Breaking News

ນໍ້າຕົກຕາດເລາະ – ຕາດຮັງ

ແບ່ງປັນ

ໄປທ່ຽວທີ່ແຂວງ ສາລະວັນ ກໍຢ່າລືມໄປທ່ຽວທີ່ນີ້ເດີ້ ນໍ້າຕົກຕາດເລາະ – ຕາດຮັງ ເຊິ່ງຕາດທັງສອງນີ້ ຕັ້ງຢູ່ບ້ານແສນວັງ ເມືອງສາລະວັນ ຫ່າງຈາກຕົວເມືອງປະມານ 31 ກິໂລແມັດ ຖືກຄົ້ນພົບໃນປີ 1985 ແລະ ເປີດໃຫ້ເຂົ້າທ່ຽວຊົມຢ່າງເປັນທາງການເມື່ອປີ 1990 ເປັນຕົ້ນມາ

ຄໍາວ່າ: “ ຕາດເລາະ ” ມີກົກເຄົ້າມາຈາກພາສາ ຂອງເຜົ່າທີ່ອາໄສຢູ່ແຖບນີ້ຄືຄໍາວ່າ: “ ໂລະ ” ມີຄວາມໝາຍວ່າອະໄວຍະວະເພດຊາຍ ໂດຍມີຕໍານານເລົ່າຂານເຖິງສອງສາວ ເອື້ອຍນ້ອງທີ່ໄດ້ເຮັດການພະນັນຂັນຕໍ່ທ້າ ໃຫ້ພໍ່ເຖົ້າໂຕນລົງນໍ້າຢູ່ຕາດນີ້ ຖ້າກ້າໂຕນພວກເຂົາຊິຍອມເປັນເມຍ ພໍ່ເຖົ້າຜູ້ນັ້ນກໍແກ້ເຄື່ອງປະເປືອຍ ຈົນເຫັນໂລະແຫ່ວຍານ ແລ້ວໂດດລົງໄປດົນເຕີບ ສອງນ້ອງເອື້ອຍພາກັນຄິດວ່າພໍ່ເຖົ້າຕາຍແລ້ວ ແຕ່ໂຊກເຂົ້າຂ້າງພໍ່ເຖົ້າດວງດີ ຄາດຊິໄດ້ເມຍສາວນ້ອຍ ສາມາດເງີຍຫົວຂຶ້ນມາຈາກນໍ້າຢ່າງປອດໄພ ຈຶ່ງເປັນອັນວ່າ ສອງສາວນັ້ນຈໍາຕ້ອງພາກັນປະຕິບັດຕາມສັນຍາ ຍອມເປັນເມຍພໍ່ເຖົ້າຜູ້ກ້າຫານນີ້ ຈຶ່ງເປັນທີ່ມາຂອງຕາດໂລະ ຫຼື ຕາດເລາະຈົນເທົ່າທຸກມື້ນີ້

ຂໍ້ມູນ: ກົມໂຄສະນາການທ່ອງທ່ຽວ

ເຄຼດິດຮູບພາບ: google.com

ແບ່ງປັນ