Breaking News
KuanjaI FaceB

ວິທີເລືອກຊື້ອາຫານເສີມໃຫ້ຄຸ້ມໃຫ້ເໝາະສົມ

ແບ່ງປັນ

KuanjaI FaceB

ວິທີເລືອກຊື້ອາຫານເສີມໃຫ້ຄຸ້ມໃຫ້ເໝາະສົມ

ສາວໆທ່ານໃດທີ່ຍັງບໍ່ຮູ້ວິທີເລືອກຊື້ອາຫານເສີມ ມື້ນີ້ ວາລະສານຂັວນໃຈ ຈະນໍາເອົາວິທີໃນການເລືອກຊື້ອາຫານເສີມມາແນະນໍາໃຫ້ສາວໆໄດ້ຮູ້ຈັກ ດັ່ງນີ້:

  1. ຮູ້ຄວາມຕ້ອງການຢ່າງແນ່ນອນ: ທ່ານຕ້ອງຮູ້ຄວາມຕ້ອງການຂອງຕົນເອງໄດ້ວ່າຄິດຈະກິນເພື່ອຫຍັງ ເພື່ອເປັນອາຫານເສີມບໍ່ວ່າຈະເລືອກກິນແຄວຊຽມໃນກຸ່ມກະດູກພ່ອຍ ຜູ້ຍິງທີ່ມີອາຍຸສູງທີ່ຜ່ານການມີລູກ ຫຼື ຜູ້ທີ່ຕ້ອງການຜິວຊຸ່ມຊື່ນກໍ່ສາມາດເລືອກອາຫານເສີມປະເພດນໍ້າມັນປາ.
  2. ຊອກຫາຂໍ້ມູນໃຫ້ດີ.
  • ຖາມຂໍ້ມູນຈາກຜູ້ຊ່ຽວຊານວິຕາມິນ ຕ້ອງເລືອກຄົນທີ່ໜ້າເຊື່ອຖືຈະເປັນປະໂຫຍດທີ່ສຸດ.
  • ຖາມຜູ້ເຮັດທຸລະກິດກ່ຽວກັບຢາເຊັ່ນ: ແພດການຢາ, ເຈົ້າຂອງຮ້ານຂາຍຢາ ເພາະເປັນອີກທາງໜຶ່ງທີ່ສາມາດໃຫ້ຂໍ້ມູນແກ່ທ່ານໄດ້.
  • ຂໍ້ມູນຈາກເວັບໄຊທ໌(Website) ເພາະມີຫຼາຍເວັບໄຊທ໌(Website) ທີ່ມີຂໍ້ມູນກ່ຽວກັບວິຕາມິນ.
  1. ເລືອກຜະລິດຕະພັນທີ່ມີການຮັບຮອງ: ທຸກຢີ່ຫໍ້ມັກຈະບອກວ່າຜະລິດຕະພັນຂອງຕົນດີ ແຕ່ເຮົາຈະໄວ້ໃຈໄດ້ແນວໃດ ຄວນເລືອກທີ່ມີມາດຕະຖານ ອຢ ຮັບຮອງ.
  2. ຕ້ອງຮູ້ຈັກສ່ວນປະກອບສໍາຄັນ: ຄວນຮູ້ສ່ວນປະກອບທີ່ສໍາຄັນໃນການເລືອກເຊັ່ນ: ວິຕາມິນE ຕ້ອງເລືອກແບບສະກັດຈາກທໍາມະຊາດ(d-alpha tocopherol) ເຊິ່ງລາຄາຈະສູງກວ່າແບບສັງເຄາະ(dl-alpha tocopherol) ເພາະການດູດຊຶມເຂົ້າໄປໃຊ້ປະໂຫຍດໄດ້ໄວ ແລະ ປະສິດທິພາບຫຼາຍກວ່າ.
  3. ຢ່າຫຼົງເຊື່ອຕາມກະແສ: ຈະເຮັດໃຫ້ບໍ່ເປັນຜົນດີຕໍ່ສຸຂະພາບ ແລະ ຮ່າງກາຍຂອງທ່ານໄດ້.
ແບ່ງປັນ