Breaking News

ສີນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ

ແບ່ງປັນ

ໃນລະຫວ່າງວັນທີ 22-26 ກຸມພາ 2017 ນີ້ ຢູ່ທີ່ສູນການຄ້າລາວໄອເຕັກ ນະຄອນຫຼວງວຽງຈັນ. ໄດ້ຈັດງານວາງສະແດງສີນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ແຫ່ງຊາດ ທົ່ວປະເທດຄັ້ງ I ຂຶ້ນ. ເຊິ່ງມີສີນຄ້າພົ້ນເດັ່ນຂອງລາວ ເຊັ່ນ: ອາຫານພື້ນເມືອງ, ເຄື່ອງດື່ມ, ເຄື່ອງຕົບແຕ່ງ, ເຄື່ອງຫັດຖະກຳ, ຢາພື້ນເມືອງ ແລະ ອື່ນໆອີກ. ນອກຈາກນີ້, ພາຍໃນງານ ຍັງມີການປະກວດ ກະຕ່າຂອງຂວັນສີນຄ້າໂອດ໋ອບ ແລະ ໄດ້ຈັດກອງປະຊຸມຖອດຖອນບົດຮຽນວຽກງານ ໜຶ່ງເມືອງ ໜຶ່ງຜະລິດຕະພັນຂອງລາວ, ຈັດສຳມະນາ ການພັດທະນາຜະລິດຕະພັນລາວ ແລະ ແຂ່ງຂັນຟ້ອນຫລານນ້ອຍ ຂັ້ນອະນຸບານ ແລະ ປະຖົມອີກດ້ວຍ.
ທ່ານ ສົມຫວັງ ນິນທະວົງ ຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ກ່າວວ່າ: ການຈັດງານຄັ້ງນີ້ ແມ່ນໄດ້ລວບລວມ ຜູ້ປະກອບການທີ່ໄດ້ຮັບກາໝາຍໂອດ໋ອບ ທົ່ວປະເທດ ເຂົ້າຮ່ວມວາງສະແດງສິນຄ້າ ທັງເປັນການເປີດໂອກາດ ໃຫ້ຫົວໜ່ວຍທຸລະກິດ ທີ່ຍັງບໍ່ທັນໄດ້ຮັບກາໝາຍໂອດ໋ອບ ນຳເອົາຜະລິດຕະພັນ ແລະ ຜົນງານຂອງຕົນ ມາຮ່ວມວາງສະແດງ ຄາດວ່າສິນຄ້າໂອດ໋ອບລາວ ທີ່ນຳໃຊ້ສີມືແຮງງານ, ພູມປັນຍາ, ຫົວຄິດປະດິດສ້າງ ແລະ ຊັບພະຍາກອນທ້ອງຖິ່ນ ເປັນເອກະລັກ ທ້ອງຖິ່ນຂອງເມືອງ ຫຼື ບ້ານ, ເປັນມໍລະດົກຕົກທອດກັນມາຍາວນານ ຈະໄດ້ຮັບການໂຄສະນາ ເປັນທີ່ຍ້ອມຮັບຂອງສັງຄົມລາວ ແລະ ຕ່າງປະເທດ ກ້າວໄປສູ້ການຈັດງານວາງສະແດງສິນຄ້າໂອດ໋ອບ ໃນລະດັບພາກພື້ນອາຊຽນ ຮ່ວມກັບຫຼາຍປະເທດເຊັ່ນ: ຫວຽດນາມ, ກຳປູເຈຍ, ໄທ ແລະ ມຽນມາ ໃນຄັ້ງຕໍ່ໄປ. ເຊິ່ງໃນປີນີ້ ມີຮ້ານເຂົ້າຮ່ວມງານທັງໝົດ 144 ຫ້ອງ, ໃນນັ້ນມີສີນຄ້າ ໂອດ໋ອບ 67 ຫ້ອງ, ສີນຄ້າລາວ 44 ຫ້ອງ ແລະ ຮ້ານອາຫານ 33 ຫ້ອງ ມູນຄ່າສີນຄ້າທີ່ນຳມາວາງສະແດງຫຼາຍກວ່າ 3 ຕື້ກີບ ແລະ ຄາດວ່າ ຈະມີເງິນໝູນວຽນພາຍໃນງານ ປະມານ 300 ລ້ານກີບໃນແຕ່ລະມື້.

ຂໍ້ມູນຈາກ: ຂ່າວສານປະເທດລາວ

ແບ່ງປັນ