Breaking News

ກັບໄປຮັກຄົນຮັກເກົ່າອີກຄັ້ງ ເປັນເລື່ອງທຳມະດາຂອງຄົນຮັກກັນ

ແບ່ງປັນ

ການຕັດສິນໃຈທີ່ຜິດພາດໃນເລື່ອງຄວາມຮັກ ມັນອາດຈະຍາກ ທີ່ຈະເຮັດໃຫ້ທັງສອງຄົນກັບມາຮັກກັນອີກຄັ້ງ ແຕ່ຖ້າທ່ານໄດ້ຮັບໂອກາດກັບໄປຮັກກັນອີກຄັ້ງໜຶ່ງ ຈົງເຮັດໃຫ້ດີທີ່ສຸດ ດ້ວຍການໃຫ້ເວລາກັບຄົນທີ່ເຮົາຮັກ ແລະ ຮັກເຮົາ ການໃຫ້ເວລາ ເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ອີກຝ່າຍໄດ້ຈັດການກັບຄວາມຮູ້ສຶກຕົນເອງກ່ອນທີ່ຈະເລີ່ມຕົ້ນຄວາມສຳພັນຄັ້ງໃໝ່ນີ້ພ້ອມກັນ ແລ້ວກໍຕ້ອງຊອກຫາສາເຫດວ່າເປັນຫຍັງຈິ່ງເລີກກັນ ເພາະຄົນເຮົາມັກເລີກກັນດ້ວຍຫຼາຍສາເຫດ ຄູ່ທີ່ແກ້ໄຂບັນຫາໄດ້ກໍຖືວ່າໂຊກດີໄປ ຍ້ອນໄດ້ມີໂອກາດໃນການປັບປ່ຽນກັນໄດ້ ເຊິ່ງມັນຈະເປັນຜົນດີຖ້າທ່ານປ່ຽນໄດ້ ແລະ ຈະໄດ້ຮັກນັ້ນກັບມາໃນອ້ອມກອດອີກຄັ້ງ

ໃນເມື່ອດີກັນແລ້ວ ກໍຕ້ອງເຂົ້າໃຈກັນ ເຮັດສິ່ງໃດກໍຂໍໃຫ້ຄິດດີໆກ່ອນເວົ້າ ເມື່ອທ່ານໄດ້ຕັດສິນໃຈເລືອກ ທີ່ຈະກັບໄປ ທ່ານຄວນຈະເລີ່ມຕົ້ນດ້ວຍຄຳເວົ້າທີ່ຈິງໃຈ ບໍ່ຕ້ອງສະແດງ ຈົ່ງເປັນຄົນເກົ່າ ຄົນທີ່ທ່ານເຮັດໃຫ້ລາວຫຼົງຮັກມາຕະຫຼອດ ຂໍໃຫ້ຄິດຍ້ອນຫລັງວ່າເຄີຍເຮັດຫຍັງໃຫ້ລາວມີຄວາມສຸກຫຼາຍພໍຫຼືຍັງ ແລ້ວກໍເຮັດໃຫ້ມັນດີຂຶ້ນກວ່າເກົ່າ ມີເຫດຜົນຫຼາຍຂຶ້ນ ຟັງຄົນຮັກຂອງເຮົາໃຫ້ຫຼາຍຂຶ້ນ ເພາະວ່າ ຫຼັກຂອງຄວາມສຳພັນກໍຄືການ ສື່ສານກັນ ເມື່ອກ່ອນທ່ານເປັນຄົນທີ່ເວົ້າຫຼາຍກວ່າຟັງ ລອງປ່ຽນມາເປັນຜູ້ຟັງອີກຝ່າຍໃຫ້ຫຼາຍຂຶ້ນ ແລ້ວເຂົ້າໃຈເຂົາໃນສິ່ງທີ່ເຂົາກຳລັງຈະສື່ສານ ແລະ ພ້ອມທີ່ຈະເຂົ້າໃຈເຂົາ ເຖິງວ່າສິ່ງໃດທີ່ເບິ່ງບໍ່ຄືກັນ ກໍແກ້ໄຂບັນຫາ ແລະ ລົມກັນດ້ວຍຄວາມເຂົ້າໃຈ ເພື່ອຮັກສາຄວາມຮັກຂອງທ່ານທີ່ກັບມາຮັກກັນອີກຄັ້ງໃຫ້ດົນ ເທົ່າທີ່ຈະດົນໄດ້.

ແບ່ງປັນ