Breaking News

ປະຫວັດ ຫໍໄຕຣປີດົກເກົ່າ ( ໜອງລໍາຈັນ )

ແບ່ງປັນ

ຫຼາຍໆທ່ານອາດເຄີຍໄປທ່ຽວມາແລ້ວເນາະ ຫໍໄຕຣປີດົກເກົ່າ ແຕ່ອາດຈະບໍ່ຮູ້ວ່າມີປະຫວັດຄວາມເປັນມາແນວໃດ ແລະ ໃນມື້ນີ້ ທີມງານ ຂວັນໃຈ ຈະຂໍນໍາເອົາປະຫວັດຂອງ ຫໍໄຕຣປີດົກເກົ່າ ( ໜອງລໍາຈັນ ) ມາເລົ່າໃຫ້ບັນດາທ່ານຜູ້ອ່ານທີ່ໜ້າຮັກໄດ້ຮູ້ຈັກ

ຫໍໄຕຣປີດົກເກົ່າ ( ໜອງລໍາຈັນ ) ຕັ້ງຢູ່ບ້ານໜອງລໍາຈັນ ເມືອງຈໍາພອນ ຢູ່ຫ່າງຈາກເທສະບານເມືອງປະມານ 28 ກິໂລແມັດຫໍໄຕຣປີດົກ ທີ່ວັດຈັນທະສາໂຣ ຫຼື ຊາວບ້ານເອີ້ນກັນວ່າ ວັດໜອງລໍາຈັນ ເປັນສະຖາປັດຕະຍະກໍາເຄື່ອງໄມ້ທີ່ສະທ້ອນເຖິງສີໄມ້ລາຍມືຂອງຊາວຊ່າງລ້ານຊ້າງໃນອະດີດ ຫໍໄຕຣປີດົກແຫ່ງນີ້ ໄດ້ກໍ່ສ້າງຂຶ້ນແຕ່ສັດຕະວັດທີ 17 ເຊິ່ງແມ່ນ ຍາທ່ານ ຫຼັກຄໍາພາ ເປັນຜູ້ນໍາພາສ້າງ ເຊິ່ງສ້າງດ້ວຍໄມ້ໝົດທັງຫຼັງ ສ້າງຂຶ້ນໂດຍບໍ່ໃຊ້ຕະປູກຈັກດອກ ຕົວເຮືອນຢູ່ເທິງເສົາໄມ້ສູງ 6 ແມັດ ຕັ້ງຢູ່ກາງໜອງລໍາຈັນ ເພື່ອບໍ່ໃຫ້ປວກ ແລະ ແມງໄມ້ກັດກິນ ຕໍ່ມາຫໍໄຕຣປີດົກແຫ່ງນີ້ກໍໄດ້ປະຕິສັງຂອນ ໃໝ່ອີກໃນ ສັດຕະວັດທີ 19 ນັບແຕ່ນັ້ນມາກໍ່ມີຍາທ່ານຂຽວ, ຍາທ່ານ ພຸ່ນ, ຍາທ່ານ ຈວງ, ຍາທ່ານ ນວມ, ຍາທ່ານ ພົມມາ, ໄດ້ເປັນຜູ້ອຸບປະຖາກປົກປັກ ຮັກສາ ສືບຕໍ່ໆກັນມາຕາມລໍາດັບມາໃນປີ ຄສ. 1990-2001 ໄດ້ມີ ໂຄງການປົກປັກຮັກສາ ໜັງສືຜູກໃບລານລາວ ກະຊວງຖະແຫຼງຂ່າວ-ວັດທະນະທໍາ ໂດຍໄດ້ຮັບການສະໜັບສະໜູນຈາກຫຼາຍພາກສ່ວນຈຶ່ງໄດ້ມີການລົງສໍາຫຼວດຂຶ້ນບັນຊີຕົວຈິງ ຈຶ່ງສາມາດ ຈໍາແນກ ຈັດລໍາດັບ ໜັງສືຜູກໃບລານໄດ້ດັງນີ້

ໜັງສືຜູກໃບລານລວມທັງໝົດມີ 219 ເລື່ອງ ມີ 326 ມັດ, ມີ 2391 ຜູກ ແຕ່ຍ້ອນອາຍຸການ ໃຊ້ງານເປັນເວລາ ຫຼາຍສິບປີຈຶ່ງເຮັດໃຫ້ສະພາບຂອງຫໍໄຕຣປີດົກ ຊຸດໂຊມລົງ ໃນປີ 2005 ຫໍໄຕຣປີດົກໄດ້ຮັບປິຕິສັງຂອນຄືນໃໝ່ ໂດຍໄດ້ຮັບການຊ່ວຍເຫຼືອຈາກ ລັດຖະບານ ແຫ່ງລາດຊະອານາຈັກໄທ ຈຳນວນ 1.000.000 ບາດ (ໜຶ່ງລ້ານບາດ) ມາຮອດເວລານີ້ຫໍໄຕຣປີດົກໄດ້ກາຍເປັນຈຸດເຕົ້າໂຮມເອົາໜັງສືຜູກໃບລານທີ່ຫຼາຍກວ່າໝູ່ແຫ່ງດຽວໃນເມືອງ ຈໍາພອນ ທັງກາຍເປັນແຫຼ່ງທອງທ່ຽວທາງດ້ານວັດທະນະທໍາອີກດ້ວຍ

ໃນຫໍໄຕຣປີດົກມີຕູ້ຄໍາພີໃບລານ 3 ຕູ້ ໃນນັ້ນລວມມີ 219 ເລື່ອງ, ມີ 326 ມັດ, ມີ 2.391 ຜູກ ເຊິ່ງໄດ້ສະສົມເກັບມ້ຽນແຕ່ປີ1990ເປັນຕົ້ນມາເສົາຫໍໄຕຣລວມມີ 35 ເສົາ ຫໍດັ່ງກ່າວ ເປັນບ່ອນເກັບມ້ຽນໜັງສືຜູກທີ່ຮວບຮວມເອົາຄໍາສອນທາງສາດສະໜາ, ບັນດາຜະຫຍາ, ນິທານ, ກອນລໍາ ແລະ ຕໍາລາຢາພື້ນເມືອງຕ່າງໆນໍາ ຖ້າທ່ານຜູ້ອ່ານທີໜ້າຮັກໄດ້ມີໂອກາດໄປທ່ຽວທີ່ແຂວງສະຫວັນນະເຂດ ກໍຢ່າລືມແວະໄປທ່ຽວຊົມສະຖານທີ່ແຫ່ງນີ້ແດ່ເດີ້ ແລະ ຍັງມີອີກຫຼາຍໆສະຖານທີ່ ທີ່ຍັງຄອງຄອຍຖ້າໃຫ້ຜູ້ອ່ານທີ່ໜ້າຮັກມາຢ້ຽມມາສໍາຜັດດ້ວຍຕົວເອງ

ແບ່ງປັນ