Breaking News

ບໍ່ນໍ້າຮ້ອນເມືອງຮ້ຽມ

ແບ່ງປັນ

ອາກາດໜາວແນວນີ້ ແອດຄິດເຫັນສະຖານທີ່ທ່ອງທ່ຽວແຫ່ງໜຶ່ງທີ່ມີຄວາມອົບອຸ່ນ ແລະ ສະຖານທີ່ນັ້ນກໍຄື ບໍ່ນໍ້າຮ້ອນເມືອງຮ້ຽມ ເຊິ່ງຫຼາຍທ່ານທີ່ຢູ່ໃກ້ ແລະ ໄກກໍອາດຈະເຄີຍໄປມາແລ້ວ

ບໍ່ນໍ້າຮ້ອນ​ເມືອງ​ຮ້ຽມ ​ຢູ່ທາງທິດຕາເວັນຕົກຂອງແຂວງ​ຫົວພັນ ​ເຊິ່ງຕັ້ງຢູ່ຫ່າງຈາກເທສະບານ​ເມື​ອງຊໍາເໜືອປະມານ155 ກິໂລແມັດ ແລະມີເສັ້ນທາງເຂົ້າເຖິງສະດວກສະບາຍສິ່ງ​ທີ່​ສໍາຄັນ​ແມ່ນນອນຢູ່ໃນເຂດປ່າສະຫງວນແຫ່ງຊາດນໍ້າແອດ – ພູເລີຍເຊິ່ງເປັນຂົງເຂດທີ່ອ້ອມຮອບໄປດ້ວຍປ່າໄມ້ສີຂຽວສະອຸ້ມຕະຫຼອດປີພ້ອມທັງມີສັດສາວາສິ່ງຫຼາກຫຼາຍຊະນິດທີ່​ເພິ່ນໄດ້ອະນຸລັກຮັກສາໄວ້ໃຫ້ນັກທ່ອງທ່ຽວໄດ້ຊົມ

ບໍ່ນໍ້າຮ້ອນແຫ່ງນີ້ເປັນບໍ່ນໍ້າຮ້ອນທີ່ມີອຸນຫະພູມສູງທີ່ສຸດໃນ ສປປ ລາວ ເຊິ່ງມີຄວາມຮ້ອນເຖິງ 100 ອົງສາ ແລະ ທ່ານໃດທີ່ມາທ່ຽວຊົມກໍສາມາດນໍາເອົາອາຫານບາງຢ່າງໄປຕົ້ມຫຼືລວກຈົນສຸກໄດ້ເຊັ່ນວ່າ: ໄຂ່, ໜໍ່, ຜັກຫຼືແມ່ນແຕ່ໄກ່ເປັນໂຕກໍສາມາດຕົ້ມຈົນສຸກໄດ້. ສຳລັບຄ່າບໍລິການ ຄົນທ່ອງຖິ່ນ 2,000 ກີບ, ນັກທ່ອງທ່ຽວພາຍໃນ 5,000 ກີບ ແລະ ນັກທ່ອງທ່ຽວຕ່າງປະເທດ 10,000 ກີບ

ນອກຈາກນີ້ແລ້ວໃນລະດູຮ້ອນກໍຍັງເປັນສະຖານທີ່ສໍາລັບໄປກິນເຂົ້າປ່າຫຼືຫຼິ້ນກິດຈະກໍາຕ່າງໆໄດ້ຢ່າງ​ສະດວກ​ສະບາຍອີກດ້ວຍ ບໍ່ນໍ້າທັງສອງແຫ່ງນີ້ເປີດໃຫ້ບໍລິການຕັ້ງແຕ່ 7:00 – 19:00 ໂມງ. ໃກ້ໆຈະຮອດປີໃໝ່ແລ້ວທ່ານໃດທີ່ວາງແຜນໄວ້ວ່າຈະໄປທ່ຽວທາງພາກເໜືອກໍລອງໄປທ່ຽວສະຖານທີ່ສອງແຫ່ງນີ້ ຮັບຮອງວ່າທ່ານຈະບໍ່ຜິດຫວັງຢ່າງແນ່ນອນ

ແບ່ງປັນ