Breaking News

ຮ້ານອາຫານ 3434 ຟັງແຕ່ຊື່ຮ້ານ ກໍຢາກໄປລອງນັ່ງ ຊິວໆ!! ແລ້ວ

ແບ່ງປັນ

ສະບາຍດີມື້ນີ້ ຂວັນໃຈ Food ຂໍມາແນະນຳຮ້ານອາຫານ ທີ່ໄດ້ຮັບຄວາມນິຍົມ ຂອງຊາວນະຄອນຫຼວງວຽງຈັນ ຊື່ວ່າ ຮ້ານ 3434 ເຊິ່ງເພິ່ນຫາກໍຂະຫຍາຍສາຂາທີ 2 ຫວ່າງບໍ່ດົນມານີ້. ສ່ວນສາຂາທີໜຶ່ງແມ່ນຕັ້ງຢູ່ບ້ານດອນກອຍ ເປີດໃຫ້ບໍລິການໄດ້ປະມານ 2 ປີແລ້ວ ລູກຄ້າຂອງເພິ່ນກໍເພີ່ມຂຶ້ນຢ່າງຕໍ່ເນື່ອງ. ດັ່ງນັ້ນ ເພື່ອເອົາໃຈລູກຄ້າທີ່ໜ້າຮັກ ຈຶ່ງເປີດສາຂາ 2 ເຊິ່ງຕັ້ງຢູ່ບ້ານວັງຊາຍ ນີ້ເອງ ໃຜຢູ່ໃກ້ກໍລອງແວ່ໄປຊິມເບິ່ງເດີ້ ຮ້ານສາຂາ 2 ແມ່ນເລີ່ມເປີດບໍລິການແຕ່ວັນທີ  19 ກັນຍາ 2016 ເປັນຕົ້ນມາ.

ກ່ອນຈະໄດ້ຊື່ຮ້ານວ່າ 3434 ເຈົ້າຂອງຮ້ານຄົນງາມ ມະນີຕາວັນ ບຸນນະວົງ ຫຼື ອາລິ່ງ ໄດ້ເລົ່າໃຫ້ຟັງວ່າ: ໄດ້ຈາກເລກປ້າຍລົດສະປອດຄັນທຳອິດ ຂອງຄອບຄົວ ຕໍ່ມາຊື້ຄັນທີສອງ ກໍຍັງໄດ້ປ້າຍຄືເກົ່າ 3434 ອີກ ກໍເລີຍຄິດວ່າເລກນີ້ ເປັນເລກນໍາໂຊກລາບໃຫ້ຄອບຄົວ ແລະ ທຸລະກິດ.

ຈຸດເລີ່ມຕົ້ນຂອງການເປີດຮ້ານອາຫານ ແມ່ນເກີດຈາກຄວາມມັກຊຸມແຊວຂອງຄອບຄົວ ບວກກັບມີໝູ່ຄູ່ຫຼາຍ ຢາກມີສະຖານທີ່ຊຸມແຊວແບບກັນເອງ ສາຂາທຳອິດຈຶ່ງຖືກເປີດຂຶ້ນ ສຳລັບສາຂາທີສອງນີ້ ເກີດຂຶ້ນເພື່ອຕອບຮັບຄວາມຕ້ອງການຂອງລູກຄ້າ ທີ່ມາໃຊ້ບໍລິການຮ້ານລ້າງອັດສີດລົດຂອງເພິ່ນ ຕອນກາງເວັນ ຈະເປັນຮ້ານອາຫານຕາມສັ່ງໃຫ້ລູກຄ້າທີ່ມາລ້າງລົດ ແລະພະນັກງານໃກ້ຄຽງ ມານັ່ງພັກຜ່ອນ, ກິນອາຫານແຊບໆ, ດື່ມກາເຟເຢັນໆໄດ້ ສ່ວນຕອນແລງ ຮ້ານຈະເປັນຮູບແບບຄາເຟ່ ອາຫານປະເພດຂອງແກ້ມ ກັບເບຍເຢັນໆ ມີວົງດົນຕີຫຼິ້ນສົດໆ ມ່ວນໆໃຫ້ໄດ້ຟັງກັນ ເວົ້າໄດ້ວ່າເພິ່ນເປີດຕັ້ງແຕ່ 8 ໂມງເຊົ້າ ຮອດ 23 ໂມງກາງຄືນກັນເລີຍ ສ່ວນດົນຕີສົດແມ່ນເລີ່ມບັນເລງເວລາ 20:00 ໂມງ ເປັນຕົ້ນໄປ.

Style ການຕົບແຕ່ງຮ້ານກໍເປັນແບບ Loft ແຕ່ບໍ່ 100% ແບບປະສົມປະສານ Modern Architecture Loft ເນັ້ນເບິ່ງແລ້ວສະບາຍໆ ເປັນໂຄງແບບເຫຼັກຈອດ ເບິ່ງແລ້ວກໍຊວນ Art ດີ ບວກກັບການໄປຊອກເບິ່ງຈາກຫຼາຍບ່ອນມາປະສົມປະສານກັນ ຕົບແຕ່ງຮ້ານດ້ວຍມືເຈົ້າຂອງເອງເລີຍເຮັດໃຫ້ໄດ້ບັນຍາກາດທີ່ບໍ່ຄືໃຜອີ່ຫຼີ. ພາຍໃນຮ້ານແບ່ງອອກເປັນສອງ Zone ຄື: Indoor ຕິດແອເຢັນສະບາຍ ແລະ Outdoor ສົດຊື່ນແບບທຳມະຊາດ.

ເມນູແນະນຳສຳລັບລູກຄ້າໄດ້ແກ່: ດູກຂ້າງອົບຊ໋ອດ, ຕົ້ມຊຸບເປີແຊບ 3434, ເປັດຮົມຄວັນພິກໄທດຳ ແລະ ເມນູພິເສດ ທີ່ຢາກແນະສຸດໆແມ່ນ ຜັດໂຄຂຸນພິກໄທດຳ. ນອກນີ້, ເຄື່ອງດື່ມ ກໍມີຫຼາກຫຼາຍຢ່າງເຊັ່ນ: ກາເຟຮ້ອນ, ເຢັນ ແລະ ປັ່ນ. ອາຫານທຸກຈານ ລາຄາບໍ່ແພງ ເລີ່ມຕົ້ນ 15.000 ກີບ – 60.000 ກີບເທົ່ານັ້ນ.

ໃຜທີ່ມັກບັນຍາກາດແບບກັນເອງສຸດໆ ບ່ອນຈອດລົດກວ້າງຂວາງ ຕ້ອງຮ້ານອາຫານ 3434 ເລີຍ ເພາະເພິ່ນຍັງຮັບຈັດງານລ້ຽງງານສ້າງສັນທຸກປະເພດບໍ່ວ່າຈະເປັນ ງານວັນເກີດ, ງານລ້ຽງລຸ້ນແບບອົບອຸ່ນໆ ໂດຍຕ້ອງຈອງກ່ອນມື້ 1 ເພື່ອໃຫ້ຮ້ານໄດ້ຈັດສະຖານທີ່ໃຫ້

ຫາກທ່ານກຳລັງຊອກຫາຮ້ານອາຫານທີ່ແຊບ! ເສບດົນຕີສົດ! ການບໍລິການທີ່ເປັນກັນເອງ! ມີໂປຣໂມຊັ່ນໃໝ່ໆ ສຳລັບທຸກເທສະການ ໃຫ້ລູກຄ້າຕື່ນເຕັ້ນໄດ້ຕະຫຼອດທັງປີ ຕ້ອງຮ້ານ 3434 ນອກຈາກນີ້, ຖ້າເປັນເລື່ອງອາຫານເມນູໃດທີ່ລູກຄ້າສັ່ງແລ້ວບໍ່ຖືກ ຫຼື ບໍ່ພໍໃຈທາງດ້ານລົດຊາດ ທາງຮ້ານກໍສາມາດເຮັດໃໝ່ໃຫ້ໄດ້.

ຮ້ານອາຫານ 3434 ມີ 2 ສາຂາ ຫາກໃຜຢູ່ໃກ້ສາຂາໃດ ກໍຢ່າລືມແວ່ອຸດໜູນກັນໄດ້ ເພາະເຮົາມີບໍລິການແບບ 2 In 1 ຈະມາລ້າງລົດ ພ້ອມກິນອາຫານແຊບໆ ຫຼືມັກຊຸມແຊວກັບໝູ່ຄູ່ ເພິ່ນຈັດໃຫ້ໄດ້ຕາມຄວາມຕ້ອງການ

ສາຂາ 1 ຕັ້ງຢູ່ ບ້ານດອນກອຍ

ສາຂາ 2 ຕັ້ງຢູ່ລະຫວ່າງບ້ານວັງຊາຍ ຫາ ບ້ານໂນນສະຫວ່າງ

ທັງ 2 ສາຂາ ເປີດບໍລິການຕັ້ງແຕ່ 8:00 ໂມງເຊົ້າ ຫາ 23:00 ໂມງ. ໂທ: 020 2222 4050. ລາຍລະອຽດຂອງຮ້ານສາມາດເຂົ້າເບິ່ງໄດ້ Facebook: 3434 Café & Restaurant

 

 

ແບ່ງປັນ