Breaking News

ປະມວນພາບຄອນເສີດ ນັກຮ້ອງຊື່ດັງ Joss Stone ທີ່ສະຖານທູດອັງກິດໃນວຽງຈັນ

ແບ່ງປັນ

ຢູ່ທີ່ສະຖານທູດອັງກິດ ໃນຄືນຂອງວັນທີ 6 ມີນາ 2017 ເວລາ 20:30-22:30 ໄດ້ມີງານຄອນເສີດຂອງ Joss Stone ນັກຮ້ອງ, ນັກແຕ່ງເພງ ແລະ ລະຄອນຍິງຈາກປະເທດອັງກິດ ນາງໄດ້ເລີ່ມສ້າງ  Albums ເປັນຂອງຕົວເອງຕັ້ງແຕ່ປີ 2003 ແລະ ໄດ້ຮັບລາງວັນ ໃນປີ 2004 ຈົນມາຮອດທຸກມື້ນີ້ Joss Stone ໄດ້ມີຜົນງານອອກມາໃຫ້ແຟນໆໄດ້ຮັບຟັງ ແລະ ຕິດຕາມເຖິງ 5 Albums  ການມາລາວໃນຄັ້ງນີ້ ກໍເປັນການມາພົບປະແຟນໆເປັນຄັ້ງພິເສດຂອງ Joss Stone ໃນນັ້ນແຟນໆທັງຄົນລາວ ແລະ ຕ່າງປະເທດໄດ້ເຂົ້າຊົມ ແລະ ໃຫ້ກໍາລັງໃຈ Joss Stone ເປັນຈໍານວນຫຼວງຫຼາຍ Joss Stone ເອງກໍໄດ້ຂົນເອົາເພງທີ່ໂດ່ງດັງໃນແຕ່ລະ Albums ມາຕ້ອນແຟນໆຢ່າງເຕັມທີ່, ພ້ອມກັບບັນຍາກາດຄວາມເປັນກັນເອງຂອງ Joss Stone ເຮັດໃຫ້ງານຄອນເສີດຄັ້ງນີ້ດໍາເນີນໄປພ້ອມກັບຄວາມມັນ, ຄວາມມ່ວນ ພ້ອມກັບອີ່ມອົກອີ່ມໃຈກັນເລີຍລ່ະ ນອກຈາກ Joss Stone ແລ້ວແຟນໆຍັງໄດ້ພົບກັບນັກຮ້ອງດັງຈາກປະເທດລາວເຮົາທີ່ມາສ້າງຄວາມມ່ວນຊື່ນໃຫ້ກັບແຟນໆນໍາອີກ ມື້ນີ້ ຂວັນໃຈ ກໍໄດ້ຮິບໂຮມເອົາພາບຍາກາດໃນງານມາໃຫ້ແຟນໆ ຂວັນໃຈທີ່ອາດຈະເປັນແຟນຄັບຂອງ Joss Stone ມາຕ້ອນກັນນໍາ ເຮົາໄປເບີ່ງກັນເລີຍ

 

ແບ່ງປັນ