ຂໍ້ເສຍການຜ່າຕັດຕາສອງຊັ້ນແບບປາດ
ສໍາລັບສາວໆ ທ່ານໃດທີ່ຄິດຈະຜ່າຕັດເຮັດຕາສອງຊັ້ນ ຄວນຄິດເຖິງຜົນເສຍຂອງມັນສາກ່ອນ ເຊິ່ງ ວາລະສານຂັວນໃຈ ໄດ້ນໍາເອົາຂໍ້ເສຍຂອງເຮັດຕາສອງຊັ້ນມາຝາກດັ່ງນີ້:
- ໃຫ້ເຂົ້າໃຈກັນແບບງ່າຍໆ ແລະ ເຫັນແບບຈະແຈ້ງໄດ້ເລີຍນັ້ນກໍ່ຄື ຮອຍປະບາດທີ່ບໍລິເວນເປືອກຕາໃນເວລາທີ່ຫຼັບຕາເຮົາສາມາດເຫັນໄດ້ເລີຍວ່າໃຜຜ່າຕັດເຮັດຕາສອງຊັ້ນ.
- ຊັ້ນຕາທັບຊ້ອນກັນຫຼາຍກວ່າ 2 ຊັ້ນ ເກີດຈາກການຜ່າຕັດທີ່ສ້າງຂຶ້ນ ກັບຕາທີ່ມີຕາມທໍາມະຊາດ ເພາະມັນຄົນລະແບບ ແລະ ກໍ່ໃຫ້ເກີດຮອຍພັບຊ້ອນ 2 ແບບ ໂດຍມັກເຫັນຢູ່ບໍລິເວນຫົວຕາ ແລະ ປາຍຫາງຕາ.
- ຫຼັບຕາບໍ່ແຈບດີຫຼັງຈາກການຜ່າຕັດຜ່ານໄປໄດ້ຫຼາຍເດືອນ.
- ຊັ້ນຕາຫຼຸດ ຫຼື ຊັ້ນຕາບໍ່ແຈ້ງ ເລື່ອງນີ້ຂໍໃຫ້ເຂົ້າໃຈກັນໃໝ່ວ່າຊັ້ນຕາຫຼຸດ ຫຼື ບໍ່ຫຼຸດບໍ່ໄດ້ກ່ຽວກັບການຜ່າຕັດວິທີໃດ.
- ມືນຕາຂຶ້ນຍາກ ຫຼັງຈາກການຜ່າຕັດມາແລ້ວຈະເຮັດໃຫ້ຕາເບິ່ງເຫັນບໍ່ແຈ້ງ ຫຼື ເຮັດມາແລ້ວກໍ່ຈະເບິ່ງຄືວ່າຕາຢາກນອນຢູ່ຕະຫຼອດ.