Breaking News

ຕາດຄາ ແຂວງຊຽງຂວາງ

ແບ່ງປັນ

ສະບາຍດີ ບັນດາທ່ານຜູ້ອ່ານທີ່ໜ້າຮັກ ມື້ນີ້ ທາງທີມງານ ເວັບໄຊ໌ຂວັນໃຈ ຈະມາແນະນໍາໃຫ້ທຸກທ່່ານໄດ້ຮູ້ຈັກກັບ ຕາດຄາ ເຊິ່ງເປັນແຫຼ່ງທ່ອງທ່ຽວແຫ່ງໜຶ່ງທີ່ຢູ່ ແຂວງຊຽງຂວາງ ນັ້ນເອງ.

ຕາດຄາ ຕັ້ງຢູ່ບໍລິເວນເຂດບ້ານ ຄັງພະນຽນ ເມືອງໜອງແຮດ ເຊິ່ງເສັ້ນທາງຈາກເທສະບານຕົວເມືອງໂພນສະຫວັນ ໄປຫາເມືອງໜອງແຮດ ປະມານ 100 ກິໂລແມັດ ແລະ ຈາກທາງເລກ 7 ເຂົ້າໄປອີກປະມານ 5 ກິໂລແມັດ. ເມື່ອທ່ານໄດ້ໄປຮອດຕາດດັ່ງກ່າວ ກໍ່ຈະພົບກັບຄວາມສວຍສົດງົດງາມຂອງຕາດທີ່ອ້ອມໄປດ້ວຍທໍາມະຊາດ, ຕົ້ນໄມ້ ແລະ ຊີວະນາໆພັນອັນອຸດົມສົມບູນ ເຊິ່ງເໝາະສົມກັບການພັກຜ່ອນຢ່ອນໃຈ.

ຕາດຄາເປັນຕາດທີ່ມີນໍ້າໃສໄຫຼເຢັນຕະຫຼອດປີ ບໍ່ມີຍາມບົກແຫ້ງ ຍ້ອນນໍ້າຕົກຕາດດັ່ງກ່າວແມ່ນມາຈາກນໍ້າອອກບໍ່ – ອອກຮູຕາມຜາ ຕາດຄາປະກອບດ້ວຍຫຼາຍຊັ້ນ, ຊັ້ນສຸດທ້າຍມີຄວາມສູງປະມານ 40-50 ແມັດ ແຕ່ລະຊັ້ນລ້ວນແຕ່ມີຄວາມສວຍງາມ ແລະ ນັກທ່ອງທ່ຽວສາມາດຍ່າງແຕ່ລຸ່ມຂຶ້ນເທິງໄດ້

ເຄຼດິດຮູບພາບ: google.com

ຂໍ້ມູນ: ກົມໂຄສະນາການທ່ອງທ່ຽວ

ແບ່ງປັນ