັ່ງຫ້າມແມ່ນ ເປັນນັກເຕະຂອງສະໂມສອນ ລາວໂຕໂຍຕາ. ຊຶ່ງທາງ ເອເອັຟຊີ ໄດ້ກວດສອບວ່າ: ໄດ້ມີການລົ້ມບານ ໂດຍມີຕົວແທນຂອງທີມລາວ ໃນປີ 2014 ແລະ ຍັງຄົງເຮັດໃຫ້ຫຼາຍໆນັດ. ການກວດກາແມ່ນໄດ້ຮັບການສະໜັບສະໜູນຈາກ Sporttada ແລະ FIFA Integrity Unit. ເພື່ອເປັນການປົກປ້ອງ ຈັນຍາບັນ ໃນການກວດສອບດັ່ງກ່າວ. ສ່ວນລາຍອຽດຂອງການກະທໍາຜິດແມ່ນຍັງບໍ່ຖືກເປີດເຜີຍ.

ທີ່ມາ: ເສດຖະກິດ-ການຄ້າ

ແບ່ງປັນ