Breaking News

ຫຼ້ານ້ອຍ ພໍໃຈ ເນັດໄອດໍ້ຝີປາກກ້າ ສາຍຮາ ສາຍແຮງ!

ແບ່ງປັນ

 

ເວົ້າເລື່ອງເນັດໄອດໍ້ຂອງລາວເຮົາຄົງຈະບໍ່ມີໃຜບໍ່ຮູ້ຈັກກັບສາວງາມຈາກຖິ່ນໃຕ້ຄົນນີ້ ຫຼ້ານ້ອຍ ພໍໃຈ  ຫຼື ສາຍາຂອງນາງກໍຄື ຫຼ້າ ລູກສາວຜູ່ໄທ  ສາວຄົນນີ້ມີຖິ່ນຖານບ້ານເກີດຢູ່ທີ່ເມືອງ ເຊໂນ ແຂວງ ສະຫວັນນະເຂດ ແຕ່ໃນປັດຈຸບັນໄດ້ຂຶ້ນມາຢູ່ທີ່ ນະຄອນຫຼວງວຽງຈັນ, ເຊິ່ງຖ້າໝູ່ເພື່ອນຄົນໄດທີ່ໄດ້ຕິດຕາມນາງ ຫຼື ເຫັນນາງຜ່ານທາງໂຊຊ່ຽວ ກໍຈະຮູ້ເລີຍວ່ານາງມີເອກະລັກສະເພາະຕົວ ເພາະນາງຈະເຮັດຫຍັງ ເວົ້າຈາຫຍັງ ນາງກໍຈະເປັນຄົນກົງໄປກົງມາ ແບບວ່າດີມາດີຕອບ ແຮງມາກໍແຮງຕອບ ຕາມແບບຂອງນາງ ແລະ ເທົ່າທີ່ທີມງານຂອງເຮົາໄປແອບສ່ອງເບິ່ງ Profile ຂອງນາງມານາງຈະເປັນຄົນເປີດເຜີຍ ເຮັດສັນຍະກຳ ຢູ່ໃສບ່ອນໃດນາງບອກໝົດ ບໍ່ປິດບັງຄືເຊັ່ນຄົນອື່ນໆ ຈົນປັດຈຸບັນນາງມີຍອດຄົນຕິດຕາມສູງເຖິງ ສອງແສນກວ່າຄົນ ແຖມບໍ່ວ່ານາງຈະໂພສຮູບ ຫຼື ອັດຄຣິບຕ່າງໆກໍຈະມີຄົນມາຄອມເມັ້ນກົດໄລ້ກົດແຊຣຈົນສະໜັ່ນຫວັ່ນໄຫວ ເພາະຄຳອະທິບາຍຂອງຮູບພາບແຕ່ລະຮູບນັ້ນບອກເລີຍວ່າ ທັງຮາ ແລະ ແຮງ ບໍ່ເຊື່ອນຳມາເບິ່ງເລີຍ:

ເວົ້າແທ້..
ຕອນຮຽນບໍ່ໄດ້ຕັ້ງໃຈຄືຕອນເສືອກເລື່ອງຊາວບ້ານເລີຍວູ..!!
ເໜຶອຄວາມມຶນ..ຍັງມີຄວາມໂຄດມຶນ.. ??

ມີຄວາມສົກໝົກ ສົກກະປົກໂສໂຄກສະເຫຼຶອເກີນ..
ຕື່ນນອນແຕ່ເຈັດໂມງຍັງບໍ່ໄດ້ອາບນໍ້າປານນີ້ ຄືດີງາມ..??

ຖ້າມຶງຄືຄົນອື່ນ.. ແລ້ວຄົນອື່ນຊິຮູ້ໄດ້ຈັ່ງໃດ ວ່າໃຜແມ່ນມຶງ..!!

ປະກາດຫາເຈົ້າຂອງດອກ..ດອກ..ດອກ..ໄມ້..
ກະລຸນາລາຍງານສັງຂານແນ່ເດີ..☺️

Happy Valentine’s day
ປິ່ນໜ້າ..ເຫຼຶອກຕາ ຍິ້ມປີ້ນ..!! ?

ກາລະຄັ້ງໜຶ່ງ ນົມເຮົາເຄີຍໃຫຍ່…. ??

ມື້ໜຶ່ງ ເຈົ້າຈະຮູ້ສຶກ ແບບທີ່ຂ້ອຍຮູ້ສຶກ….
ແລະ ເຈົ້າຈະເຂົ້າໃຈ ແບບທີ່ຂ້ອຍເຂົ້າໃຈ….

ທີ່ມາ ແລະ ຮູບພາບຈາກ: Larnoy PhorJai

ແບ່ງປັນ