Breaking News

ເຊີນທ່ຽວໜອງຂຽວ ສະຖານທີ່ທ່ອງທ່ຽວທຳຊາດ

ແບ່ງປັນ

ມື້ນີ້ ທີມງານ ຂວັນໃຈ ຈະມາແນະນໍາໃຫ້ທຸກທ່ານ ໄດ້ຮູ້ຈັກກັບ ສະຖານທີ່ທ່ອງທ່ຽວແຫ່ງໜຶ່ງ ທີ່ຢູ່ແຂວງ ຫຼວງພຣະບາງ ນັ້ນກໍຄື: ໜອງຂຽວ ເຊິ່ງເປັນສະຖານທີ່ທ່ອງທ່ຽວແຫ່ງໃໝ່ ຕັ້ງຢູ່ແຄມແມ່ນໍ້າອູ ຂຶ້ນກັບເມືອງງອຍ ແລະ ຖືກອ້ອມຮອບດ້ວຍພູຜາຫີນປູນອັນງົດງາມ ແລະ ສູງຊັນ ບວກກັບປ່າໄມ້ຂຽວອຸ່ມທຸ່ມ ຈົນກາຍເປັນທິວທັດທໍາມະຊາດທີ່ງົດງາມ ແລະຈະກາຍເປັນມົນສະເໜອີກອັນແຫ່ງໜຶ່ງທີ່ສາມາດດຶງດູດໃຈໃຫ້ນັກທ່ອງທ່ຽວໄດ້ ໄປຢ້ຽມຢາມທ່ຽວຊົມ

ບໍລິເວນໜອງຂຽວຍັງມີຂົວເກົ່າ ຂ້າມນໍ້າອູ ທີ່ຖືກສ້າງຂຶ້ນໃນປີ ຄສ 1973, ຮ້ານອາຫານ ແລະ ເຮືອນພັກຈໍານວນໜຶ່ງ ເຊິ່ງມີໄຟຟ້າ ແລະ ນໍ້າເຂົ້າເຖິງຢູ່ບາງບ່ອນເຖິງແມ່ນວ່າໜອງຂຽວຈະໄດ້ຮັບການພັດທະນາໃຫ້ມີຄວາມສະດວກສະບາຍ ແຕ່ກໍຍັງຮັກສາຄວາມເປັນທໍາມະຊາດແບບດັ້ງເດີມໄວ້ ແລະ ມີຄວາມງຽບສະຫງົບເໝາະສົມແກ່ການພັກຜ່ອນຢ່ອນໃຈທີ່ສຸດ ແລະເຊື່ອແນ່ນອນວ່າສະຖານທີ່ດັ່ງກ່າວນີ້ຈະກາຍເປັນແຫຼ່ງທ່ອງທ່ຽວທີ່ສໍາຄັນຂອງຊາວລາວ ທາງພາກເໜືອຢ່າງແນ່ນອນ

 

ເອົາລະທ່ານຜູ້ອ່ານທີ່ຮັກແພງ ເມື່ອໄດ້ຮູ້ແນວນີ້ແລ້ວຫຼາຍທ່ານຄົງຈະຄິດຢູ່ໃນໃຈວ່າ: ໜອງຂຽວ – ເມືອງງອຍນີ້ຕັ້ງຢູ່ໃສ ? ເພາະເນື່ອງຈາກວ່າ: ໜອງຂຽວ – ເມືອງງອຍ ເປັນເມືອງນ້ອຍໆ 2 ເມືອງເຊື່ອມຕໍ່ກັນ ເຊິ່ງຂຶ້ນກັບແຂວງຫຼວງພະບາງ ແລະ ຕັ້ງຢູ່ກາງພູທີ່ສວຍງາມຂອງແຄມຝັ່ງແມ່ນໍ້າອູອັນເປັນແມ່ນໍ້າໃຫຍ່ທາງ ພາກເໜືອຂອງລາວ ເຊິ່ງຫ່າງຈາກເມືອງຫຼວງພະບາງປະມານ 150 ກມ, ໃຊ້ເວລາເດີນທາງປະມານ 2 ຊົ່ວໂມງ

ຈຸດເດັ່ນຂອງໜອງຂຽວ ແມ່ນນັກທ່ອງທ່ຽວສາມາດເລືອກເດີນທາງໄດ້ຫຼາຍເສັ້ນທາງ ບໍ່ວ່າຈະໃຊ້ທາງເຮືອລ່ອງຕາມນໍ້າອູເຊື່ອມຕໍ່ກັບແມ່ນໍ້າຂອງທີ່ບ້ານປາກອູ ອັນເປັນທີ່ຕັ້ງຂອງຖໍ້າຕິ່ງແລ້ວລ່ອງນໍ້າຂອງສູ່ຫຼວງພະບາງຕໍ່ ໃຊ້ເວລາປະມານ 5 ຊົ່ວໂມງ ເວົ້າໄດ້ວ່າຈະມາທາງບົກກໍໄດ້ ທາງເຮືອກໍສະດວກຄວາມຈິງແລ້ວ ໜອງຂຽວ ກັບ ເມືອງງອຍ ເປັນຄົນລະສະຖານທີ່ແຕ່ກໍມີຄວາມຜູກພັນກັນ, ເມືອງງອຍເປັນເມືອງເກົ່າແກ່ທີ່ຕັ້ງຢູ່ແຄມແມ່ນໍ້າອູຕອນກາງເຊິ່ງຂຶ້ນກັບເມືອງຫຼວງພະບາງ ຕໍ່ມາເມື່ອມີການຕັດຖະໜົນຈາກຫຼວງພະບາງ ທາງການກໍໄດ້ສ້າງຂົວຂ້າມແມ່ນໍ້າບໍລິເວນໜອງຂຽວ ເພື່ອຈະມຸ່ງໜ້າໄປທາງເມືອງຊໍາເໜືອ ແຂວງຫົວພັນ ບໍລິເວນທີ່ຕັ້ງຂອງຂົວດັ່ງກ່າວຈຶ່ງກາຍເປັນຊຸມຊົນໃໝ່ ເຊິ່ງມີຊາວບ້ານຈາກເມືອງງອຍຍ້າຍຖິ່ນຖານໄປຕັ້ງບ້ານເຮືອນຢູ່ບໍລິເວນໜອງຂຽວ ແລະ ເມື່ອມີການທ່ອງທ່ຽວມາເຖິງ ໜອງຂຽວຈຶ່ງກາຍເປັນບ້ານໃຫຍ່ທີ່ຄຶກຄັກ ແລະ ຫຼາກຫຼາຍສີສັນກວ່າເມືອງງອຍໃນທີ່ສຸດ ແຕ່ວ່າການເຊື່ອມໂຍງລະຫວ່າງເມືອງງອຍ ກັບ ໜອງຂຽວກໍຍັງມີຕໍ່ເນື່ອງສະໝໍ່າສະເໝີ, ມີເຮືອໂດຍສານປະຈໍາທາງ ແລະ ມີເຮືອໃຫ້ເໝົາດ້ວຍການເດີນທາງໄລຍະສັ້ນໆ ເພື່ອຊົມທິວທັດສອງຂ້າງທາງແບບເພີດເພີນໄປກັບທໍາມະຊາດບໍ່ເຖິງຊົ່ວໂມງກໍຮອດ ໃນລະຫວ່າງທາງອາດຈະພົບເຫັນນັກທ່ອງທ່ຽວທີ່ໃສ່ຊຸດບີກີນີ – ຊຸດລອຍນໍ້າ ຕາມຫາດຊາຍ ຫຼື ພາຍເຮືອແຄນູ ນອກຈາກນີ້ ໜອງຂຽວກໍກໍາລັງພັດທະນາເປັນສູນຂອງການທ່ອງທ່ຽວແບບຜະຈົນໄພ, ປີນຜາ, ແຄນູ ( Cano ), ກະຢັດ ( Kayak ) ແລະ ອື່ນໆ


ນອກຈາກນີ້ແລ້ວເມືອງງອຍຍັງມີຄວາມພິເສດ ຍັງມີກຸ້ງໃຫຍ່ຈາກທໍາມະຊາດໃຫ້ທ່ານໄດ້ກິນຢ່າງແຊບຊ້ອຍທີ່ຫຼົງລືມຍາກໃນໄລຍະລະດູຝົນ (ໂດຍສະເພາະແມ່ນໃນເດືອນມິຖຸນາ ຫາ ເດືອນສິງຫາ) ທໍາມະຊາດອັນງົດງາມດັ່ງກ່າວ ບໍ່ອາດຈະພັນລະນາໃຫ້ທ່ານຜູ້ອ່ານຮູ້ໄດ້ຈົນໝົດ ເພາະສະຖານທີ່ແຫ່ງນີ້ຍັງຄອງຄອຍຖ້າໃຫ້ບັນດາທ່ານໄດ້ໄປສໍາຜັດດ້ວຍຕົວຂອງທ່ານເອງ ແລ້ວທ່ານກໍຈະໄດ້ເຫັນຄວາມສວຍງາມຂອງທໍາມະຊາດແຫ່ງນີ້ຫຼາຍກວ່າທີ່ຜູ້ຂຽນເວົ້າໃຫ້ຟັງອີກ ຖ້າຍັງບໍ່ທັນວາງແຜນໄປທ່ຽວທາງໃດລອງໄປສໍາຜັດກັບບັນຍາກາດສະຖານທີ່ແຫ່ງນີ້ລອງເບິ່ງຮັບຮອງວ່າທ່ານຜູ້ອ່ານຈະບໍ່ຜິດຫວັງຢ່າງແນ່ນອນ

ແບ່ງປັນ