Breaking News

ຮັບໄປແລ້ວໂຊກຄັ້ງຍິ່ງໃຫຍ່ຈາກ Beeline

ແບ່ງປັນ

ພິທີມອບລາງວັນໃຫ້ແກ່ທຜູ້ໂຊກດີຈາກການຂູກບັດ “Beeline”

ໃນຕອນແລງຂອງວັນທີ 18 ຢູ່ທີ່ວຽງຈັນເຊັນເຕີ ໄດ້ມີພິທີມອບລາງວັນໃຫ້ແກ່ຜູ້ໂຊກດີຈາການຂູດບັດ “Beeline” ໂດຍການເປັນກຽດມອບລາງວັນໂດຍ ທ່ານ ຄໍາກ້າ ຫາດາວເຮືອງ ຫົວໜ້າຝ່າຍພົວພັນລັດທະບານ ຈາກບໍລິສັດ Beeline ນອກນັ້ນຍັງມີ ບັນດາລູກຄ້າຂອງ Beeline ແລະ ສື່ມວນຊົນເຂົ້າຮ່ວມເປນພະບຍານ ແລະ ສະແດງຄວາມຍິນດີກັບຜູ້ໂຊກດີ

ໃນງານດັ່ງກ່າວໄດ້ມີການມອບລາງວັນໃຫ້ແກ່ ນາງ ວິໄລພອນ ສຸລິຈັນ ອາຍຸ 37 ປີ, ປັດຈຸບັນຢູ່ບ້ານດົງນາໂຊກເໜືອ ເມຶອງສີໂຄດຕະບອງ ແຂວງ ກໍາແພງນະຄອນ ເປັນຜູ້ໂຊກດີຄົນທໍາອິດທີ່ໄດ້ຮັບລາງວັນເປັນລົດ Ford Ecosport ຈາກການຂູດບັດ 50​,000 ກີບ ນອກຈາກນັ້ນພາຍໃນງານ ຍັງມີການສະແດງເຕັ້ນໂຊຈາກທີມເຕັ້ນ Miss Drink ແລະ ການສະແດງຄອນເສີດຈາກວົງ Black Eyes

ສຸດທ້າຍ Beeline ໄດ້ຝາກເຖິງລູກຄ້າວ່າ: ທ່ານກໍສາມາດເປັນຜູ້ໂຊກດີໄດ້ຮັບໂຊກຄັ້ງຍິ່ງໃຫຍ່ແບບນີ້ໄດ້  ແລະ ຂອງລາງວັນກໍບໍ່ໝົດພຽງເທົ່ານັ້ນຍັງມີລາງອີກຫຼາຍກວ່າລ້ານລາງວັນ, ບໍ່ວ່າຈະເປັນ: ລົດ Fort Ecosport, ລົດຈັກ Scoppy –I, Beeline Happy Phone, ຄັນຮົ່ມ, ໝວກພ້ອມຂອງລາງວັນອື່ນໆອີກຢ່າງຫຼວງຫຼາຍ  ພຽງແຕ່ຊື້ບັດຕຶ່ມເງິນຮູບແບບໃໝ່ຈາກ Beeline ແລ້ວຂູດລະຫັດດ້ານຫຼັງພົບຂອງລາງວັນໃດແລກຮັບໄປເລີຍທັນທີ ເຊິ່ງສາມາດຮັບແລກຂອງລາງວັນໄດ້ທີ່ ສູນບໍລິການລູກຄ້າ Beeline ທຸກສາຂາ ແລະ ໜ່ວຍບໍລິການລູກຄ້າ Beeline ທະນາຄານລາວ-ຝຣັ່ງ, Dailyplus ທຸກສາຂາ, ທ່ານສາມາຮັບລາງວັນໄດ້ໄດ້ຈົນເຖິງວັນທີ 31.3.2017 ນີ້

ແບ່ງປັນ