Breaking News

ຍອດທະບຽນລົດໃໝ່ເພີ່ມຂຶ້ນ

ແບ່ງປັນ

 

ອີງຕາມຂໍ້ມູນຈາກການຄຸ້ມຄອງພາຫະນະ ແລະ ຂັບຂີ່ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນໄລຍະ 2 ເດືອນ ມັງກອນ-ກຸມພາ ປີ 2017 ມີລົດໃໝ່ມາ ຂຶ້ນທະບຽນທັງໝົດແລ້ວ 8.972 ຄັນ.

ຈາກການເພີ່ມຂຶ້ນຂອງລົດດັ່ງກ່າວ ໄດ້ເຮັດໃຫ້ເວລານີ້ລົດຢູ່ນະຄອນຫຼວງວຽງຈັນແຕ່ປີ 2000 ມາຮອດປັດຈຸບັນມີລົດ ຂຶ້ນທະບຽນແລ້ວ 807.991 ຄັນ. ໃນນີ້ ສະເພາະປີ 2000 ມີລົດຂຶ້ນທະບຽນ 11,29 ພັນຄັນ, ປີ 2001 ມີ 52,59 ພັນຄັນ, 2002 ມີ 39 ພັນຄັນ, 2003 ມີ 40 ພັນກວ່າຄັນ, 2004​ ມີ 30 ກວ່າຄັນ, ປີ 2005 ມີ 33 ພັນຄັນ, 2006 ມີ 40 ພັນຄັນ, 2007 ມີ 47 ພັນກວ່າຄັນ, 2008 ມີ 60​ ພັນກວ່າຄັນ, 2009 ມີ 48,99 ພັນຄັນ, 2010 ມີ 57 ພັນກວ່າຄັນ, ປີ 2011 ມີ 55 ພັນກວ່າຄັນ,  2012 ມີ 60 ພັນກວ່າຄັນ, 2013 ມີ 66 ​ພັນກວ່າຄັນ, ປີ 2014 ມີ 61​,4 ພັນຄັນ, ປີ 2015 ມີ 68 ພັນກວ່າຄັນ, ປີ 2016 ມີ 69 ພັນກວ່າຄັນ ແລະ 2 ເດືອນຕົ້ນປີ 2017 ມີລົດມາຂຶ້ນ ທະບຽນ 8.972 ຄັນ.

ຢ່າງໃດກໍຕາມ ການເພີ່ມຂຶ້ນຂອງພາຫະນະ ແມ່ນມີຜົນມາຈາກການຂະຫຍາຍຕົວຂອງເສດຖະກິດ ແລະ ປະຊາຊົນມີລາຍຮັບເພີ່ມຂຶ້ນ ແຕ່ກໍໜີບໍ່ມົ້ມກັບບັນຫາທີ່ຕາມມາ ເປັນຕົ້ນແມ່ນສະພາບແອອັດໃນການສັນຈອນ ໂດຍສະເພາະ ໂມງເຂົ້າການ ແລະ ເລີກການທີ່ເປັນສາເຫດໜຶ່ງ ມີສ່ວນເຮັດໃຫ້ເກີດອຸບັດຕິເຫດຫຼາຍຂຶ້ນ ເຊັ່ນດຽວກັນສະເພາະ ປີຜ່ານມາມີຕົວເລກການເກີດອຸບັດຕິເຫດຢູ່ນະຄອນຫຼວງວຽງຈັນ ສູງເຖິງ 1 ພັນກວ່າຄັ້ງ ຂະນະທີ່ຜົນສໍາຫຼວດພົນລະເມືອງທົ່ວນະຄອນຫຼວງວຽງຈັນໃນປີ 2015 ມີທັງໝົດ 820.900 ຄົນ, ຍິງ 412.200 ຄົນ ແລະ ຊາຍ 408.700 ຄົນ.

ຂໍຂອບໃຈ: ເສດຖະກິດ-ສັງຄົມ

 

ແບ່ງປັນ