Breaking News

ສະຫະລັດ – WFP ໃຫ້ຄວາມສໍາຄັນຕໍ່ໂພຊະນາການເດັກນ້ອຍຢູ່ລາວ

ແບ່ງປັນ

 

ທ່ານ ນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳສປປ ລາວໄດ້ເຂົ້າຢ້ຽມຢາມບັນດາໂຮງຮຽນຢູ່ແຂວງຫລວງພະບາງທີ່ໄດ້ຮັບການສະໜັບສະໜູນໂດຍອົງການອາຫານໂລກ (WFP) ແລະ ລັດຖະບານສະຫະລັດອາເມຣິກາ.

ໂຄງການອາຫານສຳລັບການສຶກສາ (McGovern-Dole Food for Education Program) ໄດ້ໃຫ້ການຊ່ວຍເຫລືອທາງດ້ານເງິນທຶນຕໍ່ອົງການອາຫານໂລກນັບຕັ້ງແຕ່ປີ 2008 ເປັນຕົ້ນມາ. ໃນແຕ່ລະມື້, ມີເດັກນ້ອຍຈຳນວນ 140.000 ຄົນຈາກ 1.450 ໂຮງຮຽນໃນ 7 ແຂວງທົ່ວປະເທດໄດ້ຮັບອາຫານວ່າງ ຫລື ອາຫານທ່ຽງທີ່ມີໂພຊະນາການ ແລະ ມີປະໂຫຍດ. ໂຄງການດັ່ງກ່າວນີ້ຈະຊ່ວຍເພີ່ມອັດຕາການເຂົ້າໂຮງຮຽນ ແລະ ການມາໂຮງຮຽນຂອງຂອງເດັກພ້ອມທັງຫລຸດຜ່ອນອັດຕາການອອກໂຮງຮຽນອີກດ້ວຍ.

ພະແນກກະສິກຳປະຈຳສະຫະລັດອາເມລິກາຍັງໄດ້ປະກອບສ່ວນບັນດາອາຫານປະຈໍາວັນລວມທັງຜະລິດຕະພັນອື່ນໆ, ສ່ວນການປູກຜັກແມ່ນໂຮງຮຽນຈະເປັນຜູ້ປູກເອງ. ບັນດານັກສຶກສາຈະໄດ້ຮັບສານອາຫານທີ່ມີທາດໂປຼຕີນທີ່ມາຈາກປາ, ໄກ່. ນີ້ກໍເພື່ອຮັບປະກັນເຖິງການບໍລິໂພກອາຫານທີ່ມີໂພສະນາການທີ່ດີ.

ໂຄງການດັ່ງກ່າວ ຍັງມີສ່ວນກ່ຽວພັນອັນສຳຄັນໃນການຜະລິດກະສິກຳໃນຊຸມຊົນ. ຈຸດປະສົງຂອງໂຄງການນີ້ແມ່ນແນ່ໃສ່ການສ້າງຄວາມເຂັ້ມແຂງໃຫ້ຊາວກະສິກອນຂະໜາດນ້ອຍ, ໂດຍສະເພາະແມ່ນບັນດາເພດຍິງໃນການເພີ່ມພູນຜົນຜະລິດ ແລະ ການສ້າງຕະຫຼາດໃຫ້ແກ່ພວກເຂົາ. ເນື່ອງຈາກວ່າໂຮງຮຽນເອງຈະໄດ້ເປັນຜູ້ຈັດຫາທາງດ້ານສະບຽງອາຫານ, ສິ່ງດັ່ງກ່າວນີ້ຈະນຳພາພວກເຂົາໄປສູ່ຄວາມຢືນຍົງແລະການເປັນເຈົ້າການໃນຊຸມຊົນໃນໄລຍະຍາວ.

ຂໍຂອບໃຈພາບ ແລະ ຂໍ້ມູນຈາກ: ຂປລ.

ແບ່ງປັນ