Breaking News

9 ວິທີເລືອກຊື້ ເຄື່ອງສໍາອາງ ຢ່າງປອດໄພ

ແບ່ງປັນ

Edit

 

9 ວິທີເລືອກຊື້ ເຄື່ອງສໍາອາງ ຢ່າງປອດໄພ

    ການເລືອກຊື້ເຄື່ອງສໍາອາງເປັນວິທີດີທີ່ສຸດ ຖ້າຫາກສາວໆທ່ານໃດທີ່ເຄີຍຊື້ເຄື່ອງສໍາອາງໂດຍທີ່ບໍ່ເລືອກ, ບໍ່ສັງເກດໃຫ້ດີໆລະວັງໄວ້ມັນຈະເປັນອັນຕະລາຍໄດ້ ດັ່ງນັ້ນ ມື້ນີ້ວາລະສານຂັວນໃຈ ມີວີທີໃນເລືອກຊື້ເຄື່ອງສໍາອາງໃຫ້ປອດໄພມາແນະນໍາດັ່ງນີ້:

  1. ຄວນຊື້ເຄື່ອງສໍາອາງຈາກຮ້ານ.
  2. ຄວນເລືອກຊື້ເຄື່ອງສໍາອາງທີ່ມີປ້າຍພາສາລາວ ຫຼື ພາສາໄທ.
  3. ທົດສອບການແພ້ກ່ອນໃຊ້ດ້ວຍການທາຜະລິດຕະພັນນັ້ນໜ້ອຍໜຶ່ງໃສ່ບໍລິເວນກ້ອງແຂນ ຫຼື ບໍລິເວນຕິ່ງຫູ ແລ້ວປະໄວ 24-48ຊົ່ວໂມງ.
  4. ປະຕິບັດຕາມວິທີໃຊ້ທີ່ໄດ້ລະບຸໄວ້.
  5. ເມື່ອໃຊ້ເຄື່ອງສໍາອາງສໍາເລັດແລ້ວ ຄວນປິດຝາໃຫ້ແໜ້ນເພື່ອປ້ອງກັນການປົນເປື້ອນ.
  6. ເກັບເຄື່ອງສໍາອາງໄວ້ໃນບ່ອນທີ່ແຫ້ງ ແລະ ເຢັນ.
  7. ຫ້າມເພິ່ມສານໃດໆລົງໃນເຄື່ອງສໍາອາງ.
  8. ຢ່າໃຊ້ເຄື່ອງສໍາອາງຮ່ວມກັບຜູ້ອື່ນ ເພາະອາດຕິດເຊື້ອພະຍາດໄດ້ງ່າຍ.
  9. ຫາກເຄື່ອງສໍາອາງມີລັກສະນະປ່ຽນແປງໄປ ບໍ່ວ່າຈະເປັນສີ, ກິ່ນ ຫຼື ຄວາມເຂັ້ມຂຸ້ນບໍ່ຄວນເອົາມານໍາໃຊ້ອີກ.

 

 

ແບ່ງປັນ