Breaking News

ປຸງແຕ່ງທຸກຈານດ້ວຍຄວາມຮັກ ເຊັ່ນດຽວກັບເຮັດໃຫ້ຄົນທີ່ເຮົາຮັກທີ່ສຸດກິນ

ແບ່ງປັນ

ຮ້ານອາຫານ ປິນໂຕ (Pintoh Restaurant)

ໃນພາວະການແຂ່ງຂັນສູງ ແລະ ດຸເດືອດ ຂອງທຸລະກິດຮ້ານອາຫານໃນເຂດນະຄອນຫຼວງວຽງຈັນ ມີຮ້ານອາຫານນ້ອຍໆຮ້ານໜຶ່ງໄດ້ເປີດຕົວຂຶ້ນ ເມື່ອປະມານ 8 ເດືອນກ່ອນ ຊື່ວ່າ ຮ້ານປິນໂຕ ທ່າມກາງຈຸດທີ່ສັບສົນວຸ່ນວາຍທີ່ສຸດໃຈກາງເມືອງ ນັ້ນກໍ່ຄືແຖວສີຫອມຮ້ານນ້ອຍໆແຫ່ງນີ້ ເກີດຂຶ້ນຈາກແຮງບັນດານໃຈຂອງສອງເອື້ອຍນ້ອງ ເອື້ອຍເຟີຍ ແລະ ເອື້ອຍໝານ້ອຍ ທີ່ຢາກນຳເອົາເມນູທີ່ປຸງແຕ່ງດ້ວຍຄວາມຮັກ ສຳລັບສະມາຊິກຄອບຄົວຂອງຕົນເອງ ມາແບ່ງປັນໃຫ້ກັບລູກຄ້າໄດ້ລິ້ມລອງ ດ້ວຍສູດທີ່ບໍ່ຄືໃຜ ດ້ວຍການເລືອກວັດຖຸດິບທີ່ພີຖີພິຖັນ ທຸກຢ່າງຕ້ອງສົດໃໝ່ ຄຸນນະພາບດີ ແລະ ທີ່ສຳຄັນ ປາສະຈາກແປ້ງນົວ ເຮັດໃຫ້ທຸກໆເມນູບ້ານໆ ຫຼື ເມນູປະຈຳບ້ານຂອງເພິ່ນ ອອກມາມີລົດຊາດພິເສດ ເພາະແນວຄວາມຄິດຂອງເພິ່ນຄື “ປຸງແຕ່ງທຸກຈານດ້ວຍຄວາມຮັກ ເຊັ່ນດຽວກັບເຮັດໃຫ້ຄົນເຮົາຮັກທີ່ສຸດກິນ”

ບັນຍາາດຂອງຮ້ານກໍແສນຈະເຂົ້າກັນກັບແນວຄິດຂອງອາຫານ ທີ່ເຕັມໄປດ້ວຍອາຍອຸ່ນແບບຄອບຄົວອີ່ຫລີ ຈາກອຸປະກອນຕົບແຕ່ງແນວຢ້ອນອາດີດ ບໍ່ວ່າຈະເປັນ ປິນໂຕເຫຼັກ, ພາຖາດເຫຼັກລາຍດອກ ຫ້ອຍຢູ່ເທິງຝາ ພ້ອມທັງລວດລາຍຮູບແຕ້ມ ວິຖີຊິວິດຂອງຄົນລາວສະ ໄໝກ່ອນ ເຊິ່ງຖ້າໃຜຢູ່ໃນໄວກາງຄົນ ກໍພາໃຫ້ຄິດຮອດພາເຂົ້າທີ່ອີ່ແມ່ເຮັດໃຫ້ກິນສະໄໝຍັງນ້ອຍ (ເວົ້າລະນໍ້າຕາຊຶມ) ສ່ວນເດັກລຸ້ນໃໝ່ ກໍອາດບໍ່ເຄີຍເຫັນ ເພາະລື້ງເຄີຍນຳແຕ່ກ່ອງໂຟມ ແລະ ກ່ອງພາດສະຕິກຫຼາຍກວ່າປິນໂຕ ທີ່ສະໄໝກ່ອນເພິ່ນໃຊ້ໃສ່ອາຫານເພື່ອເອົາໄປກິນຢູ່ໄຮ່ນາຮົ່ວສວນ, ຫ້ອງການ, ໂຮງຮຽນ, ໃສ່ຂອງກິນໄປວັດ… ທັງນີ້, ກໍ່ເພື່ອເຮັດໃຫ້ວັດທະນະທຳນີ້ບໍ່ຈາງຫາຍ ແລະ ຫຼົງລືມໄປກັບຕາມຍຸກຕາມສະໄໝ.

ຮ້ານປິນໂຕ ມີລາຍການອາຫານໄວ້ໃຫ້ເພື່ອນໆເລືອກ ທັງອາຫານລາວ, ໄທ ແລະ ອື່ນໆ ທີ່ທຸກຄົນທົ່ວໄປສາມາດກິນໄດ້, ລາຄາບໍ່ແພງຈານໜຶ່ງເລີ່ມຕົ້ນພຽງ 15000-20,000 ກີບ. ບໍ່ພຽງເທົ່ານັ້ນທາງ ຮ້ານເພິ່ນຍັງມີເມນູແນະນຳ ທີ່ຄິດຂຶ້ນມາໃໝ່ທຸກໆເດືອນ 2-3 ຢ່າງ ເພື່ອໃຫ້ລູກຄ້າໄດ້ກິນອາຫານບໍ່ຊໍ້າເກົ່າ.

ເມນູທີ່ລູກຄ້າມັກສັ່ງ ແລະ ທາງຮ້ານເອງຂໍແນະນຳແມ່ນ ໝູທອດປິ່ນໂຕ, ເຝີ້ຂົ້ວໄກ່ຈານຮ້ອນ, ຜັດໄທ, ຜັດຂີ້ເມົາ, ແກງຂຽນຫວານໄກ່,  ງົວພິກໄທດໍາ, ສະປາເກັດຕີ້, ໝູປິ້ງຫົວສີໄຄ, ເຂົ້າລາບໄກ່… ເມນູອາຫານຂອງທາງຮ້ານຖືວ່າບໍ່ຫຼາຍ ແລະ ບໍ່ໜ້ອຍທີ່ຈະທ້າໃຫ້ເພື່ອນໆໄປທົດລອງຊິມ ຜູ້ຂຽນຮັບຮອງຄວາມແຊບ, ສະອາດ, ເຈົ້າຂອງຮ້ານໃຈດີເປັນກັນເອງທີ່ສຸດ ແລະ ອາຫານທຸກໆຈານແມ່ນເສີບແບບສົດໆຮ້ອນໆໃໝ່ໆ. ນອກນີ້, ທາງຮ້ານເພິ່ນຍັງເສີບຄູ່ກັບເຄື່ອງດື່ມເພື່ອສຸຂະພາບ ບໍ່ວ່າຈະເປັນນໍ້າ ດອກອັນຊັນ, ນໍ້າບວຍໂຊດາ, ນໍ້າເກັກຮວຍ. ສ່ວນຂອງຫວານ ແມ່ນນໍ້າຫວານ ໃສ່ກະທິ ຫອມຫວານມັນ.

ຖ້າສາວໆຂວັນໃຈ ກຳລັງຊອກຫາຮ້ານອາາຫານ ທີ່ມີບັນຍາກາດອົບອຸ່ນ ແບບຄອບຄົວ ເຕັມໄປດ້ວຍກິ່ນອາຍແຫ່ງຄວາມຮັກ ແລະເມນູທີ່ພິຖີພິຖັນ ຈົນກິນແລ້ວຕ້ອງຄິດຮອດຄົນຢູ່ເຮືອນ ແຖມໄດ້ບັນຍາກາດຫວນລະລຶກຫາຄວາມຫຼັງ ຮ້ານປິນໂຕ ເປັນຄຳຕອບຂອງທ່ານ. ຖືວ່າສິ່ງເຫຼົ່ານີ້ເປັນຈຸດເດັ່ນ ໃຫ້ຮ້ານນ້ອຍໆນີ້ແຫຼະ ສາມາດດຶງດູດຜູ້ຄົນໃນເຂດໃຈກາງເມືອງ ໃຫ້ແວ່ເຂົ້າໄປກິນຢ່າງບໍ່ຂາດສາຍ ທີມງານຂວັນໃຈຂໍຝາກຮ້ານອາຫານນ້ອງໃໝ່ ຢູ່ໃນໃຈຄົນມັກກິນ ມັກຊີມ ແດ່ເດີ ຈັກຮ້ານໜຶ່ງ ເໝາະສຳລັບນັກຊີມ ແລະ ຜູ້ທີ່ມັກຖ່າຍຮູບ ອັບເດດລົງ social ເປັນທີ່ສຸດ.

ຮ້ານຕັ້ງຢູ່ ສີຫອມ ຕໍ່ໜ້າຮ້ານແໜມເໜື່ອງບົວສະຫວັນ, ບ້ານອານຸ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ເປີດຮ້ານແຕ່ວັນຈັນ-ວັນເສົາ ພາກເຊົ້າ 11:00-14:00 ໂມງ ພາກແລງ 17:00-21:00 ໂມງ. ສອບຖາມເພີ່ມຕື່ມອີກ ໄດ້ທີ່ເບີ 030 55 04 909 ຫຼື ສາມາດຕິດຕາມເມນູອາຫານ ແລະ ບັນຍາກາດຂອງຮ້ານໄດ້ທາງ Page Facebook:  Pintoh Restaurant

ແບ່ງປັນ