Breaking News

ພັດທະນາຜະລິດຕະພັນທ່ອງທ່ຽວລາວ ເຂົ້າສູ່ສາກົນ (ມີຄຼິບ)

ແບ່ງປັນ

ທ່ານ ບົວເງິນ ຊາພູວົງ ຮອງລັດ ຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກ່າວໃນການຈັດສຳມະນາ ກ່ຽວກັບການພັດທະນາຜະລິດຕະພັນ ການທ່ອງທ່ຽວຂອງລາວ ໃຫ້ສາມາດເຊື່ອມໂຍງ ກັບຜະລິດຕະພັນການທ່ອງທ່ຽວ ຂອງປະເທດມຽນມາ, ກຳປູເຈຍ ແລະ ຫວຽດນາມ ຄັ້ງນີ້ວ່າ: ດັ່ງທີ່ຮູ້ກັນດີແລ້ວ          ວ່າຜະລິດຕະພັນການທ່ອງທ່ຽວ ເປັນບັນຫາຕົ້ນຕໍ ທີ່ເຮັດໃຫ້ນັກທ່ອງທ່ຽວ ຕັດສິນໃຈເດີນທາງ ໄປຍັງຈຸດໝາຍປາຍທາງການທ່ອງທ່ຽວໃດໜຶ່ງ ສປປ ລາວ ເປັນປະເທດໜຶ່ງທີ່ມີຊາຍແດນຕິດຈອດ ກັບປະເທດໃກ້ຄຽງ ມີຊາຍແດນສາກົນ ທັງໝົດຈຳນວນ 27 ແຫ່ງ, ສາມາດເອົາວີຊາກັບດ່ານໄດ້ 22 ແຫ່ງ, ມີສະໜາມບິນສາກົນ 4 ແຫ່ງ. ສິ່ງທີ່ຄວນເອົາໃຈໃສ່ແມ່ນຈຳນວນນັກທ່ອງທ່ຽວ ທີ່ເຂົ້າມາທ່ຽວໃນ ສປປ ລາວ ປະມານ 62% ແມ່ນເດີນທາງມາຈາກປະເທດກຳປູເຈຍ, ຫວຽດນາມ ແລະ ສປ ຈີນ,  52% ແມ່ນເດີນທາງມາຈາກປະເທດໄທ, ສຳລັບມາທ່ຽວສະເພາະ ປະເທດລາວ ມີພຽງແຕ່ 37%.  ດັ່ງນັ້ນ, ຈຶ່ງເຫັນໄດ້ວ່າການວາງແຜນການພັດທະນາ ຜະລິດຕະພັນການ ທ່ອງທ່ຽວຂອງລາວ ໃຫ້ເຊື່ອມໂຍງກັບຜະລິດຕະພັນ ຂອງບັນດາປະເທດໃກ້ຄຽງ ແມ່ນເປັນບັນຫາທີ່ສຳຄັນທີ່ສຸດ ສຳລັບອຸດສະຫະກຳການທ່ອງທ່ຽວ ຂອງປະເທດເຮົາ.

ໃນການຈັດສຳມານະຄັ້ງນີ້, ກໍເພື່ອເປັນການສ້າງເຄືອຂ່າຍ ແລະ ຮັດແໜ້ນການຮ່ວມມື ລະຫວ່າງພາກລັດ ແລະ ພາກທຸລະກິດ ໃນການພັດທະນາຜະລິດຕະພັນ ການທ່ອງທ່ຽວ ຢູ່ ສປປ ລາວ, ທັງເປັນການລະດົມແນວຄວາມຄິດ ເຊິ່ງໄດ້ຈັດຂຶ້ນໃນວັນທີ 16-17 ກຸມພາ 2017 ທີ່ນະຄອນຫຼວງວຽງຈັນ  ໂດຍການເຂົ້າຮ່ວມຂອງ ທ່ານ ບົວເງິນ ຊາພູວົງ ຮອງລັດ ຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ອາລຸນ ບຸນມີໄຊ ຮັກສາການຫົວໜ້າກົມ ພັດທະນາການທ່ອງທ່ຽວ ແລະ ທ່ານ ຄີມ ຫງວຽນ ວັນ ຫົວໜ້າໂຄງການສະໜັບສະໜູນ ການລິເລີ່ມການເຊື່ອມໂຍງອາຊຽນ ພ້ອມດ້ວຍສຳມະນາກອນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຂໍ້ມູນຈາກ: ຂ່າວສານປະເທດລາວ.

ແບ່ງປັນ