Breaking News

ສໍາເລັດໂຄງການອະນຸສາວະລີ ທ່ານ ຕູ້ຢ່າ ໄຊຈູ ທີ່ແຂວງຊຽງຂວາງ

ແບ່ງປັນ

 

ໃນທ້າຍອາທິດຜ່ານມາໄດ້ຈັດ ພິທີມອບ-ຮັບໂຄງການກໍ່ສ້າງ, ຕິດຕັ້ງ ແລະ ຕົບແຕ່ງເດີ່ນສວນອະນຸສາວະລີ ທ່ານ ຕູ້ຢ່າ ໄຊຈູ ທີ່ບ້ານໂພນງາມໃຕ້ ເມືອງແປກ ແຂວງຊຽງຂວາງ ໃນການກ່າວມອບໂດຍທ່ານ ບຸນຂຽນ ສຸລິວົງ ຮອງຫົວໜ້າຄະນະ ຮັບຜິດຊອບພິພິທະພັນ ໄກສອນ ພົມວິຫານ ກ່າວຮັບໂດຍທ່ານ ຄຳແສນ ມະນີວົງ ຮອງເຈົ້າແຂວງໆຊຽງຂວາງ ໂດຍມີການນຳ ຂອງສູນກາງ, ແຂວງ, ເມືອງ, ພະນັກງານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂຄງການດັ່ງກ່າວນີ້ ຮັບເໝົາກໍ່ສ້າງໂດຍບໍລິສັດ ສີວອນ ພັດທະນາກໍ່ສ້າງຈຳກັດຜູ້ດຽວ ໄດ້ລິເລີ່ມກໍ່ສ້າງ ມາແຕ່ທ້າຍປີ 2014 ໂດຍໄດ້ບຸກເບີກສະຖານທີ່ ຖົມດິນອັດແໜ້ນ ວຽກເບຕົງກໍ່ໂບກ ລານອະເນກປະສົງ, ກໍ່ແທ່ນຕິດຕັ້ງຫີນແກ່ຣນິກ ຕິດຕັ້ງຮູບຫລໍ່ໝົດຄີງ, ຕິດຕັ້ງໄຟຟ້າ ນໍ້າປະປາ, ມີເນື້ອທີ່ທັງໝົດ 8.568 ຕາແມັດ ລວມມູນຄ່າທັງໝົດ 14 ຕື້ກ່ວາກີບ.

ຈຸດປະສົ່ງໃນການກໍ່ສ້າງ ອະນຸສາວະລີດັ່ງກ່າວ ເພື່ອເປັນບ່ອນສັກກາລະບູຊາ ເຄົາລົບນັບຖື, ສະແດງເຖິງຄວາມກະຕັນຍູຮູ້ບຸນຄຸນຕໍ່ຄວາມ ເສຍສະຫລະອັນ ຍິ່ງໃຫຍ່ຂອງທ່ານ ເຊິ່ງເປັນຜູ້ ນຳຮຸ່ນທຳອິດ ຂອງການປະຕິວັດລາວ ທີ່ໄດ້ອຸທິດຕະຫລອດຊີວິດ ເພື່ອປະເທດຊາດ ແລະ ການປະຕິວັດ ແມ່ນນັກການທະຫານ ທີ່ຮູ້ໝູນໃຊ້ທາງດ້ານຍຸດທະສາດ, ຍຸດໂທບາຍ, ສິລະປະຍຸດທະວິທີໃນການສູ້ຮົບ ເປັນນາຍ ທະຫານທີ່ມີ ຄວາມເກັ່ງກ້າສາມາດ, ສະຫລາດຫລັກແຫລມ ມີພິກໄຫວຄ່ອງແຄ່ວ ຊໍານິຊໍານານທາງດ້ານພູມມີປະເທດເຂດພາກເໜືອ ເປັນຢ່າງດີ, ເປັນນັກການທູດ ທາງທະຫານ ທີ່ດີເດັ່ນຮຸ່ນທໍາອິດ ໃນການກໍ່ຕັ້ງສາຍພົວພັນ ມິດຕະພາບ ລາວ-ຫວຽດນາມ ເຊິ່ງໄດ້ກາຍເປັນສັນຍາລັກ ແຫ່ງມູນເຊື້ອ ຄວາມສາມັກຄີພິເສດ ຮ່ວມສຳພັນ ສູ້ຮົບ ລາວ-ຫວຽດນາມ. ທັງເປັນການ ສຶກສາ ອົບຮົມແນວຄິດ ປູກຈິດສຳນຶກໃຫ້ແກ່ຄົນຮຸ່ນສືບທອດ ໄດ້ຮຽນຮູ້ກ່ຽວກັບຄຸນງາມຄວາມດີ ແລະ ຜົນງານ ອັນດີເດັ່ນຂອງເພິ່ນ ເປັນແວ່ນແຍງອັນໃສແຈ້ງ ເປັນແບບຢ່າງອັນ ປະເສີດສຳລັບ ພະນັກງານສະມາ ຊິກພັກ, ນັກຮົບ ແລະ ປວງຊົນລາວທັງຊາດ ຊຶ່ງອະນຸສາວະລີດັ່ງກ່າວ ໄດ້ກາຍເປັນ ສະຖານທີ່ທ່ອງທ່ຽວ ທາງປະຫັວດສາດ ທີ່ສຳຄັນອີກແຫ່ງໜຶ່ງຂອງ ແຂວງຊຽງຂວາງ

ຂໍຂອບໃຈ ພາບ ແລະ ຂໍ້ມູນຈາກ: ຂປລ

ແບ່ງປັນ