Breaking News

ຢ່າເຮັດແບບນີ້ກັບໃຜ ເພາະເຂົາຈະຮັກເຈົ້າ!!!

ແບ່ງປັນ

 

ຢ່າໂທ ຫຼື ສົ່ງຂໍ້ຄວາມມາໃນຕອນເດີກ ເພາະເວລານັ້ນ ຂ້ອຍຕ້ອງລົມກັບຄົນທີ່ພິເສດເທົ່ານັ້ນ

ຢ່າໂທມາ ເວລາເກົ່າແລ້ວລົມດົນໆ ທຸກໆມື້ ເພາະຂ້ອຍຈະເຂົ້າຂ້າງຕົວເອງ ວ່າຂ້ອຍຈະເປັນຄົນສຳຄັນ ແລະ ມີຄວາມໝາຍສຳລັບເຈົ້າ

ຢ່າເລົ່າເລື່ອງດີໆ ກ່ຽວກັບຄົນຮັກເກົ່າ ແລະ ຢ່າເວົ້າວ່າຕອນນີ້ເຫງົາຢາກມີໃຜຈັກຄົນມາເບິ່ງແຍງ ເພາະຂ້ອຍອາດຈະ ຢາກເປັນຄົນໆນັ້ນ

ຢ່າລອງໃຈໂດຍການມິດ ບໍ່ຕິດຕໍ່ມາເປັນເວລາຫຼາຍມື້ ເພາະຂ້ອຍຈະຕື່ນເຕັ້ນທຸກຄັ້ງໃນເວລາສຽງໂທລະສັບດັງ ແລະ ກະວົນກະວາຍໃຈຢາກໂທຫາເຈົ້າ

ຢ່າບອກວ່າຈະໄປສົ່ງຮອດເຮືອນ ເມື່ອກັບຮອດເຮືອນ ກໍຢ່າສົ່ງຂໍ້ຄວາມທີ່ມີຄວາມໝາຍເກີນກວ່າໝູ່ ເພາະຂ້ອຍຈະ ຢາກໃຫ້ເຈົ້າມາເບິ່ງແຍງຂ້ອຍແບບນີ້ທຸກມື້

ຢ່າເປີດເພງຄວາມໝາຍດີໆ ໃຫ້ຟັງທາງໂທລະສັບແລ້ວບອກໃຫ້ຂ້ອຍຕັ້ງໃຈຟັງ ເພາະຂ້ອຍຈະເອົາເນື້ອເພງມາຕີຄວາມ ແລະ ຈະເປີດຟັງ ຈົນບໍ່ຮູ້ເບື່ອ

ຢ່າເອົາໃຈຂ້ອຍ ຄືຂ້ອຍເປັນຄົນສຳຄັນ ເພາະຂ້ອຍກໍຕ້ອງການເປັນຄົນສຳຄັນຂອງເຈົ້າຄືກັນ

ຢ່າມາເວົ້າຄຳຫວານໆ ຕະຫຼອດເວລາທີ່ລົມກັນ ເພາະຂ້ອຍຈະມັກ ແລະ ຕັ້ງໃຈຟັງຄໍາຫວານໆທຸກຄັ້ງທີ່ເວົ້າມາ

ຢ່າບອກວ່າເຮົາມີສິ່ງທີ່ຄ້າຍຄືກັນ ແລະ ຢ່າບອກວ່າສະບາຍໃຈທຸກຄັ້ງທີ່ໄດ້ລົມກັບຂ້ອຍ ເພາະຂ້ອຍຈະຮູ້ສຶກໃນແບບດຽວກັນ

ຢ່າຍ້ອງຂ້ອຍວ່າເປັນຜູ້ຍິງທີ່ດີ ໃຜໄດ້ຂ້ອຍໄປເປັນຄົນຮັກຕ້ອງເປັນຜູ້ຊາຍທີ່ໜ້າອິດສາ ເພາະຂ້ອຍຈະມັກຄຳນີ້ທີ່ສຸດ

 

ແບ່ງປັນ