Breaking News

ງາມຫຼາຍ! ວັນໃໝ່ ສາວປະເພດສອງ ກຽມພ້ອມແລ້ວກັບການປະກວດ “Miss International Queen” (ມີຄຣິບ)

ແບ່ງປັນ

 

ງາມຫຼາຍ! ຄົງຈະບໍ່ມີໃຜທີ່ຈະປະຕິເສດວ່ານ້ອງ ວັນໃໝ່ ມົນຈຳປາ ທຳມະວົງ ອາຍຸ 21 ປີ ສາວປະເພດສອງຈາກແຂວງ ສະຫວັນນະເຂດ ນັ້ນມີຄວາມງາມ ແລະ ຖ້າບໍ່ບອກກໍຄົງບໍ່ຮູ້ວ່າເປັນສາວປະເພດສອງ.

ວັນໃໝ່ ມົນຈຳປາ ມີຄວາມກຽມພ້ອມແລ້ວທີ່ຈະເຂົ້າແຂ່ງຂັນໃນເວທີ “Miss International Queen 2016” ໃນວັນສຸກ ວັນທີ 10 ມີນາ 2017 ທີ່ຈະເຖິງນີ້, ຂໍເປັນກຳລັງໃຈໃຫ້ ນ້ອງ ວັນໃໝ່ ຈົ່ງເຮັດໃຫ້ດີທີ່ສຸດ ສູ້ໆເດີ້… ແລະ ຈົ່ງນຳເອົາວັດທະນະທຳອັນດີງາມຂອງລາວເຮົາໄປເຜີຍແຜ່ເພື່ອໃຫ້ຊາວຕ່າງຊາດໄດ້ຮັບຮູ້ເຖິງຮີດຄອງປະເພນີອັນດີງາມຂອງຊາດລາວເຮົາແດ່ເດີ້.

#ແຊຣໄປໃຫ້ໂລກຮູ້ວ່າສາວປະເພດສອງຈາກລາວເຮົາກໍງາມບໍ່ແພ້ຊາດໃດໃນໂລກ

ທຸກໆທ່ານສາມາດຕິດຕາມການປະກວດຂອງນ້ອງ ວັນໃໝ່ ມົນຈຳປາ ໄດ້ທີ່ທາງໂທລະພາບຊ່ອງ 7 (ປະເທດໄທ) ໃນວັນທີ 10 ມີນາ 2017 ເວລາ 21:00-23:30 ຫຼື ທ່ານສາມາດເປັນກຳລັງໃຈຮ່ວມໂຫວດໃຫ້ນ້ອງ ວັນໃໝ່  ໝາຍເລກ 24 ໄດ້ທີ່ເພສ Miss International Queen Pageant

ຄຣິບສຳພາດນ້ອງ ວັນໃໝ່ ມົນຈຳປາ ທຳມະວົງ ສາມາດຕິດຕາມໄດ້ເລີຍ!

via: Miss International Queen

ຂໍຂອບໃຈຮູບພາບຈາກເຈົ້າຂອງຮູບພາບ

ແບ່ງປັນ