Breaking News

ແມດສ໌ ແລະ ໂຕໂນ່ ຮ່ວມເປີດໂຕ GLUTA G-MAZE

ແບ່ງປັນ

 

ໃນວັນທີ 19 ກຸມພາ 2017 ຢູ່ສູນການຄ້າວຽງຈັນເຊັນເຕີ້ ນະຄອນຫຼວງວຽງຈັນ, ໄດ້ມີພິທີເປີດໂຕຜະລິດຕະພັນເສີມອາຫານ ຈີເມສ ກູຕ້າ ຈີເມສ (G-MAZE GLUTA G-MAZE) ຢ່າງເປັນທາງການໃນ ສປປ ລາວ, ໂດຍໃຫ້ກຽດເປັນປະທານໂດຍ  ທ່ານ   ສົມບັດ ສິລິພອນວິທະຍາ ຜູ້ອວຍການໃຫຍ່ສູນການຄ້າວຽງຈັນເຊັນເຕີ, ທ່ານນາງ ນຸ່ນ ປານນະພັດ ເກຕຸດີ ກຳມະການຜູ້ຈັດການຜະລິດຕະພັນເສີມອາຫານ ກູຕ້າ ຈີເມສ (GLUTA G-MAZE) ແລະ ທີ່ພິເສດສຸດຍັງໄດ້ມີ ນັກສະແດງ-ນັກຮ້ອງ ຊື່ດັງຂອງປະເທດເພື່ອນບ້ານ ສາວ ແມດສ໌ ພີຣະນີ ຄົງໄທ ແລະ ໜຸ່ມ ໂຕ່ໂນ່ ພາຄິນ ທີ່ທັງສອງໄດ້ມາ ປະເທດລາວ ເຮົາເປັນເທື່ອທຳອິດອີກດ້ວຍ.

ພາຍໃນງານຍັງເຕັມໄປດ້ວຍຄວາມມ່ວນຊື່ນ ແລະ ອົບອຸ່ນ ເພາະມີທັງການຈັດກິດຈະກຳຫຼິ້ນເກມເພື່ອຮັບຂອງລາງວັນຢ່າງຫຼວງຫຼາຍ ແລະ ມີການຮ້ອງເພງຂອງສີລະປິນຈາກປະເທດເພື່ອນບ້ານທັງສອງທ່ານອີກດ້ວຍ ບໍ່ພໍພຽງເທົ່ານັ້ນເພາະຍັງໃຫ້ແຟນຄຣັບໄດ້ໃຫ້ສິດກັບສີລະປິນດາລາໃນດວງໃຈໂດຍການຖ່າຍຮູບແບບໃກ້ຊິດສຸດໆ.

ສຳລັບຜະລິດຕະພັນ ຈີເມສ ກູຕ້າ ຈີເມສ ເປັນຜະລິດຕະພັນເສີມອາຫານຍອດຮິດ ສາມາດເຂົ້າໄປເບິ່ງ້ພີ່ມເຕີມໄດ້ທີ່  G-Maze GLUTA ผิวขาว หน้าเด็ก

ແບ່ງປັນ