Breaking News

ວິທີການເບິ່ງແຍງມື ແລະ ຕີນໃຫ້ນຽນນຸ່ມ

ແບ່ງປັນ

ວິທີການເບິ່ງແຍງມື ແລະ ຕີນໃຫ້ນຽນນຸ່ມ

ເປັນສ່ວນໜຶ່ງທີ່ສໍາຄັນຂອງຮ່າງກາຍ ແລະ ມັນກໍ່ບໍ່ໄດ້ເປັນເລື່ອງທີ່ຫຍຸ້ງຍາກເທົ່າໃດໃນການເບິ່ງແຍງມື ແລະ ຕີນຂອງເຮົາໃຫ້ນຽນນຸ່ມຄືກັນກັບຜິວພັນສ່ວນອື່ນໆຂອງຮ່າງກາຍ. ແຕ່ໃນຄວາມເປັນຈິງເຮົາບໍ່ຄ່ອຍທີ່ຈະສົນໃຈເບິ່ງແຍງປານໃດ ສະນັ້ນ ໃນມື້ນີ້ ວາລະສານຂັວນໃຈຈະນໍາເອົາວິທີທີ່ເຮັດໃຫ້ມື ແລະ ຕີນຂອງທ່ານນັ້ນນຸ່ມນຽນມາຝາກດັ່ງນີ້:

  • ເຄັດລັບໃນການເບິ່ງແຍງ ແລະ ຮັກສາມື:

ມືເປັນອະຍະວະທີ່ເຮົາຕ້ອງໃຊ້ວຽກຫຼາຍບໍ່ວ່າຈະເປັນພິມເອກະສານ, ຈັບເຄື່ອງຂອງ ຫຼື ວ່າຂຽນໜັງສື ແລະ ອື່ນໆ.

  1. ແຊ່ມືໃນນໍ້າອຸ່ນ.

ສິ່ງທໍາອິດທີ່ເຮົາຈະຕ້ອງເຮັດກ່ອນທີ່ຈະເຮັດຫຍັງກໍ່ລ້ວນແລ້ວແຕ່ຂຶ້ນກັບມື ແລະ ເລັບຂອງເຮົາ ເຮົາຄວນຈະແຊ່ນໍ້າອຸ່ນເພື່ອຊ່ວຍເຮັດໃຫ້ຜິວໜັງຂອງເຮົາອ່ອນນຸ່ມຫຼາຍຂຶ້ນເຮັດໃຫ້ການຕັດໜັງໃນບໍລິເວນທີ່ແຂງກໍ່ຈະງ່າຍຫຼາຍຂຶ້ນ, ການແຕ່ງເລັບກໍ່ຈະງ່າຍຂຶ້ນເຊັ່ນດຽວກັນ ລວມໄປເຖິງການກໍາຈັດສິ່ງເປີະເປື້ອນທີ່ຕິດຢູ່ຕາມເລັບອອກໄດ້ງ່າຍ.

  1. ທາຄຣີມ ຫຼືເຈວບໍາລຸງມື ແລະ ເລັບ.

ເລັບ ແລະ ມືຂອງເຮົາເປັນຜິວທີ່ຕ້ອງການວິຕາມິນ ແລະ ການບໍາລຸງຄືກັນກັບຜິວພັນສ່ວນອື່ນໆຂອງຮ່າງກາຍ ເຮົາຈຶ່ງຄວນຫາຄຣີມບໍາລຸງມື ແລະ ເລັບຂອງເຮົາ ນອກຈາກນີ້ ເວລາທີ່ເຮົາໄປລ້າງຖ້ວຍ, ຊັກເຄື່ອງ, ລ້າງລົດ ຫຼື ກິດຈະກໍາໃດໜຶ່ງທີ່ເຮັດໃຫ້ມືຂອງເຮົາຂາດຄວາມຊຸ່ມຊື່ນ ກໍ່ໃຫ້ທາຄຣີມບໍາລຸງມື ແລະ ເລັບອີກ ເພື່ອບໍ່ໃຫ້ມືຂອງເຮົາແຫ້ງ ແລະ ຂາດຄວາມຊຸ່ມຊື່ນນັ້ນເອງ.

  1. ບໍາລຸງມືດ້ວຍນໍ້າມັນໝາກກອກ.

ວິທີໜຶ່ງທີ່ຊ່ວຍບໍາລຸງມືຂອງເຮົາໃຫ້ນຽນນຸ່ມດ້ວຍການແຊ່ມື້ລົງໄປໃນນໍ້າມັນໝາກກອກ ໂດຍໃຫ້ປະສົມນໍ້າມັນໝາກກອກປະມານ 1 ຖ້ວຍ ແລ້ວນໍາໄປຕົ້ມໃຫ້ພໍອຸ່ນໆ ຈາກນັ້ນກໍ່ນໍາມືທັງສອງຂ້າງລົງແຊ່ໄວ້ປະມານ 2 ນາທີແລ້ວເອົາຂຶ້ນມາຖູໄຂມັນທີ່ຕິດມືຢູ່ອອກ ຈາກນັ້ນກໍ່ໃຊ້ແພສະອາດເຊັດໃຫ້ແຫ້ງ ເທົ່ານີ້ກໍ່ສໍາເລັດ.

  1. ຮັກສາມືໃຫ້ຫ່າງຈາກສິ່ງອັນຕະລາຍ.

ນອກຈາກຈະບໍາລຸງແລ້ວ ເຮົາຈະຕ້ອງປ້ອງກັນມືຂອງເຮົາຈາກສິ່ງອັນຕະລາຍທີ່ອາດຈະມາທໍາຮ້າຍມືຂອງເຮົາໄດ້ເຊັ່ນ: ສະບູຝຸ່ນ, ນໍ້າຢາລ້າງຫ້ອງນໍ້າ, ນໍ້າຢາລ້າງຖ້ວຍ ເຊິ່ງເປັນສາເຫດໜຶ່ງທີ່ຈະເຮັດໃຫ້ມືຂອງເຮົາດ້ານ ດີທີ່ສຸດເຮົາຄວນໃສ່ຖົງມືຢາງເພື່ອປ້ອງກັນຜິວພັນຂອງເຮົາຈາກສານເຄມີ ແລະ ສິ່ງອັນຕະລາຍ.

  • ເຄັດລັບໃນການເບິ່ງແຍງ ແລະ ຮັກສາຕີນຂອງເຮົາໃຫ້ງາມນຽນນຸ່ມຢູ່ຕະຫຼອດ.

ຕີນຂອງຄົນເຮົາເປັນສ່ວນໜຶ່ງທີ່ຈະຕ້ອງຮັບພາລະໜັກ ເພາະຕ້ອງຮອງຮັບນໍ້າໜັກຂອງເຮົາທັງໝົດ ດັ່ງນັ້ນເຮົາຈຶ່ງຄວນເບິ່ງແຍງ ແລະຮັກສາໃຫ້ຢູ່ດີຕະຫຼອດເວລາ ຖ້າບໍ່ດັ່ງນັ້ນຕີນຂອງເຮົາອາດຈະແຂງດ້ານ ແລະ ແຕກ.

  1. ຍ່າງຫຼາຍເກີນໄປກໍ່ເຈັບຕີນ.

ຖ້າມື້ໃດທີ່ເຮົາໄປເລາຊື້ເຄື່ອງຈົນເຈັບຕີນ ຫຼື ຮູ້ສຶກວ່າມື້ນີ້ໃຊ້ວຽກຕີນ ແລະ ຂາຫຼາຍເກີນໄປ ເຮົາກໍ່ຄວນຈະຊ່ວຍໃຫ້ຕີນເຮົາສະບາຍຂຶ້ນ ໂດຍການໃຫ້ເຮົານອນຍົກຂາຂຶ້ນສູງກວ່າຫົວຂອງເຮົາ ວິທີນີ້ຈະຊ່ວຍໃຫ້ເລືອດໄຫຼ່ວຽນໄດ້ດີຂຶ້ນ.

  1. ແຊ່ຕີນດ້ວຍນໍ້າອຸ່ນ.

ດ້ວຍເຫດທີ່ວ່າຕີນຕ້ອງຮັບພາລະໜັກທຸກມື້ ເຮົາຄວນຈະຊ່ວຍໃຫ້ຕີນຂອງເຮົາຕ້ອງຜ່ອນຄາຍດ້ວຍການແຊ່ນໍ້າອຸ່ນໂດຍໃຫ້ໃສ່ນໍ້າມັນຫອມ ຫຼື ວ່າເກືອຫອມລົງໄປຕື່ມອີກ ເພື່ອໃຫ້ຮູ້ສຶກຜ່ອນຄາຍຫຼາຍຍິ່ງຂຶ້ນ ວິທີນີ້ກໍ່ເປັນວິທີໜຶ່ງທີ່ຊ່ວຍເຮັດໃຫ້ເລືອດໝຸນວຽນໄດ້ດີຂຶ້ນ.

ສໍາລັບວິທີອື່ນໆໃນການບໍາລຸງ ແລະ ຮັກສາຕີນນັ້ນແມ່ນຄ້າຍຄືກັນກັບການບໍາລຸງ ແລະ ການຮັກສາມື.

 

ແບ່ງປັນ