Breaking News

ປະຫວັດວັດສີສະເກດທີ່ຫຼາຍທ່ານຍັງບໍ່ເຄີຍຮູ້

ແບ່ງປັນ

ທ່ານຜູ້ອ່ານທີ່ໜ້າຮັກຫຼາຍໆທ່ານ ຮູ້ຫຼືຍັງວ່າວັດສີສະເກດ ມີປະຫວັດຄວາມເປັນມາແນວໃດ ຖ້າທ່ານຜູ້ອ່ານທ່ານໃດ ຍັງບໍ່ຮູ້ກໍ່ຮີບຟ້າວມາອ່ານທາງນີ້ເລີຍ ເພາະມື້ນີ້ ທີມງານ ຂວັນໃຈ ຈະຂໍນຳເອົາປະຫວັດຄວາມເປັນມາຂອງ ວັດສີສະເກດ ມາເລົ່າສູ່ທ່ານຜູ້ອ່ານທີ່ໜ້າຮັກຟັງ ວັດສີສະເກດເປັນວັດທີ່ມີຊື່ສຽງ ແລະ ເປັນທີ່ຮູ້ຈັກຂອງຊາວພຸດທະສາສະໜາ

ວັດສີສະເກດ ຕັ້ງຢູ່ກົງກັນ ກັບວັດຫໍພຣະແກ້ວ ເມື່ອທ່ານຜູ້ອ່ານທີ່ຮັກແພງຂ້າມທາງມາຈາກວັດຫໍພຣະແກ້ວກໍຈະແມ່ນວັດສີສະເກດ ເຊິ່ງເປັນວັດທີ່ມີຄວາມສໍາຄັນທາງປະຫວັດສາດ ເພາະວ່າເປັນວັດດຽດທີ່ລອດພົ້ນຈາກການຈູດເຜົາທຳລາຍຂອງສັກດີນາຕ່າງດ້າວທີ່ມາຮຸກຮານລາວໃນລະຫວ່າງປີ ຄສ 1827 – 1828

ຊື່ທີ່ຈາລຶກໄວ້ໃນແຜ່ນສິລາຂຽນວ່າ: “ສະຕະສະຫັສສາຣາມ” (ແປວ່າ ວັດແສນ) ແຕ່ຄົນທັງຫຼາຍເອີ້ນວ່າ: “ວັດສີສະເກດ”.  ວັດສີສະເກດໄດ້ຖືກສ້າງຂຶ້ນໃນປີ ຄສ 1818 ໂດຍການນໍາພາຂອງເຈົ້າອານຸວົງ ກະສັດອົງສຸດທ້າຍຂອງຣາຊະວົງວຽງຈັນ, ວັດນີ້ໃນອະດີດຕັ້ງຢູ່ຕິດກັບບໍລິເວນພຣະຣາດຊະວັງຫຼວງດ້ານຕາເວັນອອກສ່ຽງ   ເໜືອ ແລະ ຕັ້ງຢູ່ດ້ານໃນກຳແພງບູຮານວຽງຈັນຊັ້ນໃນ ປັດຈຸບັນນີ້ ເບື້ອງທ່າຕິດກັບຖະໜົນ ໄຊເຊດຖາທິຣາດ ເບື້ອງທົ່ງຕິດກັບ ທະນາຄານພັດທະນາອາຊີ ຫ່າງໄກຈາກແມ່ນ້ຳຂອງປະມານ 250 ແມັດ

ວັດສີສະເກດ ມີຄວາມພິເສດກວ່າວັດອື່ນເນື່ອງຈາກວ່າເປັນວັດທີ່ບັນຈຸຫໍໄຕຣປີດົກ, ກຸດຕິຂອງເຈົ້າເພັດຊະຣາຊ ແລະ ຢູ່ຕາມຝາດ້ານໃນຂອງສິມກໍມີຮູບແຕ້ມລວດລາຍງົດງາມ. ບໍລິເວນວັດມີກົມມະລຽນອ້ອມສີ່ດ້ານ, ແຕ່ລະດ້ານມີພຣະພຸດທະຮູບນ້ອຍທີ່ເຮັດດ້ວຍດິນເຜົາ, ໄມ້ ແລະ ຝຸ່ນຂອງເກສອນດອກໄມ້ ລວມທັງໝົດ 6.840 ອົງ ແລະ ຢູ່ດ້ານເທິງເຮັດດ້ວຍປະທາຍເພັດ ລວມມີ 120 ອົງ ສ່ວນຢູ່ຂ້າງອຸໂບສົດມີພຣະພຸດທະຮູບປະທານອົງໃຫຍ່ອັນສັກສິດ ຢູ່ຂ້າງກໍ້າຊ້າຍ ແລະ ຂວາຂອງພຣະປະທານກໍມີພຣະພຸດທະຮູບທອງຫຼໍ່ ປາງຫ້າມຍາດ 2 ອົງ ເຊິ່ງເຈົ້າອານຸວົງໄດ້ສ້າງໄວ້ເທົ່າກັບເລົາຄີງຂອງເພິ່ນເອງ

ນອກນັ້ນຢູ່ຕາມຊ່ອງຝາດ້ານໃນສິມກໍຍັງມີພຣະພຸດທະຮູບອົງນ້ອຍໆ ລວມທັງໝົດ 2.052 ອົງເຊິ່ງໃນນັ້ນເຮັດດ້ວຍເງິນບຸ 276 ອົງ, ສິມ ແລະ ກົມມະລຽນສີສະເກດ ແມ່ນສະຖາປັດຕະຍະກຳສິນລາວ ເຊິ່ງປະກອບມີ ປະຕິມະກຳສິນ, ຈິດຕະກຳສິນ…ທີ່ເປັນຂໍ້ມູນຫຼັກຖານທາງບູຮານຄະດີ ມີຄວາມສຳຄັນໃຫ້ຄຸນຄ່າທາງດ້ານປະຫວັດສາດ, ວັດທະນະທຳ, ສາສະໜາ, ຄວາມເຊື່ອຖືທີ່ປະຕິບັດຮີດຄອງປະເພນີ, ເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າແຕ່ອະດີດຈົນເຖິງປັດຈຸບັນ ໃຫ້ຍືນຍົງຄົງຕົວກັບຊາດລາວຕະຫຼອດໄປ

ແຫຼະນີ້ກໍເປັນຂໍ້ມູນບາງສ່ວນເທົ່ານັ້ນ ທີ່ໄດ້ນໍາເອົາມາໃຫ້ທ່ານຜູ້ອ່ານທີ່ໜ້າຮັກໄດ້ອ່ານ ແລະ ທ່ານໃດທີ່ຢາກເຂົ້າໄປກາບໄຫ້ວ, ໄປຂໍພອນ ຫຼື ເຂົ້າໄປຊົມຮ່ອງຮອຍທາງປະຫວັດສາດ ແລະ ປະຫວັດຂອງວັດທ່ານກໍສາມາດເຂົ້າໄປໄດ້ ເຊິ່ງເພິ່ນເປີດໃຫ້ເຂົ້າທ່ຽວຊົມແມ່ນເລີ່ມແຕ່ 8:00 – 17:00 ໂມງ ຂອງທຸກໆມື້ໃນລາຄາປີ້ 3.000 ກີບສໍາລັບຄົນລາວ, ສໍາລັບຄົນຕ່າງປະເທດ 10.000 ກີບ

ເຄຼດິດຮູບພາບ: google.com

ແບ່ງປັນ