Breaking News

ລ່ອງເຮືອ, ຊົມຫີນຍ້ອຍ …ຖໍ້າກອງລໍ – ນາຕານ

ແບ່ງປັນ

ມື້ນີ້ຈະຂໍແນະທ່ານໄປທ່ຽວສະຖານທີ່ທ່ອງທ່ຽວທີ່ຂຶ້ນຊື່ຂອງແຂວງ ຄໍາມ່ວນນັ້ນກໍຄື ຖໍ້າກອງລໍຖໍ້າກອງລໍເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ມີຊື່ສຽງລະດັບແນວໜ້າຂອງໂລກຍ້ອນວ່າເປັນຖໍ້າທີ່ມີສາຍນໍ້າຫີນບູນໄຫຼຜ່ານອຸໂມງຂອງພູຫີນປູນເຂົ້າໄປແລ້ວປ່ອງໃສ່ແມ່ນໍ້າຂອງຖໍ້າກອງລໍຕັ້ງຢູ່ລະຫວ່າງບ້ານກອງລໍ – ນາຕານ, ເມືອງຄູນຄຳເຊິ່ງຫ່າງຈາກເມືອງ 46 ກິໂລແມັດບັນດານັກທ່ອງທ່ຽວສາມາດເດີນທາງຈາກເສັ້ນທາງເລກທີ 13 ເຂົ້າໄປຕາມເສັ້ນທາງເລກ 8 ອາດຈະຮອດບ້ານຄູນຄຳ ເຊິ່ງຫ່າງຈາກຖ້ຳກອງລໍ 40 ກິໂລແມັດ

ສຳລັບທາງເລືອກອື່ນທີ່ເໝາະສົມກັບຜູ້ມັກການປະຈົນໄພ ແມ່ນຂີ່ເຮືອຈັກຫາງຍາວລ່ອງໄປຕາມສາຍນ້ຳຫີນບູນຈາກບ້ານນາ ແລະນັກທ່ອງທ່ຽວກໍສາມາດພັກແຮມຄືນນຳເຮືອນຊາວບ້ານ ບ້ານນາຫີນ, ບ້ານນາຕານ ແລະບ້ານກອງລໍ. ຖໍ້າກອງລໍ ມີຄວາມຍາວປະມານ 7,5 ກິໂລແມັດ, ເຊິ່ງມີຄວາມກ້ວາງປະມານ 30 ແມັດ ແລະ ສູງແຕ່ 20 ແມັດຫາ 100 ແມັດ ຖໍ້າກອງລໍເປັນຖໍ້າທີ່ສວຍງາມ ແລະມີສະເໜ່ດຶງດູດທີ່ສຸດເພາະທາງໃນຖໍ້າມີແກ້ງ, ຫີນຍ້ອຍ, ຫາດຊາຍ ທີ່ສວຍງາມຈຳນວນ 20 ກວ່າຈຸດເພື່ອໃຫ້ນັກທ່ອງທ່ຽວໄດ້ຊົມບັນດານັກທ່ອງທ່ຽວສາມາດຂີ່ເຮືອລອດຜ່ານເຂົ້າໄປໃນຖ້ຳໄດ້ຕະຫຼອດ

ໃນລະດູແລ້ງເປັນໄລຍະທີ່ເໝາະສົມທີ່ສຸດ ເພື່ອຊົມຮູບໂສມສີສັນຂອງຖ້ຳໂດຍການຂີ່ເຮືອເຂົ້າໄປພາຍໃນຖ້ຳແລ້ວກໍ່ສາມາດລົງຈາກເຮືອແວ່ທ່ຽວຊົມທິວທັດ ແລະຍ່າງເລາະຫຼິ້ນຕາມຫາດຊາຍຂາວ ດ້ວຍການສຳຜັດກັບອາກາດທີ່ເຢັນສະບາຍເຊິ່ງນັກທ່ອງທ່ຽວທີ່ເຂົ້າໄປພາຍໃນຖ້ຳຈະມີຄວາມສຸກພາຍໃຕ້ບັນຍາກາດຂອງຄວາມສວຍງາມຂອງຖໍ້າບົນເສັ້ນທາງພາຍໃນຖ້ຳມີຫີນຍ້ອຍ, ໂງ່ນຫີນ ແລະ ຫາດຊາຍຈຳນວນຫຼວງຫຼາຍອັນສວຍສົດງົດງາມເປັນທີ່ຈັບອົກຈັບໃຈທີ່ສຸດ ຖໍ້າກອງລໍ-ນາຕານຖືກຄົ້ນພົບແຕ່ສະຕະວັດທີ XVI ໃນຊຸມປີ 1960 ເລີ່ມນໍາໃຊ້ເຮືອຫາງຍາວເປັນພາຫະນະເດີນທາງ ໄປ-ມາຜ່ານຖ້ຳແຫ່ງນີ້ຂອງຄົນທ້ອງຖິ່ນຫຼັງຈາກການສໍາຫຼວດຢ່າງຈິງຈັງເປັນຄັ້ງທໍາອິດ ເລີ່ມໃນເດືອນກຸມພາ 1995 ແລະພົບວ່ານັກທ່ອງທ່ຽວສາມາດຂີ່ເຮືອຈັກຫາງຍາວແລ່ນລອດເຂົ້າຖໍ້າ ແລະຜ່ານອອກອີກດ້ານໜຶ່ງ ເຊິ່ງສາມາດຫຼຸດຜ່ອນເວລາໃນການສັນຈອນຈາກ 2 ຊົ່ວໂມງມາເປັນປະມານ 1 ຊົ່ວໂມງ

ດ້ວຍເຫດນີ້ອຸໂມງຂອງຖ້ຳນີ້ ຈຶ່ງເປັນເສັ້ນທາງການທ່ອງທ່ຽວທາງເຮືອໂດຍເກີດຂຶ້ນ ແລະ ຖືກນໍາໃຊ້ທົ່ວໄປນັບແຕ່ວັນທີ 12 ມັງກອນ 2002 ເປັນຕົ້ນມາປັດຈຸບັນນີ້ອຸໂມງລອດຖ້ຳສາຍນີ້ ຈຶ່ງເປັນເສັ້ນທາງຄົມມະນະຄົມເຊື່ອມຕໍ່ລະຫວ່າງບ້ານກອງລໍຫາບ້ານນາຕານຖໍ້າກອງລໍ ມີຄວາມໝາຍມາຈາກ “ກອງທັບລໍ” ບໍ່ແມ່ນ “ກອງຫຼໍ່” ຍ້ອນເຫດຜົນວ່າ ຄຳວ່າ “ກອງ” ມາຈາກ “ກອງທັບ” ສ່ວນ “ລໍ” ມາຈາກ “ລໍຖ້າ” ເມື່ອລວມເຂົ້າກັນຈຶ່ງເອີ້ນຖ້ຳກອງລໍຈົນເທົ່າທຸກມື້ນີ້ ໃນຂະນະນັ້ນອານາຈັກລາວລ້ານຊ້າງໄດ້ທຳການຕໍ່ສູ້ກັບກອງທັບສັກດີນາສະຫຍາມທີ່ເຂົ້າມາຮຸກຮານດ້ວຍເຫດນີ້ມັນຈຶ່ງເປັນທີ່ມາຂອງຖ້ຳກອງລໍແຕ່ນັ້ນມາ ແລະ ມີຄວາມໝາຍເປັນ “ກອງທັບລໍຖ້າ” ນີ້ເອງ

ສໍາລັບນັກທ່ອງທ່ຽວທີ່ຂີ່ເຮືອລອດຖໍ້ານີ້ກໍສາມາດສຶກສາຮຽນຮູ້ກັບວິຖີຊີວິດຂອງປະຊາຊົນທີ່ຢ່າງອີກຟາກໜຶ່ງຂອງຖໍ້າກອງລໍນັ້ນກໍຄືບານນາຕານ ແລະ ໃນເວລາທີ່ເດີນທາງກັບມານະຄອນຫຼວງວຽງຈັນນັ້ນ ທ່ານ ກໍຍັງສາມາດແວ່ຊື້ປາແຫ້ງປາສົດເພື່ອເປັນຂອງຝາກຂອງຕ້ອນ ກໍສາມາດແວ່ຊື້ໄດ້ຕາມຮ້ານຂາຍແຄມທາງ ເຊິ່ງລາຄາກໍບໍ່ແພງ

ແບ່ງປັນ