Breaking News

ກ້າວສູ່ປີທີ 6 ຂອງ “WOW Magazine”

ແບ່ງປັນ

 

 

ໃນໂອກາດສະເຫຼີມສະຫຼອງຄົບຮອບ 5 ປີ ກ້າວເຂົ້າສູ່ປີທີ 6 ຂອງ WOW Magazine ໃນວັນສຸກ ທີ 3 ມີນາ 2017 ທີ່ຜ່ານມາ ທີ່ຮ້ານອາຫານ ສະເຕັກຈໍ້າກັບແຈ່ວ ແລະ ທາງວາລະສານ wow ໄດ້ຈັດກິດຈະກໍາເດີນ Fashion ເພື່ອເປັນການກຽມຄວາມພ້ອມ ກ່ອນຈະຮອດງານໃຫຍ່ ໃນງານ Vientiane WOW Fashion Week 2017 ທີ່ຈະຈັດຂຶ້ນໃນວັນທີ 18 ມີນາ 2017 ທີ່ໂຮງແຮມແລນມາກ. ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສົມສະໜຸກ ມີໄຊ ຮອງປະທານ ສະມາຄົມ ນັກຂ່າວແຫ່ງປະເທດລາວ, ທ່ານ ສຸວັດ ເທດສາລີ ປະທານກໍາມະການບໍລິຫານວາລະສານ WOW Magazine Society ພ້ອມດ້ວຍແຂກທີ່ມີກຽດ, ບັນດານາງແບບ ແລະ ນາຍແບບ ແລະ ສື່ມວນຊົນເຂົ້າຮ່ວມ.

ງານ Vientiane WOW Fashion Week 2017 ທີ່ຈະຈັດຂຶ້ນໃນວັນທີ 18 ມີນາ 2017 ຈະເປັນການສະແດງ ແຟຊັ່ນໂຊສຸດພິເສດແຫ່ງປີຈາກ Designer ລະດັບແຖວໜ້າຂອງ 2 ປະທດ  ລາວ-ໄທ, ພ້ອມກັບການສະແດງສັກກະຍະພາບຂອງ “Fashion” ແລະ ເປັນການຮ່ວມມືສ້າງສັນແຟຊັ່ນໂຊເຄື່ອງແຕ່ງກາຍອັນງົດງງາມ ແລະ ຫຼູຫຼາ ໂດຍເປັນການປະສົມປະສານວັດທະນະທໍາຂອງ Designer ຈາກລາວ-ໄທ. ພາຍໃນງານ ທ່ານຈະໄດ້ພົບກັບກອງທັບ ນາງແບບ, ນາຍແບບ ຈາກລາວ ແລະ ດາລາ, ພະເອກ, ນາງເອກຈາກປະເທດໄທ ເຊັ່ນ: ແພນເຄັກ ເຂັມມະນິດ ຈາມິກອນ, ຕູມຕາມ ຍຸດທະນາ ເປື້ອງກາງ ແລະ ຍັງມີຄົນດັງອີກຫຼາຍຄົນທີ່ຖ້າໃຫ້ທ່ານໄປສໍາພັດ.

ແບ່ງປັນ