Breaking News

​ປະຊາ​ຊົນ​ ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໂຄງການ​ສະ​ເໜີ 4 ບັນຫາ

ແບ່ງປັນ

ໂອກາດທີ່ເຮົາປະຊາຊົນຊາວລາວ ຈະ​ໄດ້​ນັ່ງ​ລົດ​ໄຟ​ຈາກບ້ານເຮົາ ​ອອກ​ສູ່​ອາ​ຊຽນ ​ແລະ ​ປະເທດອື່ນໆໃກ້ຈະເປັນຄວາມຈິງທຸກມື້ແລ້ວ  ​ເພາະເຈົ້າ​ໜ້າ​ທີ່​ວິຊາສະ​ເພາະ ​ແລະ ​ກໍາ​ມະກອນ​ຈໍານວນ​ຫຼວງຫຼາຍ ຂອງໂຄງການກໍ່ສ້າງ​ເສັ້ນທາງ​ລົດ​ໄຟ​ລາວ-ຈີນໄດ້​ລົງ​ມື​ເຈາະ​ອຸບ​ມົງ​​ ເສັ້ນທາງ​ລົດ​ໄຟ​ລອດຢ່າງ​ເປັນ​ທາງ​ການ​ແລ້ວ ​​​ໃນ​ເດືອນ​ນີ້ຢູ່​​​ເຂດ​ບໍ່​ເຕັນ ​ເມືອງ​ຫຼວງ​ນໍ້າ​ທາ.

ໃນ​ວັນ​ທີ 15 ມີນາ 2017 ນີ້ ທ່ານ ຈັນທະ​ຈອນ ​ແກ້ວ​ລະຄອນ ຫົວໜ້າຄະນະ​ປະສານ​ງານ​ ໂຄງການ​ກໍ່ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ​ປະ​ຈໍາ​ແຂວງ​ຫຼວງ​ນໍ້າ​ທາ​ ໄດ້ໃຫ້ຮູ້ວ່າ: ປັດຈຸບັນ​ນີ້ໂຄງການ​ກໍ່ສ້າງ​ທາງ​ລົດ​ໄຟ ​ລາວ-ຈີນ ​​ໄລຍະ​ທີ 1 ​ມີ​ຄວາມ​ຄືບ​ໜ້າ​ໄວ​ເກີນ​ຄາດ​ ໂດຍ​ນັກວິຊາການ ​ແລະ ກໍາມະກອນ​ສອງ​ຝ່າຍ​ປະມານ 300 ກວ່າ​ຄົນ​ ໄດ້​ລົງມື​ເຈາະ​ອຸບ​ມົງ ​ເສັ້ນທາງລົດ​ໄຟ​ລອດ​ຢ່າງ​ເຄັ່ງຮ້ອນ ​ເຊິ່ງ​ໂຄງການ​ໄລຍະ​ທີ 1 ນີ້​ແມ່ນເລີ່​ມຈາກ​​ເຂດ​ບໍ່​ເຕັນ ​ແຂວງ​ຫຼວງ​ນໍ້າ​ທາ​ ຫາ ​ເມືອງ​ນາ​ໝໍ້ ​ແຂວງ​ອຸດົມ​ໄຊ ​ເຊິ່ງມີ​ຄວາມ​ຍາວ 50 ກວ່າ​ກິ​ໂລ​ແມັດ ​ໃນ​ນັ້ນຜ່ານ​ແຂວງ​ຫຼວງ​ນໍ້າ​ທາ 16 ກວ່າ​ກິ​ໂລ​ແມັດ,ມີ 2 ສະຖາ​ນີຄື: ສະຖານີ​ບໍ່​ເຕັນ​ເປັນ​ສະຖານີນ້ອຍ ​ສໍາລັບ​ກວດ​ເຂົ້າ-ອອກ​ເມືອງ ​ແລະ ສະຖານີ​ນາ​ເຕີຍ ​ເປັນ​ສະຖານີ​ໃຫຍ່​ສໍາລັບ​ຄ່ຽນ​ຖ່າຍ​ສີນ​ຄ້າ, ມີ​ຂົວ 7 ​ແຫ່ງ​ຍາວ 4.000 ​ແມັດ, ອຸບ​ມົງ 3 ​ແຫ່ງ​ຍາວ 10.000 ​ແມັດ( ອຸບ​ມົງມິດຕະພາບ​ລາວ-ຈີນ​ ຍາວ 2.000 ​ແມັດ, ອຸບ​ມົງບໍ່​ເຕັນ​ຍາວ 6.000 ​ແມັດ, ອຸບ​ມົງຕີນ​ຕົກ 1.000 ​ແມັດ).   ການຈັດ​ຕັ້ງ​ປະຕິບັດ​ໂຄງການ ກໍ່ສ້າງ​ເສັ້ນທາງ​ລົດ​​ໄຟ​ ລາວ-ຈີນ ​ນັ້ນ​ແມ່ນ​ດໍາ​ເນີນ​ຄວບ​ຄູ່​ກັນ​ໄປ​ກັບ​ຫຼາຍ​ວຽກ ​ປິ່ນ​ອອ້ມ​ ​ເຊິ່ງປະຈຸ​ບັນ​ນີ້ ການ​ກໍ່ສ້າງ​ເຮືອນ​ພັກ​ພະນັກງານ-ກໍາມະກອນສໍາ​ເລັດ 60%, ​ວຽກເກັບ​ກູ້​ລະ​ເບີດສໍາ​ເລັດ 12 ກວ່າ​ກິ​ໂລ​ແມັດ, ການ​ໄກ່​ເກ່ຍ​ແກ້​ໄຂ​ຜົນ​ກະທົບ ​ແລະ ສິ່ງ​ກີດຂວາງ ​ອອກ​ຈາກ​ແລວ​ທາງ​ລົດ​ໄຟ​​​ແມ່ນ​ ມີ​ຄວາມກ້າວ​ໜ້າ​ພໍ​ສົມຄວນ.

​ປະຊາ​ຊົນ​ ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໂຄງການ​ດັ່ງກ່າວ ​ກໍ​ໄດ້​ສະ​ເໜີ 4 ບັນຫາ​ຄື: 1. ຂໍ​ໃຫ້​ຊົດ​ເຊີຍ​ຕາມ​ຄວາມ​ເໝາະ​ສົມ, ສາມາດ​ໄປ​ສ້າງ​ທີ່ຢູ່​ອາ​ໃສ​ໃໝ່​ ໃຫ້​ດີກ​ວ່າ​ເກົ່າ ຫຼື ເທົ່າ​​ເດີມ; 2. ສະ​ເໜີ​ຈັດ​ສັນທີ່ຢູ່​ອາ​ໃສ​ບ່ອນ​ໃໝ່​ເປັນ​ທີ່​ຮຽບຮ້ອຍ ​ແລ້ວ​ຈິ່ງ​ຄ່ອຍ​ໃຫ້​ດໍາ​ເນີນ​ການ​ກໍ່ສ້າງ, 3. ສະ​ເໜີ​ພາກ​ລັດ​ໃຫ້​ກໍານົດ​ລາຄາ​ ຫົວໜ່ວຍ​ຊົດ​ເຊີຍ​ໂດຍ​ໄວ ​ເພື່ອ​ສະດວກ​ໄກ່​ເກ່ຍ ​ແລະ 4. ສະ​ເໜີ​ຄ່າ​ຊົດ​ເຊີຍ​ການ​ຍົກຍ້າຍ​ບ້ານ ນອກຈາກ​​ເປັນເງິນສົດ​ແລ້ວ ​ຍັງ​ຮູບ​​ແບບ​ນະ​​ໂຍບາຍ​ອື່ນໆ​ອີກ​ບໍ ​ເປັນ​ຕົ້ນ ຈັດ​ສັນ ​ແລະ ປຸກ​ເຮືອນ​ໃຫ້​ຄື​ກັບ​ໂຄງການ​ເຂື່ອນ​ໄຟຟ້າ​ນໍ້າ​ທາ 1.

ແຫຼ່ງ: ຂ່າວສານປະເທດລາວ.  ຂ່າວ-ພາບ: ​ເກີດ​ຂວັນ​ໃຈ

ແບ່ງປັນ