Breaking News
KuanjaI FaceB

7 ເຄັດລັບ ເຮັດຄວາມສະອາດ ແລະ ບໍາລຸງຜົມ

ແບ່ງປັນ

ເຮັດຄວາມສະອາດ ແລະ ບໍາລຸງຜົມດ້ວຍ 7 ເຄັດລັບ

ມື້ນີ້ ວາລະສານຂັວນໃຈ ມີເຄັດລັບໃນການເຮັດຄວາມສະອາດ ແລະ ບໍາລຸງຜົມດ້ວຍການເບິ່ງແຍງຜົມຢ່າງເປັນມືອາຊີບ ສາມາດເຮັດງ່າຍໆຢູ່ບ້ານໄດ້ດ້ວຍຕົນເອງໂດຍການເພິ່ມປະສິດທິພາບຂອງຜະລິດຕະພັນດ້ວຍການເຮັດຄວາມສະອາດ ແລະ ບໍາລຸງເສັ້ນຢ່າງທົ່ວເຖິງ ແລະ ຖືກຈຸດ ດັ່ງນີ້:

  1. ຫວີແປງເສັ້ນຜົມກ່ອນຜົມປຽກ: ຈະຊ່ວຍຈັດພື້ນທີ່ຂອງເສັ້ນຜົມໃຫ້ໄດ້ຮັບການເຮັດຄວາມສະອາດໄດ້ຢ່າງທົ່ວເຖິງຍິ່ງຂື້ນ.
  2. ສະຜົມດ້ວຍແຊມພູ 2 ເທື່ອ: ເທື່ອທໍາອິດຄືການລ້າງຄາບສິ່ງທີ່ເປິະເປື້ອນຂີ້ຝຸ່ນ ສ່ວນຄັ້ງທີ່ສອງຄືການສະໃຫ້ເສັ້ນຜົມເພື່ອໃຫ້ເສັ້ນຜົມສໍາຜັດເຖິງຄຸນຄ່າຈາກຜະລິດຕະພັນໄດ້ຢ່າງແທ້ຈິງ.
  3. ໃຊ້ນໍ້າອຸ່ນລ້າງເຮັດຄວາມສະອາດຜົມກ່ອນສະ : ເພື່ອເປີດເສັ້ນຜົມຊັ້ນນອກໃຫ້ເນື້ອແຊມພູສາມາດຊືມເຂົ້າໄປເຮັດຄວາມສະອາດໄດ້ຢ່າງເຕັມທີ່.
  4. ການໃຊ້ນໍ້າເຢັນລ້າງເສັ້ນຜົມໃນຂັ້ນຕອນສຸດທ້າຍ: ທີ່ຈະຊ່ວຍປິດເນື້ອສໍາຜັດຂອງຜົມ ແລະ ຍັງຊ່ວຍເຮັດຜົມເບິ່ງເປັນປະກາຍເງົາງາມໄດ້ຍາວນານ.
  5. ບີບນໍ້າອອກຈາກຜົມກ່ອນການທາຄຣີມນວດຜົມ : ເພື່ອໃຫ້ເນື້ອຄຣີມເຮັດວຽກໄດ້ຢ່າງເຕັມປະສິດທິພາບຫຼາຍຍິ່ງຂຶ້ນ.
  6. ໃສ່ຄຣີມນວດຜົມພຽງແຕ່ກາງເຖິງປາຍຜົມ: ເພາະການທາເທິ່ງໜັງຫົວອາດຈະເຮັດໃຫ້ຜົມມັນຈົນເກີນໄປ.
  7. ການທາຄຣີມນວດຜົມປະໄວ້ຢ່າງໜ້ອຍ 2 ນາທີແລ້ວຈຶ່ງລ້າງອອກ: ເພື່ອໃຫ້ເສັ້ນຜົມໄດ້ຮັບການບໍາລຸງຢ່າເຕັມທີ່.

 

 

ແບ່ງປັນ