ໃນຄໍ່າຄືນທີ່ສຸດຍິ່ງໃຫ່ຍຂອງວົງການຮູບເງົາຝັ່ງ Hollywood ກັບການປະກາດຜົນລາງວັນຮູບເງົາ Oscars ຄັ້ງທີ 89 ປະຈຳປີ 2017 ຜ່ານພົ້ນໄປເປັນທີ່ຮຽບຮ້ອຍແລ້ວ ເຊິ່ງຜົນກໍເປັນໄປຕາມຄາດໝາຍ ຮູບເງົາເພງແນວຄຼາກຊິກ La La Land ຄວ້າລາງວັນໄປໄດ້ຫຼາຍທີ່ສຸດເຖິງ 6 ລາງວັນເຊັ່ນ: ອອກແບບງານສ້າງດີເດັ່ນ,ດົນຕີປະກອບດີເດັ່ນ, ເພງປະກອບຮູບເງົາດີເດັ່ນ, ຜູ້ກຳກັບດີເດັ່ນ ແລະ ນັກສະແດງນຳຍິງດີເດັ່ນ.
ໂດຍໃນງານເກີດເຫດບໍ່ຄາດຝັນເມື່ອໃນຊ່ວງທ້າຍຂອງຜົນປະກາດລາງວັນ ນັກສະແດງອະວຸໂສ ວໍເຣນ ເບດຕີ້ ປະກາດລາງວັນຮູບເງົາດີເດ່ນ ຜິດພາດ ເຊິ່ງຄວາມຈິງເລື່ອງທີ່ໄດ້ຄື Moonlight ແຕ່ປະກາດເປັນ La La Land ທີມຮັບລາງວັນຈາກ La La Land ຈຶ່ງຕ້ອງລົງຈາກເວທີເປີດທາງໃຫ້ກັບນັກສະແດງຈາກຮູບເງົາເລື່ອງ Moonlight ຂຶ້ນໄປແທນ.
Moonlight Wins Best Picture Oscar After La La Land Announced a…
WATCH: 'La La Land' announced as #Oscars Best Picture winner, but only until a mistake is realized with 'Moonlight' being the real winner. http://abcn.ws/2mkTesq
โพสต์โดย ABC News บน 26 กุมภาพันธ์ 2017
ສຳລັບຜົນປະະກາດລາງວັນ Oscars 2017 ລາຍລະອຽດມີດັ່ງນີ້:
- ຮູບເງົາດີເດັ່ນຄື Moonlight
- ນັກສະແດງນຳຊາຍດີເດັ່ນຄື ຈາກເລື່ອງ Manchester by the Sea
- ນັກສະແດງນໍາຍິງດີເດັ່ນຄື ເອັມມ່າ ສະໂຕນ ຈາກຮູບເງົາເລື່ອງ La La Land
- ນັກສະແດງສົມທົບຊາຍດີເດັ່ນຄື ມາເຮີຊາຣາ ອາລີ ຈາກເລື່ອງ Moonlight
- ນັກສະແດງສົມທົບຍິງດີເດັ່ນຄື ໄວໂອຣາ ເດວິດ ຈາກເລື່ອງ Fences
- ຜູ້ກຳກັບດີເດ່ນຄື ເດມ່ຽນ ຊາເຊວ ຈາກຮູບເງົາເລື່ອງ La La Land
- ດົນຕີປະກອບຮູບເງົາດີເດັ່ນ La La Land
- ເພງປະກອບຮູບເງົາດີເດັ່ນຄືເພງ City Of Stars ຈາກຮູບເງົາເລື່ອງ La La Land
- ອອກແບບງານສ້າງດີເດັ່ນຄື La La Land
- ເອນິເມຊັ່ນດີເດັ່ນຄືຮູບເງົາເລື່ອງ Zootopia
- ອອກແບບເຄື່ອງແຕ່ງກາຍດີເດັ່ນຄືຮູບເງົາເລື່ອງ J.: Made in America
- ສາລະຄະດີດີເດັ່ນ The White Helmets
- ຕັດຕໍ່ຮູບເງົາດີເດັ່ນ Hacksaw Ridge
- ຮູບເງົາຕ່າງປະເທດດີເດັ່ນຄື The Salesman
- ແຕ່ງໜ້າເຮັດຜົມດີເດັ່ນ Suicide Squad
- ເອນິເມຊັ່ນຂະໜາດສັ້ນດີເດັ່ນ Piper
- ຮູບເງົາຂະໜາດສັ້ນດີເດັ່ນ Sing
- ຕັດຕໍ່ສຽງດີເດັ່ນ Arrival
- ບັກທຶກສຽງດີເດັ່ນ Hacksaw Ridge
- ເຕັກນິກພິເສດດີເດັ່ນ The Jungle Book
- ບົດຮູບເງົາດັດແປງດີເດັ່ນ Moonlight
- ບົດຮູບເງົາດັ້ງເດີມດີເດັ່ນ Manchester by the Sea
ຂອບໃຈຂໍ້ມູນຈາກ: Khaosod – ข่าวสด