Breaking News

ຊົມເຊີຍ! ສາວລາວມີນໍ້າໃຈຊ່ວຍເຫຼືອຜູ້ປະສົບໄພເຫດໄຟໄໝ້ທີ່ ເມືອງຮຸນ!

ແບ່ງປັນ

ຄົນລາວຄົນມີນໍ້າໃຈ ບໍ່ວ່າຍາມຕົກທຸກໄດ້ຍາກ ຫຼື ຈະລຳບາກພຽງໃດເຮົາກໍຍັງບໍ່ຖິ້ມກັນ, ໃນສັງຄົມໂຊຊ່ຽວທີ່ຜ່ານມາມີສາວງາມຈາກ ແຂວງ ອຸດົມໄຊ ໄດ້ໂພສຮູບພາບໃນວັນທີ 14 ກຸມພາ 2017 ທີ່ຜ່ານມາພ້ອມຂຽນຄຳອະທິບາຍເທິງຮູບທີ່ວ່າ:

“ມາບໍລິຈາກເຄື່ອງໄຫ້ກັບຄອບຄົວທີ່ຖືກໄຟໄໝ້ ຢູ່ເມືອງຮຸນ ຂໍເຊີນຊວນພໍ່ແມ່ອ້າຍເອື້ອຍນ້ອງ ແລະ ໝູ່ເພືອນທຸກຄົນຜູ້ມີໃຈສັດທາຊ່ວຍເຫລືອທາງຄອບຄົວຜູ້ຖືອັກຄີໄພໄຟໄໝ້ ທີ່ບ້ານ ດອນຄຳ, ເມືອງຮຸນ, ເເຂວງອຸດົມໄຊ. ຈຳນວນ 26 ຄອບຄົວ ແມ່ນໄດ້ຮັບຜົນກະທົບຢ່າງໜັກ ດັ່ງນັ້ນຈຶງຂໍເຊີນຊວນພໍ່ແມ່ປະຊາຊົນ ແລະ ໝູ່ຄູ່ທັງຫຼາຍຊ່ວຍກັນຄົນລະເລັກລະໜ້ອຍບໍ່ວ່າຈະເປັນເຂົ້າສານອາຫານແຫ້ງ ຫຼື ເຄືອງນຸ່ງທີ່ບໍ່ໃຊ້ແລ້ວກໍໄດ້ ເພື່ອມາຊ່ວຍເຫຼືອປະຊາຊົນບ້ານດອນຄຳແນ່ເດີ້ #ວັນແຫ່ງຄວາມຮັກຂອງຂ້ອຍ

ພຽງແຕ່ໂພສໄປເທົ່ານັ້ນ ເຮັດໃຫ້ມີຄົນໄປຊົມເຊີຍ ກົດໄລ້-ກົດແຊຣ ກັນເປັນຈຳນວນຫຼວງຫຼາຍ, ເຊິ່ງສາວງາມຜູ້ມີນໍ້າໃຈທ່ານນີ້ ທາງທີມງານເຮົາໄປສືບຫາຂໍ້ມູນມາແລ້ວນາງມີຊື່ວ່າ ວິລະຍາ ຫຼື ອາຕົງ ອາຍຸ 23 ປີ ກຳລັງເປັນນັກສຶກສາປະລິນຍາຕີຢູ່ທີ່ ສປຈີນ ແລະ ຍັງເປັນເຈົ້າຂອງແບຼນຂົນຕາປອມຟຣຸ້ງຟຣີ້ງຂົນຕາທີ່ໄດ້ຮັບຄວາມນິຍົມໃນເວລານີ້ ແຖມສາວລາວທ່ານນີ້ຍັງມີແຟນໆຕິດຕາມຢ່າງຫຼວງຫຼາຍ.

#ແຊຣໄປໃຫ້ໂລກຮູ້ວ່າຄົນລາວເປັນຄົນມີນໍ້າໃຈບໍ່ເຄີຍຖິ້ມກັນ

ທີມງານຂອງເຮົາຍັງສອບຖາມຂ່າວຕື່ມກ່ຽວກັບປະຊາຊົນທີ່ປະສົບໄພເຫດໄຟໃໝ້  ສາວຈາກແຂວງ ອຸດົມໄຊ ທ່ານນີ້ຍັງໃຫ້ຂໍ້ມູນວ່າ: ປັດຈຸບັນຜູ້ປະສົບໄພທັງໝົດປອດໄພດີ ແລະ ຢູ່ໃນຄວາມເບິ່ງແຍງຂອງນາຍບ້ານເປັນຢ່າງດີ.

ຂໍຂອບໃຈຮູບພາບ ແລະ ທີ່ມາຈາກ: ATong Tong

ແບ່ງປັນ