Breaking News

ເລັບເຫຼືອງໃຫ້ໝາກນາວເປັນຕົວຊ່ວຍ

ແບ່ງປັນ

ເລັບເຫຼືອງໃຫ້ໝາກນາວເປັນຕົວຊ່ວຍ

    ສາວໆເຄີຍຮູ້ບໍ່ວ່າໝາກນາວນອກຈາກຈະຊ່ວຍເພິ່ມລົດຊາດໃຫ້ກັບອາຫານແລ້ວຍັງມີຜົນດີຕໍ່ສຸຂະພາບ ແລະ ໝາກນາວຍັງມີປະໂຫຍດອີກຫຼາຍໆດ້ານ ໜຶ່ງໃນນັ້ນໝາກນາວຍັງຊ່ວຍບໍາລຸງເລັບ, ແກ້ໄຂບັນຫາເລັບເຫຼືອງໄດ້ອີກດ້ວຍ ແລະ ມື້ນີ້ ວາລະສານຂັວນໃຈ ຈະນໍາເອົາວິທີໃນການເຮັດໃຫ້ເລັບຂາວໄດ້ມີດັ່ງນີ້:

ລ້າງມືໃຫ້ສະອາດແລ້ວເຊັດໃຫ້ແຫ້ງ ແຊ່ປາຍນິ້ວມື້ລົງໃນນໍ້າໝາກນາວປະມານ 5 ນາທີ ຫຼັງຈາກນັ້ນເພິ່ມນໍ້າສົ້ມສາຍຊູ ແລະ ນໍ້າອຸ່ນລົງໄປປະສົມອີກຄົນໃຫ້ເຂົ້າກັນແລ້ວໃຊ້ໄມ້ຖູແຂ້ວຈຸ່ມແລ້ວນໍາຂຶ້ນມາຂັດເລັບໃຫ້ທົ່ວແລ້ວລ້າງອອກດ້ວຍນໍ້າສະອາດ ເຮັດທຸກມື້ອາການເລັບເຫຼືອງຈະຄ່ອຍໆດີຂຶ້ນ ສໍາລັບວິທີນີ້ສາມາດໃຊ້ໄດ້ທັງເລັບຕີນ ແລະ ເລັບມື.

ແບ່ງປັນ