Breaking News

ປະເພນີ ວັດທະນະທໍາອັນດີງາມຂອງຊາດລາວ ທີ່ສືບທອດກັນມາຄວນຮັກສາໄວ້ເປັນມູນເຊື້ອອັນດີງາມຕະຫຼອດໄປ

ແບ່ງປັນ

ວັດທະນະທໍາ ປະເພນີອັນດີງາມຂອງຊາດຄວນແກ່ການຮັກສາ ສະບາຍດີຕອນເຊົ້າຂອງມື້ທໍາອິດ ຂອງເດືອນມີນາ ເດີ້ສາວໆຜ່ານພົ້ນໄປແລ້ວສໍາລັບເດືອນກຸມພາ ເຮົາກໍສືບຕໍ່ປະຕິບັດໜ້າທີ່ວຽກງານຂອງເຮົາຕໍ່ໄປ ມື້ນີ້ BeautyGuru ກໍໄດ້ເອົາເລື່ອງລາວຂອງ ວັດທະນະທໍາ ຮີດຄອງປະເພນີອັນດີງາມຂອງຊາດລາວທີ່ຄວນແກ່ການຮັກສາ ໂດຍທຸກຄົນທີ່ເປັນຄົນລາວກໍສາມາດເຮັດໄດ້ບໍ່ຍາກ ເພາະວັດທະນະທໍາທີ່ຈະຍົກໃຫ້ເຫັນໃນມື້ນີ້ໄດ້ແກ່ ວັດທະນະທໍາການນຸ່ງຖືໄປວັດຟັງທໍາຂອງແມ່ຍິງລາວນັ້ນເອງ ເຊິ່ງວັດທະນະທໍານີ້ແມ່ນໄດ້ສືບທອດກັນມາແຕ່ສະໄໝປູ່ຍ່າຕາຍາຍເຮົາແລ້ວ ແລະ ມາຮອດປັດຈຸບັນນີ້ສາວໆເຄີຍສັງເກດບໍ່ວ່າເວລາເຂົ້າວັດຟັງທໍາ, ໄປເຮັດບຸນຕ່າງກໍຈະເຫັນໄດ້ວ່າ ແມ່ຍິງລາວເຮົານັ້ນແມ່ນມີການນຸ່ງສິ້ນໄໝ ຫຼືສິ້ນຝ້າຍ, ໃສ່ເສຶ້ອໄໝ ຫຼືເສຶ້ອສຸພາບ ບ່ຽງແພ ບາງຄົນກໍມີການເກົ້າຜົມນໍານັ້ນກໍສະແດງເຖິງຄວາມເປັນເອກະລັກວັດທະນະທໍາຂອງລາວທີ່ດີທີ່ສຸດ ອັນນີ້ກໍຂໍຊົມເຊີຍນໍາຜູ້ທີ່ຍັງຮັກສາວັດທະນະທໍາທີ່ດີງາມນີ້ໄວ້ ແຕ່ທີ່ BeautyGuru ຍົກມາໃຫ້ເຫັນນີ້ບໍ່ໄດ້ໝາຍຄວາມວ່າຈະໃຫ້ສາວໆໄປປະຕິບັດຕາມແບບລາວດັ້ງເດີມເປະໆດອກ ພຽງແຕ່ເອົາມາໃຫ້ອ່ານວ່າເມື່ອກ່ອນເຂົາປະຕິບັດກັນມາແນວໃດ ແຕ່ຖ້າເປັນໄປໄດ້ກໍຢາກຈະແນະນໍາເວລາເຂົ້າວັດເຂົ້າພຽງແຕ່ຢ່າແຕ່ງຕົວ ຫຼືນຸ່ງເຄື່ອງທີ່ມັນ Sexy ເກີນໄປກໍພໍແລ້ວ ແລະ ຖ້າເປັນໄປໄດ້ອີກກໍຢາກແນະນໍາໃຫ້ນຸ່ງສີ້ນກໍພໍ ສ່ວນວ່າເສື້ອໄໝ ເກົ້າຜົມບ່ຽງແພນັ້ນກໍແລ້ວແຕ່ບຸກຄົນທີ່ມັກກໍແລ້ວກັນເນາະສາວໆ ແຕ່ວ່າຕອນນີ້ເຮົາໄປເບີ່ງກັນດີກວ່າ ການທີ່ແຕ່ງຕົວໄປວັດຕາມແບບສະບັດຂອງຄົນລາວດັ້ງເດີມນັ້ນຈະງາມພຽງໃດ?

By: BeautyGuru

ເຄຼດິດຮູບຈາກ: Sk Dony

ແບ່ງປັນ