Breaking News

ປະຫວັດຄວາມເປັນມາຂອງວັດສີເມືອງ

ແບ່ງປັນ

ໃນມື້ນີ້ ທີມງານ ຂວັນໃຈ ຈະຂໍມາແນະນໍາໃຫ້ທ່ານຜູ້ອ່ານທີ່ໜ້າຮັກທັງຫຼາຍ ໄດ້ຮູ້ຈັກກັບປະຫວັດຂອງວັດສີເມືອງ ທີ່ເປັນທີ່ເພິ່ງທາງໃຈຂອງຊາວລາວເຮົາ ເມື່ອເອີ່ຍຊື່ວັດສີເມືອງຂຶ້ນມາ ທ່ານຜູ້ອ່ານທີ່ໜ້າຮັກທຸກທ່ານຄົງຈະຮູ້ເລີຍເນາະວ່າຕັ້ງຢູ່ໃສ ແລະ ຈະເປັນແນວໃດໃດນັ້ນເຮົາໄປອ່ານພ້ອມໆກັນເລີຍ

ວັດສີເມືອງ ເປັນທີ່ຕັ້ງຂອງເສົາຫລັກເມືອງວຽງຈັນ ຕັ້ງຢູ່ເຂດບ້ານສີເມືອງ ເມືອງຈັນທະບູລີ ເຊິ່ງໄດ້ມີປະຫວັດຄວາມເປັນອັນເກົ່າແກ່ທີ່ເລົ່າຂານສືບຕໍ່ກັນມາວ່າ: ໃນສະໄໝກ່ອນຕອນທີ່ຊາວເມືອງພວມກໍາລັງເຮັດພິທີປັກຫລັກເມືອງຢູ່ນັ້ນກໍມີແມ່ຍິງຄົນໜຶ່ງຊື່ວ່າ: ນາງສີ ເຊິ່ງກໍາລັງຖືພາໄດ້ສະຫຼະຊີບໂດດລົງໄປໃນຂຸມນັ້ນ ນາງໄດ້ຖືກຝັງໄປພ້ອມກັບຫຼັກເມືອງ ແລະ ກາຍເປັນຜີຫຼັກເມືອງ ຈຶ່ງກາຍເປັນທີ່ມາຂອງຊື່ວັດສີເມືອງແຫ່ງນີ້. ຍ້ອນວັດສີເມືອງເປັນສະຖານທີ່ສັກສິດຈຶ່ງໄດ້ກາຍເປັນທີ່ເພິ່ງທາງໃຈໃຫ້ແກ່ຊາວລາວ ແລະ ເປັນສະຖານທີ່ ທີ່ຊາວຕ່າງຊາດໃຫ້ຄວາມສົນໃຈເຂົ້າມາສຶກສາ ແລະ ທ່ຽວຊົມເປັນຈໍານວນຫຼວງຫຼາຍ

ປັດຈຸບັນປະຊາຊົນທັງພາຍໃນ ແລະ ຕ່າງປະເທດກໍໄດ້ເຂົ້າມາສັກກາລະບູຊາ-ກາບໄຫ້ວວັດສີເມືອງທຸກໆມື້ ໂດຍສະເພາະວັນອັງຄານ ແລະ ວັນສິນ ຄົນສ່ວນໃຫຍ່ແມ່ນມັກມາຂໍພອນ, ເສຍເຄາະ ບູຊາໂຊກ, ມາບະ-ມາບົນນໍາເຈົ້າແມ່ສີເມືອງໃນສິ່ງທີ່ຕົນປາດຖະໜາ ແລະ ເມື່ອສົມຫວັງແລ້ວກໍມາແກ້ບະຢູ່ນີ້ຕາມຄວາມເຊື່ອຂອງແຕ່ລະຄົນ. ທຸກໆປີໃນມື້ຂຶ້ນ 15 ຄໍ່າເດືອນ 12 ຂອງລາວເຊິ່ງກົງກັບມື້ບຸນນະມັດສະການພຣະທາດຫຼວງ ຈະມີພິທີແຫ່ຜະສາດເຜິ້ງ ເຊິ່ງເລີ່ມຕົ້ນແຫ່ຈາກວັດສີເມືອງແຫ່ງນີ້ໄປຫາພຣະທາດຫຼວງວຽງຈັນ,ວັດສີເມືອງສ້າງຂຶ້ນໃນປີ ພສ. 2106 ໂດຍເຈົ້າໄຊຍະເສດຖາທິລາດ ຕໍ່ມາຖືກກອງທັບສະຫຍາມທຳລາຍໃນປີ ພສ. 2371 ແລະ ໄດ້ສ້າງຂຶ້ນໃໝ່ໃນປີ ພສ. 2458 ພາຍໃນວັດສີເມືອງມີພຣະພຸດທະຮູບຈໍານວນຫຼວງຫຼາຍ ແລະ ເກົ່າແກ່

ຖ້າທ່ານຜູ້ອ່ານທີ່ໜ້າຮັກທ່ານໃດ ຢາກເຂົ້າໄປກາບໄຫວ້ຂໍພອນ ກໍສາມາດເຂົ້າໄປໄດ້ ເຊິ່ງວັດສີເມືອງເປີດໃຫ້ຄົນເຂົ້າທ່ຽວຊົມ ແລະ ກາບໄຫ້ວບູຊາທຸກມື້ຕັ້ງແຕ່ເຊົ້າມືດຈົນເຖິງຄໍ່າເລີຍ

 

 

 

 

 

 

ແບ່ງປັນ