Breaking News

ເມ ວາລິສະລາ ຕັງສຸວັນ ມີຄວາມຮ້ອນແຮງ!

ແບ່ງປັນ

ຂໍຍອມ (ໂຕ ມ ລ້ານໂຕ) ຈະບໍ່ໃຫ້ ຊະນີIndy ຍອມໄດ້ແນວໃດ ເນື່ອງຈາກວ່າສາວ ເມ ວາລິສະລາ ຕັງສຸວັນ ນາງງາມຄົນທຳອິດຂອງລາວເຮົາທີ່ສາມາດຄວ້າລາງວັນຈາກເວທີລະດັບສາກົນ  MISS TOURISM QUEEN OF THE YEAR INTERNATIONAL 2016 ເຊິ່ງສາວເມນາງກໍໄດ້ລາງວັນ “ສາວງາມມິດຕະພາບ” ມາຝາກຄົນລາວເຮົາທຸກຄົນຈົນເປັນກະແສດັງທົ່ວບ້ານທົ່ວເມືອງມາແລ້ວໃນຊ່ວງທ້າຍປີກ່ອນ ແລະ ທີ່ວ່າ ຂໍຍອມ ກໍເພາະວ່າສາວເມໄດ້ມີໂອກາດມາຮ່ວມງານກັບ ວາລະສານ ຂວັນໃຈ ເຮົາ ແລະ ໄດ້ຖ່າຍແບບຂຶ້ນປົກໃນເດືອນ ກຸມພາ 2017 ນີ້ ເຊິ່ງໃນເດືອນນີ້ຈະມາໃນຄອນເຊັບ ວາເລັນທາຍ ແລະ ເປັນສາວໝັ້ນທີ່ລຶກລັບ ໜ້າຄົ້ນຫາ ເບິ່ງຢ່າງໃດກໍຮ້ອນແຮງ ແບບວ່າ Hot ເວີ້ທຸກອົງສາກັນເລີຍ! ບໍ່ເຊື່ອແມ່ນບໍ່? ດັ່ງນັ້ນໝູ່ເພື່ອນລອງມາເບິ່ງຮູບພາບທີ່ສາວເມໄດ້ຖ່າຍເບິ່ງເດີ້ຮັບຮອງຕ້ອງຍອມຮັບວ່າຮ້ອນແຮງອີ່ຫຼີ!

ສຸດຍອດເລີຍແມ່ນບໍ່? ແບບວ່າຮ້ອນແຮງອີຫຼີ ຖ້າໝູ່ເພື່ອນທ່ານໃດທີ່ຍາກຕິດຕາມສາວເມໃນ Look ທີ່ເບິ່ງແລ້ວຕ້ອງຂໍຍອມແບບນີ້ ສາມາດໄປຊອກໄປຫາມາອ່ານໄດ້ແລ້ວເດີ້ກັບ ວາລະສານ ຂວັນໃຈ ສະບັບທີ 115 ມີຈຳໜ່າຍແລ້ວຕາມ  U Express, M Point Mart ແລະ Jeffy Mart ທຸກສາຂາ.

ແບ່ງປັນ